ວິທີການປູກເຫັດເພື່ອສ້າງເສດຖະກິດ

Chinda Milayvong
ເຫັດສາມາດຂາຍໄດ້ໃນລາຄາ 18,000-25,000 ກີບ/ກິໂລອີງຕາມລະດູການຂອງມັນ, ສາມາດສ້າງລາຍຮັບໄດ້ປະມານ 6 ລ້ານກີບ/ເດືອນ.
ເຄັດລັບເລີ່ມທຸລະກິດ
copyright by others

ເຮົາລົມກັບທ່ານ ນາງ ພຸດດາວັນ ແສງຄຳຢອງ, ດຳເນີນທຸລະກິດສ່ວນຕົວ ແລະ ໃຊ້ເວລາຫວ່າງແຕ່ລະມື້ເພື່ອປູກເຫັດເພື່ອເສີມລາຍໄດ້.

Q1. ທ່ານໄດ້ແນວຄວາມຄິດໃນການລິເລີ່ມປູກເຫັດມາຈາກໃສ?

ຂ້າພະເຈົ້າດຳເນີນທຸລະກິດສ່ວນຕົວດ້ານການຄ້າຂາຍ ແລະໄດ້ພິຈາລະນາເບິ່ງວ່າຈະມີທຸລະກິດໃດທີ່ຢູ່ໃນຂົງເຂດການຜະລິດກະສິກຳທີ່ສາມາດໃຊ້ເວລາໜ້ອຍເຮັດ ເພື່ອເສີມລາຍໄດ້ອີກບໍ່, ບາງທຸລະກິດເຊັ່ນ: ການລ້ຽງສັດ ອາດຈະສ້າງລາຍຮັບທີ່ສູງ ແຕ່ຂ້າພະເຈົ້າກໍ່ມີຂໍ້ຈຳກັດເພາະວ່າອາໄສຢູ່ໃນຕົວເມືອງ.

ມີມື້ໜຶ່ງຂ້າພະເຈົ້າໄດ້ເຂົ້າໄປເບິ່ງວິດີໂອຢູ່ໃນຢູທຸບ ກ່ຽວກັບວິທີການປູກເຫັດ. ມັນໜ້າສົນໃຈເນື່ອງຈາກເປັນວິທີທີ່ງ່າຍໃນການສ້າງລາຍຮັບ. ນອກນັ້ນຍັງສະດວກສະບາຍເນື່ອງຈາກວ່າໃນແຕ່ລະມື້ທ່ານບໍ່ຈຳເປັນຕ້ອງໃຊ້ເວລາຫຼາຍຊົ່ວໂມງເລີຍ. 
ໃນມຸມມອງຍຸດທະສາດໃນການເຮັດທຸລະກິດນີ້, ການເຮັດໂຮງປູກເຫັດໜ້າຈະເໝາະສົມທີ່ສຸດເພາະວ່າເຮືອນຂອງຂ້າພະເຈົ້າໃກ້ກັບຕະຫຼາດ. ສະດວກສຳລັບການນຳເອົາຜົນຜະລິດໄປສູ່ຕະຫຼາດໂດຍບໍ່ເສຍຄ່າຂົນສົ່ງ ແລະ ລູກຄ້າກໍ່ໄດ້ຜົນຜະລິດສົດໃໝ່ທຸກມື້.

Q2.ປະຈຸບັນການດຳເນີນທຸລະກິດປູກເຫັດຂອງທ່ານ ເປັນແນວໃດ?

ຂ້າພະເຈົ້າປູກເຫັດນາງໂລມ ແລະ ເຫັດຂອນຂາວ. ໃນແຕ່ລະມື້ຂ້າພະເຈົ້າຈະຕ້ອງໄດ້ກວດເບິ່ງວ່າລະບົບຄວບຄຸມການຫົດນ້ຳແມ່ນເຮັດວຽກເປັນປົກກະຕິຄື ຫົດນ້ຳ 2 ເທື່ອຕໍ່ມື້, ສ່ວນໃຫຍ່ຈະແມ່ນຕອນເຊົ້າ ແລະ ຕອນແລງ. ເຫັດຈະຖືກເກັບໃນຕອນແລງ, ຖ້າຫາກທ່ານບໍ່ມີລະບົບຄວຍຄຸມການຫົດນ້ຳ, ທ່ານສາມາດຫົດນ້ຳໃສ່ເຫັດມື້ລະເທື່ອກໍໄດ້.

Q3. ຖ້າມີຜູ່ສົນໃຈຢາກເຮັດທຸລະກິດນີ້ ຈະຕ້ອງເຮັດແນວໃດ?

ທຳອິດ, ທ່ານຈະຕ້ອງໄດ້ຮຽນຮູ້ວ່າເຫັດທີ່ທ່ານຈະຢູກແຕ່ລະຊະນິດແມ່ນເໝາະສຳລັບອາກາດແບບໃດ, ບາງຊະນິດມັກອາກາດອຸ່ນ, ບາງຊະນິດມັກອາກາດເຢັນ. ຫຼັງຈາກນັ້ນທ່ານກໍ່ຕັດສິນໃຈເລືອກເອົາຊະນິດຂອງເຫັດທີ່ທ່ານຈະປູກອີງຕາມສະພາບພື້ນທີ່ຂອງທ່ານໄດ້ເລີຍ.
ຢ່າງທີສອງ, ສຳຄັນແມ່ນທ່ານຈະຕ້ອງມີຍຸດທະສາດທາງດ້ານການຕະຫຼາດ ແລະ ຊອກຫາຄວາມຕ້ອງການຂອງລູກຄ້າໃນຂອບເຂດນັ້ນເພື່ອທ່ານຈະສາມາດສະໜອງກົງກັບຄວາມຕ້ອງການ, ແຕ່ຕ້ອງຮັບປະກັນວ່າທ່ານຈະບໍ່ລົງທຶນກັບມັນຫຼາຍເກີນກວ່າຄວາມຕ້ອງການຂອງຕະຫຼາດ.

Q4. ໃນການປູກເຫັດຈະຕ້ອງລົງທຶນປະມານເທົ່າໃດ? 

ຖົງເຊື້ອເຫັດທີ່ຊື້ຈາກບ່ອນຜະລິດເຊື້ອມີລາຄາປະມານ 2,500 ກີບ/ຖົງ. ເຮົາຊື້ 1,000 ຖົງກະຕົກປະມານ 2,5 ລ້ານກີບ. ຄວນຈະນຳໃຊ້ສິ່ງຂອງທີ່ທ່ານມີຢູ່ແລ້ວໃນເຮືອນມາປັບໃຊ້ ດີກວ່າຈະໄປຊື້ອຸປະກອນໃໝ່ທັງໝົດ, ຄືກັນກັບຂ້າພະເຈົ້າໄດ້ນຳໃຊ້ຖ້ານເກົ່າມານຳໃຊ້ມີແຕ່ຕ້ອງໝັ້ນໃຈວ່າມັນຈະຮັບນ້ຳໜັກຂອງຖົງເຫັດໄດ້. 

Q5. ທ່ານສາມາດສ້າງລາຍຮັບັຈາກການປູກເຫັດໄດ້ຫຼາຍປານໃດ?

ຖ້າເຮົາປູກປະມານ 3,000 ຖົງ, ຫຼັງຈາກທີ່ເປີດປາກຖົງແລະບົວລະບັດໄດ້ 7 ວັນ, ທ່ານກໍສາມາດເລີ່ມເກັບເຫັດຂາຍໄດ້, ປະມານ 10 ກິໂລຕໍ່ມື້. ເຫັດທີ່ເກັບໄດ້ໄປຂາຍໃນລາຄາ 18,000-25,000 ກີບ/ກິໂລ ລາຄາຂຶ້ນກັບລະດູການຂອງເຫັດ, ເຮົາຈະສາມາດສ້າງລາຍຮັບໄດ້ປະມານ 6 ລ້ານກີບຕໍ່ເດືອນ. ຖົງເຊື້ອເຫັດຈະສາມາດໃຫ້ຜົນຜະລິດໄປເລື້ອຍໆຈົນຮອດ 4-6 ເດືອນ, ກ່ອນທີ່ທ່ານຈະຊື້ຊຸດໃໝ່ມາປ່ຽໜແທນ.

Q6. ແມ່ນຫຍັງຄືສິ່ງທ້າທາຍໃນການປູກເຫັດ?

ແມ່ນຫຍັງຄືສິ່ງທ້າທາຍໃນການປູກເຫັດທ່ານຈະຕ້ອງເຂົ້າໃຈເຖິງລະດັບອຸນນະພູມທີ່ເຫັດແຕ່ລະຢ່າງຕ້ອງການນັ້ນມີຄວາມແຕກຕ່າງກັນ ແລະ ຈະຕ້ອງຮຽນຮູ້ວິທີການຄວາມຄຸມຄວາມຊຸຸ່ມ ຫຼື ອຸນຫະພູມໃນເຮືອນເຫັດ ຊຶ່ງອາດຈະໃຊ້ເວລາໜ້ອຍໜຶ່ງໃນການຮຽນຮູ້ມັນ.
ນອກຈາກນັ້ນສິ່ງທີ່ຄວນລະວັງກໍ່ຄື ຈະຕ້ອງເປີດປາກຖົງເຊື້ອເຫັດໃຫ້ຖືກວິທີ, ຖ້າເປີດບໍ່ຖືກຈະເຮັດໃຫ້ນ້ຳເຂົ້າໄປຂັງໃນຖົງເຊື້ອເຫັດແລະເຮັດໃຫ້ຮາກເຫັດເນົ່າ. ທ່ານຍັງຈຳເປັນຈະຕ້ອງເອົາສັດຕູພືດຂອງເຮັດອອກເລື້ອຍໆ. ສຳລັບຂ້າພະເຈົ້າແມ່ນໃຊ້ສ່ວນປະສົມຈາກສະໝຸນໄພພື້ນບ້ານຄື: ເຄືອເຂົາຮໍ ຢາສູບໝັກກັບ EM ໃສ່ໃນ ລະບົບຫົດນໍ້າຂອງເຮືອນເຫັດ. 

Q7. ທ່ານມັກຫຍັງທີ່ສຸດໃນທຸລະກິດການປູກເຫັດ?

ມັນເປັນວຽກທີ່ເໝາະສົມຫຼາຍສຳລັບຄົນທີ່ບໍ່ມີເວລາຫຼາຍ. ພິເສດຖ້າຫາກທ່ານລົງທຶນນຳໃຊ້ລະບົບຫົດນ້ຳໃຫ້ແກ່ເຮືອນເຫັດ, ທ່ານອາດຈະໃຊ້ເວລາພຽງແຕ່ສຳລັບການເກັບເຫັດ ຊຶ່ງສາມາດເກັບໄດ້ມື້ລະ 2 ຄັ້ງ.


 

ການປະກອບສ່ວນ