ເຕັກນິກການປູກຜັກກະຫຼ່ຳດອກຂຽວ

Sakhone INTHAVONG
ເຜີຍເຕັກນິກການປູກຜັກກະຫຼ່ຳດອກຂຽວ
ແນະນຳວິທີເຮັດ
https://www.google.com/search?q=broccoli&sxsrf=ALeKk02eH_ZdrDuC8OBBHL4Jal2Gp_iG6A:1605747254968&source=lnms&tbm=isch&sa=X&ved=2ahUKEwj5v-zVso3tAhWcyosBHRtkAq0Q_AUoAXoECA0QAw&biw=1522&bih=738#imgrc=p4FylfovrhmAIM
phakhaolao.la

ຜັກກະຫຼ່ຳດອກຂຽວເປັນຜັກທີ່ປູກເພື່ອບໍລິໂພກສ່ວນຂອງດອກອ່ອນ ແລະ ກ້ານດອກຂອງມັນ ເຊິ່ງເປັນພືດປູກໄດ້ດີໃນເຂດອາກາດໜາວ ແຕ່ປັດຈຸບັນໄດ້ມີການປັບປຸງພັນໃຫ້ທີ່ສາມາດປູກໄດ້ໃນຂົງເຂດທີ່ມີສະພາບອາກາດຮ້ອນໄດ້ຫຼາຍຂຶ້ນ. ສ່ວນຂອງດອກມີສີຂຽວມີລົດຊາດຫວານກອບ ແລະ ມີຄຸນຄ່າທາງສານອາຫານສູງ ພ້ອມທັງນິຍົມນຳມາປະກອບອາຫານໄດ້ຫຼາກຫຼາຍເຊັ່ນ: ຂົ້ວ, ແກງ, ລວກຈ້ຳແຈ່ວ ແລະ ຍັງສາມາດນຳແຕ່ງໜ້າອາຫານໃຫ້ສວຍງາມອີກດ້ວຍ.

ກະຫຼ່ຳດອກຂຽວສາມາດປູກໄດ້ໄດ້ໃນດິນເກືອບທຸກຊະນິດ ແຕ່ຈະມັກດິນລ່ວນທີ່ອຸດົມສົມບູນສູງມີຄ່າ pH ປະມານ 6-6,5 ແລະ ມີຄວາມຊຸ່ມຊື່ນໃນດິນສູງ, ທີ່ສຳຄັນຜັກກະຫຼ່ຳດອກຂຽວຈະມັກແສງແດດຕະຫຼອດວັນ, ອຸນຫະພູມທີ່ເໝາະສົມຄື: 18-27 ອົງສາ, ແຕ່ເໝາະສົມກວ່າແມ່ນ 20 ອົງສາ, ສ່ວນລະດູການທີ່ເໝາະແກ່ການປູກແມ່ນຊ່ວງເດືອນ ພະຈິກ ຫາ ທັນວາ.

https://decor.mthai.com/garden/55698.html

ແນວພັນ

ແນວພັນທີ່ເໝາະແກ່ການປູກສ່ວນຫຼາຍແມ່ນພັນເບົາເພາະຈະອາຍຸການເກັບກ່ຽວສັ້ນກວ່າ ແລະ ຂະໜາດຂອງດອກໃຫຍ່ປະມານ 10-15 ຊຕມ, ມີການຈະເລີນເຕີບໂຕໄວ, ທົນທານຕໍ່ພະຍາດ ແລະ ແມງໄມ້,  ສຳລັບແນວພັນທີ່ນິຍົມປູກແມ່ນພັນ: Dicico, ພັນ Top Green F, ພັນຕາຊ້າງເບີ 12, 30 ແລະ ພັນໄຕ້ຫວັນເປັນຕົ້ນ.

ການກຽມໜານ ແລະ ການກ້າເບ້ຍ

ຕ້ອງໄດ້ມີການຂຸດ ຫຼື ໄຖດິນໃຫ້ເລິກປະມານ 10-15 ຊຕມ ແລ້ວຈຶ່ງຕາກດິນໄວ້ປະມານ 5-7 ວັນ ຫຼັງຈາກນັ້ນໃຫ້ທຸບດິນໃຫ້ມຸ່ນລະອຽດ ແລະ ແປງເປັນໜານຕາມທີ່ຕ້ອງການ. ຖ້າເນື້ອທີ່ດິນ 1 ໄລ່ ຄວນເຮັດເນື້ອທີ່ໜານກ້າຂະໜາດ 5-10 ແມັດໂດຍໃຊ້ເມັດພັນ 1 ໄລ່ປະມານ 100-150 ກຣາມ. ຫຼັງຈາກກຽມໜານແລ້ວໃຫ້ຫວ່ານເມັດພັນຢ່າງສະໝ່ຳສະເໝີທົ່ວໜານປົກດ້ວຍຝຸ່ນຄອກ ຫຼືຝຸ່ນ ໝັກ ຫົດນ້ຳໃຫ້ທົ່ວໜານ ຈຶ່ງຄຸມດ້ວຍເຟືອງບາງໆ ເພື່ອຊ່ວຍຮັກສາຄວາມຊຸ່ມໃນດິນ. ຫຼັງຈາກນັ້ນຫົດນ້ຳເປັນປະຈຳ ແລະ ໝັ່ນກວາດກາຢ່າງສະໝ່ຳສະເໝີ ໂດຍສະເພາະໃນໄລຍະທີ່ຍັງເປັນຕົ້ນກ້າ. ເມື່ອແຕກງອກໃຫ້ຖອນແຍກຕົ້ນທີ່ອ່ອນແອຖີ້ມ, ເມື່ອຕົ້ນກ້າອາຍຸ 28 ວັນ ຫຼື ຕົ້ນກ້າມີໃບຈິງ 4-5 ໃບ ຈຶ່ງຖອນແຍກໄປປູກໄດ້ເລີຍ.

ການກຽມດິນປູກ

ຜັກກະຫຼ່ຳດອກຂຽວເປັນພືດທີ່ມີລະບົບຮາກຕື້ນ ສະນັ້ນຄວນຂຸດໄຖດິນເລິກປະມານ 15-20 ຊຕມ ຫຼັງຈາກນັ້ນຈຶ່ງຕາກດິນໄວ້ປະມານ 5-7 ວັນ ແລ້ວທຸບດິນໃຫແຕກດີ ແລະ ໃສ່ຝຸ່ນໝັກ ຫຼື ຝຸ່ນບົ່ມປະມານ 250-300 ກິໂລ/ໄລ່. ຖ້າເປັນດິນກົດໃຫ້ໃສ່ປູນຂາວເພື່ອປັບລະດັບ pH ຂອງດິນໃຫ້ເໝາະສົມ ແລ້ວແປງເປັນໜານຕາມຂະໜາດທີ່ຕ້ອງການ.

ການປູກ

ເມື່ອເບ້ຍອາຍຸໄດ້ 28 ວັນ ຄວນຍ້າຍໄປປູກເລີຍ ໂດຍເລືອກຕົ້ນທີ່ແຂງແຮງ ທີ່ສຳຄັນເວລາທີ່ຍ້າຍໄປປູກຄວນເປັນຊ່ວງຕອນເຊົ້າ ຫຼື ຕອນແລງກໍໄດ ແຕ່ກ່ອນຍ້າຍໄປປູກຄວນຫົດນ້ຳໜານກ້າກ່ອນ ເພື່ອງ່າຍໃນການເອົາເບ້ຍ ເວລາຖອນແຕ່ລະຕົ້ນຕ້ອງໃຫ້ມີດິນຕິດມານຳຮາກເບ້ຍຈຶ່ງເປັນການດີ. ສຳລັບໜານທີ່ຈະປູກຕ້ອງຫົດນ້ຳໃຫ້ຊຸ່ມກ່ອນ ແລ້ວໃຊ້ໄມ້ ຫຼື ສຽມຂຸດດິນເປັນຂຸມໂດຍມີໄລຍະຫ່າງລະຫວ່າງແຖວ 50 ຊຕມ, ສ່ວນໄລຍະຫ່າງລະຫວ່າງຕົ້ນປະມານ 40 ຊຕມ. ຫຼັງຈາກປູກແລ້ວຄວນຄຸມໜານດ້ວຍເຟືອງ ຫຼື ຫຍ້າແຫ້ງບາງໆເພື່ອໃຫ້ຕົ້ນເບ້ຍຕັ້ງໂຕໄວຂຶ້ນ ແລະ ຊ່ວຍເກັບຮັກສາຄວາມຊຸ່ມໃນດິນ.

ການບົວລະບັດຮັກສາ

ການໃຫ້ນ້ຳ: ກະຫຼ່ຳດອກຂຽວເປັນພືດທີ່ຕ້ອງການຄວາມຊຸ່ມສູງຢ່າງສະໝ່ຳສະເໝີ ດັ່ງນັ້ນການໃຫ້ນ້ຳແບ່ງອອກເປັນ 2 ໄລຍະ:

  • ໄລຍະຫຼັງການປູກໃໝ່: ເປັນຊ່ວງທີ່ບໍ່ຕ້ອງການນ້ຳຫຼາຍ ແຕ່ຕ້ອງການນ້ຳຢ່າງສະໝ່ຳສະເໝີໃນປະລິມານທີ່ພໍດີບໍ່ໃຫ້ຊຸ່ມຈົນເກີນໄປ ໄລຍະນີ້້ຄວນໃຫ້ນ້ຳມື້ລະ 2 ຄັ້ງ ເຊົ້າແລງ.
  • ໄລຍະຈະເລີນເຕີບໂຕຈົນເຖິງຕົ້ນໃຫຍ່ຈົນອອກດອກ: ເປັນໄລຍະທີ່ຕ້ອງການນ້ຳຫຼາຍຂຶ້ນ ໂດຍສະເພາະໃນຊ່ວງທີ່ດອກຈະເລີນເຕີບໂຕ ເພາະນ້ຳຈະເຮັດໃຫ້ດອກຈະເລີນເຕີບໂຕຢ່າງສະໝ່ຳສສະເໝີ ແລະ ສົມບູນ. ດັ່ງນັ້ນການໃຫ້ນ້ຳໃນຊ່ວງນີ້ຄວນມື້້ລະ 2-3 ຄັ້ງ/ມື້ ໃນປະລິມານທີ່ເໝາະສົມ.

ການໃຫ້ປຸ໋ຍ: ມີ 2 ສູດຄື:

1. ສຳລັບປຸ໋ຍສູດ 15-15-15 ໃນອັດຕາ 50-150 ກິໂລ/ໄລ່ ໂດຍຂຶ້ນກັບຄວາມອຸດົມສົມບູນຂອງດິນໂດຍແບ່ງ 2 ຄັ້ງໃນການໃສ່

  • ຄັ້ງທີ 1 ໃສ່ຮອງພື້ນ
  • ຄັ້ງທີ 2 ຄວນໃສ່ເມື່ອຕົ້ນກະຫຼ່ຳດອກຂຽວອາຍຸ 14-21 ວັນ ຫຼັງຈາກຍ້າຍອອກປູກຮຽບຮ້ອຍແລ້ວໂຮຍໃສ່ຂ້າງຕົ້ນໂດຍການໃຊ້ ໄມ້ຈີ້ມ ແລະ ພວນດິນໄປພ້ອມ.

2. ສຳລັບປຸ໋ຍສູດ 46-00-00 ໃນອັດຕາ 20-25 ກິໂລ/ໄລ່ ໂດຍແບ່ງໃສ່ 2 ຄັ້ງຄື:

  •  ຄັ້ງທີ 1 ໃນໄລຍະ 7-10 ວັນ ຫຼັງຍ້າຍອອກມາປູກ.
  • ຄັ້ງທີ 2 ອາຍຸໄດ້ 30-40 ວັນ ຫຼັງຍ້າຍປູກເພື່ອຊ່ວຍເລັ່ງໃນການສ້າງດອກ.

ການເກັບກ່ຽວ

ສຳລັບຜັກກະຫຼ່ຳດອກຂຽວອາຍຸການເກັບກ່ຽວແມ່ນຂື້ນກັບພັນ ແລະ ເວລາການເກັບກ່ຽວຄວນເປັນຕອນເຊົ້າ ຫຼື ຕອນແລງ. ການເກັບກ່ຽວນັບຈຳນວນວັນທີ່ສັງເກດເຫັນດອກພົ້ນອອກມາທີ່ຍອດປະມານ 7 ວັນ ແຕ່ຖ້າອາກາດຮ້ອນຫຼາຍຈະເຮັດໃຫ້ການເກັບກ່ຽວໄວຂຶ້ນປະມານ 3-4 ວັນ ຖ້າອາກາດໜາວຫຼາຍຈະເຮັດໃຫ້ການເກັບກ່ຽວຊ້າລົງປະມານ 7-14 ວັນ.

ວິທີເກັບກ່ຽວ:

ແມ່ນໃຊ້ມີດຕັດດອກຜັກກະຫຼ່ຳອອກໂດຍໃຫ້ມີໃບຫໍ່ຫຸ້ມປະມານ 3-4 ໃບ ເພື່ອປ້ອງກັນແຮງກະທົບກະເທືອນຈາກການຂົນສົ່ງ ແລະ ເຮັດໃຫ້ເບິ່ງສວຍງາມ, ຄວນຕັດໃສ່ກະຕ່າ ຫຼື ພາສະນະບັນຈຸທີ່ສະອາດ ແລ້ວນຳໄປເກັບຮັກສາໄວ້ບ່ອນຮົ່ມ ຫຼື ຫ້ອງເຢັນກ່ອນການຂົນສົ່ງເພື່ອຮັບປະກັບຄຸນະພາບໃຫ້ດີ.

ປະໂຫຍດ ແລະ ສັບພະຄຸນ

ຜັກກະຫຼ່ຳດອກຂຽວນອກຈາກຈະມີລົດຊາດຫວານກອບສາມາດນຳມາປະກອບອາຫານໄດ້ຫຼາກຫຼາຍແລ້ວ ຍັງມີຄຸນຄ່າທາງສານອາຫານສູງ ອຸດົມໄປດ້ວຍເບຕ້າແຄໂລທີນ, ເສັ້ນໄຍອາຫານ, ວິຕາມິນ C ແລະ ສານຕ່າງໆອີກຫຼາຍຊະນິດທີ່ມີປະໂຫຍດຄື:

  • ຊ່ວຍຕ້ານອະນຸມູນອິດສະຫຼະ ຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ.
  • ຊ່ວຍບຳລຸງຜິວພັນ, ບຳລຸງຜິວໜັງໃຫ້ຊຸ່ມຊື່ນ.
  • ບຳລຸງ ແລະ ຮັກສາສາຍຕາປ້ອງກັນການເກີດຕາເປັນຕໍ້ກະຈົກ.
  • ຊ່ວຍປ້ອງກັນໂລກຄວາມດັນເລືອດສູງ.
  • ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ປ້ອງກັນໂລກກະດູກຝຸ່ຍ..

ຄຸນຄ່າທາງໂພຊະນາການ

ຜັກກະຫຼ່ຳດອກຂຽວ 100 ກຣາມໃຫ້ພະລັງງານ 34 ກິໂລແຄລໍຣີ, ໂປຣຕິນ 2,82 ກຣາມ, ຄາໂບໄຮເດດ 6,64 ກຣາມ, ນ້ຳຕານ 1,7 ແຄຣລໍຣີ, ໄຂມັນ 0,2 ກຣາມ, ເສັ້ນໄຍ 2,6 ກຣາມ, ນ້ຳ 89,3 ກຣາມ, ວິຕາມິນເອ 4%.

https://www.pexels.com/photo/cheerful-lesbian-couple-hugging-and-cooking-dinner-together-4132305/

 

ທີ່ມາ: ປື້ມຄູ່ມືການປູກພືດຜັກສວນຄົວ

ການປະກອບສ່ວນ