ການປູກຜັກບົ້ງ

Soulivanh BOUNTHAMMY
ຜັກບົ້ງເປັນຜັກຊະນິດໜື່ງທີ່ມີປະໂຫຍດຫຼາຍຢ່າງ, ປູກງ່າຍ, ຈະເລີນເຕີບໂຕໄວ້, ບົວລະບັດຮັກສາງ່າຍ ແລະ ສາມາດປູກໄດ້ຕະຫຼອດປີ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%A7%E0%B8%B4%E0%B8%98%E0%B8%B5%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%9A%E0%B8%B8%E0%B9%89%E0%B8%87&source=lnms&tbm=isch&sa=X&ved=0ahUKEwianI333_LjAhUNIIgKHcJHA5wQ_AUIESgC&cshid=1565249551218025&biw=1280&bih=610#imgrc=_gU5D-ZsrRyNeM:
postsod.com

ການປູກ
 ແຊ່ ຫຼື ມ່າແນວພັນ (ແກ່ນ) ຜັກບົ້ງ 1 ຄືນ ແລ້ວນໍາມາຫໍ່ໃສ່ຜ້າຝ້າຍ, ຫົດນໍ້າໃຫ້ປຽກຊຸ່ມ 1 ມື້, ປະໄວ້ໃນອຸ່ນຫະພູມທີ່ເໝາະສົມບໍ່ຮ້ອນ ແລະ ບໍ່ເຢັນເກີນໄປ, ແລ້ວນໍາໄປປູກ ຫຼື ຫວ່ານເປັນແຖວ.
-  ເອົາແນວພັນ (ແກ່ນ) ໄປຫວ່ານເປັນແຖວໃຫ້ສະໝໍ່າສະເໝີໃຫ້ທົ່ວໜານ.
-  ຫຼັງຈາກນັ້ນ, ປົກດ້ວຍຝຸ່ນບົ່ມ ຫຼື ຝຸ່ນຄອກໜາປະມານ 0.5-1 ຊມ, ສໍາເລັດແລ້ວຫົດດ້ວຍບົວຝອຍໃຫ້ປຽກຊຸ່ມດີ.

ການບົວລະບັດຮັກສາ
-  ຫຼັງຈາກຫວ່ານພັນແລ້ວຄວນຫົດນໍ້າ 1-2 ເທື່ອຕໍ່ມື້ (ຕອນເຊົ້າ ແລະ ຕອນແລງ) ໃນໄລຍະ 1-2 ອາທິດຫຼັງຈາກຜັກຈະເລີນເຕີບໂຕດີແລ້ວຈຶ່ງຫົດໜ້ອຍລົງ 1 ເທື່ອຕໍ່ມື້ກະໄດ້.
-  ຖ້າຜັກຂະຫຍາຍຕົວຊ້າຄວນໃສ່ຝຸ່ນຄອກຕື່ມພ້ອມທັງຈີ້ມດິນຕາມລະຫວ່າງຕົ້ນ 2 ເທື່ອຕໍ່ອາທິດ ທັງເປັນການກໍາຈັດຫຍ້າໄປພ້ອມເພື່ອໃຫ້ດິນຖ່າຍເທອາກາດໄດ້ດີ.
-  ສີດຢາສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້.
ການເກັບກ່ຽວມີ 2 ວິທີ:
    ວິທີການຫຼົກ: ເມື່ອຜັກໃຫຍ່ສາມາດນໍາໄປຮັບປະທານໄດ້ແມ່ນຫຼົກອອກໝົດຕົ້ນ.
    ວິທີການຕັດ: ກໍານົດທີ່ຈະຕັດເພື່ອເອົາຍອດໄປບໍລິໂພກແລ້ວໃຫ້ຕົ້ນຜັກທີ່ເຫຼືອສາມາດປົ່ງຍອດໄດ້ອີກ.
ການເກັບ ແລະ ຮັກສາໄວ້ກິນຍາວນານ:
-  ຫຼົກຜັກໃຫ້ໄດ້ທັງຮາກແລ້ວລ້າງໃຫ້ສະອາດ, ໃຫ້ສະເດັດນໍ້າຫຼັງຈາກນັ້ນເອົາໃສ່ຖົງຢ່າງອັດໃຫ້ແໜ້ນເອົາເຂົ້າໄວ້ຕູ້ແຊ່ ຫຼື ຕູ້ເຢັນໄວ້ກິນ.
-  ລວກແລ້ວເອົາໄປຕາກແດດໃຫ້ແຫ້ງດີ, ໃສ່ຖົງຢາງອັດໃຫ້ແໜ້ນເກັບຮັກສາໄວ້ບ່ອນຫົ່ມ ແລະ ແຫ້ງດີ.
ຄຸນຄ່າທາງໂພສະນາການ:
ຜັກຊະນິດນີ້ແມ່ນມີວິຕາມິນເອ (A), ບີ6 (B6), ແຄວຊຽວ (Ca), ທາດເຫຼັກ (Fe)ແລະ ທາດສັງກະສີ (Zn). ຊ່ວຍຮັກສາພະຍາດຜິວໜັງ (ຝີ, ໜອງ, ບາດແຜ), ແກ້ໄອຫືດ, ຂັບຖ່າຍສະດວກ, ບໍາລຸງສາຍຕາ, ບໍາລຸງຜິວ, ເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ. ແຄວຊຽມ ແລະ ທາດເຫຼັກຈໍາເປັນຫຼາຍສໍາຫຼັບແມ່ຍິງໄວ້ຈະເລີນພັນ ແລະ ແມ່ຍິງຖືກພາ.

ການປະກອບສ່ວນ