ຂີງດຳເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດໄດ້ມີການປູກຂາຍເພື່ອເປັນສີນຄ້າຈຳນວນຫຼວງຫຼາຍ ແລະ ໄດ້ມີລາຄາຂ້ອນຂ້າງແພງກວ່າຂີງຊະນິດອື່ນໆ, ສ່ວນຫຼາຍຂີງຊະນິດນີ້ສາມາດປູກ ແລະ ເກັບກູ້ໄດ້ພາຍໃນໜື່ງປີ. ໂດຍສ່ວນຫຼາຍແລ້ວການປູກຖ້າດິນບໍ່ດີປານໃດອາດໄດ້ໃສ່ຝຸ່ນຊີວະພາບຫຼາຍນັ້ນສະແດງວ່າຕົ້ນທືນການປູກຈະສູງຂື້ນ, ເຮັດໃຫ້ໄດ້ກຳໄລ່ນ້ອຍລົງ, ແຕ່ໂດຍປົກກະຕິແລ້ວໃນການຄິດໄລ່ໃຫ້ພໍດີແມ່ນໃສ່ຝຸ່ນປະມານ 4 ໂຕນຕໍ່ໄລ່, ກໍ່ພໍ່ດີ ເພາະວ່າເຮົາໃສ່ຕອນກະກຽມດິນ ແລະ ຕົ້ນທີ່ໃຫຍ່ແລ້ວພຽງສອງເທື່ອເທົ່ານັ້ນ, ມີແຕ່ບົວລະຮັກສາຈົນເກັບກູ້ອາດໃຊ້ແຮງງານຫຼາຍເດືອນພໍສົມຄວນຈື່ງສາມາດເກັບກູ້ຜົນຜະລິດໄດ້, ແຕ່ມັນກໍ່ຄູມຄ່າເພາະວ່າໄດ້ໄລ່ຈຳນວນຫຼວງຫຼາຍເພາະວ່າລົງທືນໃນໄລ່ໜື່ງປະມານ 25,540,000 ກິບ ແລະ ສາມາດໄດ້ກຳໄລ່ປະມານ 82,460,000 ກິບ. ຖ້າເຮັດຫຼາຍໄລ່ກໍ່ອາດຈະເພີ່ມທະວິຄູນຂື້ນຕາມຈຳນວນໄລ່ຂອງຕົ້ນທຶນ ແລະ ກຳໄລ່ກໍ່ເຊັ່ນດຽວກັນ. ການປູກຂີງຊະນິດອື່ນກໍ່ຄ້າຍຄືກັນສຳລັບຕົ້ນທືນ ແຕ່ອາດຈະແຕກຕ່າງກັນເລື່ອງລາຄາຂອງແນວພັນປູກອາດຈະແຕກຕ່າງກັນເພາະລາຄາຂີງແຕ່ລະຊະນິດແມ່ນບໍ່ເທົ່າກັນ. 

ການໄລ່ລຽງເສດຖະກີດຂອງກໍລະນິການປູກຂີງດຳ

ລ/ດ ລາຍລະອຽດ ຫົວໜ່ວຍ ລາຄາຕໍ່ຫົວໜ່ວຍ (ກີບ) ຈ/ນທີ່ໃຊ້ຫຼືໄດ້ຕໍ່ປີ ລວມ (ກີບ)
1 ວັດຖຸປັດໃຈນຳເຂົ້າ        
1.1 ບຸກເບີກເນື້ອທີ່ ໄລ່ 600,000 1 600,000 
1.2 ປຸ໋ຍຄອກຊີວະພາບ ໂຕນ 985,000 4 3,940,000 
1.3 ແນວພັນ ກກ. 120,000 160 19,200,000
1.4 ລວມວັດຖຸປັດໃຈນຳເຂົ້າ       23,740,000
2 ຄ່າແຮງງານ        
2.1 ອະນາໄມພຶ້ນທີ່ ຄົນມຶ້ 30,000 10 300,000
2.2 ປູກ ຄົນມຶ້ 30,000 20 600,000
2.3 ເສຍຫຍ້າ ຄົນມຶ້ 30,000 10 300,000
2.4 ເກັບກູ້ ຄົນມຶ້ 30,000 20 600,000
2.5 (II) ລວມຄ່າແຮງງານ       25,540,000
2.6 (III) ລວມຕົ້ນທືນການຜະລິດ (I+II)       25,540,000
3 ລາຍຮັບ        
3.1 ຜົນຜະລິດຫົວຂີງດຳ ກກ. 120,000  900 108,000,000
3.2 (IV) ລວມລາຍຮັບ       108,000,000
3.3 ກຳໄລສຸດທິ (IV-III)       82,460,000
3.4 ລາຍຮັບຕໍ່ປີ           82,460,000

 

ການປະກອບສ່ວນ