-    ນຳເອົາຫົວຂີງດຳມາລ້າງໃຫ້ສະອາດປະມານ 2-3 ຄັ້ງ, ແລ້ວສ້ອມເອົາຫົວທີ່ແມງໄມ້ກັດ ຫຼື ໃຊ້ບໍ່ໄດ້ອອກ, ແລ້ວໃສ່ກະຕ້າເພື່ອໃຫ້ນ້ຳສະເດັດອອກ.
-    ຈາກນ້ັນເອົາຫົວທີ່ລ້າງແລ້ວມາຊອຍ ຫຼື ຫັ່ນເປັນປ່ຽງບາງໆປະມານ 2-3 ມມ, ເມື່ອຊ່ອຍແລ້ວກໍ່ນຳເອົາໄປຕາມແດດປະມານ 1 ອາທິດ, ໃຫ້ເຫືຼອຄວາມຊຸ່ມປະມານ 10%, ຈາກນັ້ນກໍ່ເອົາອັນແຫ້ງໄປບັນຈຸໃສ່ຖົງ, ເກັບໄວ້ບ່ອນທີ່ແຫ້ງ ແລະ ອາກາດຖ່າຍເທດີ ຫົວສົດ 5 ກິໂລ ຈະໄດ້ຫົວແຫ້ງ 1 ກິໂລ.
-    ການເຮັດບົດມູ່ນໂດຍການນຳເອົາຫົວທີ່ແຕກແຫ້ງນັ້ນມາຕຳ ຫຼື ມາບົດດ້ວຍເຄື່ອງບົດໃຫ້ມູນລະອຽດແລ້ວເອົາຜ່າແຍ້ງມາຮ່ອນເອົາແຕ່ອັນທີ່ມູນລະອຽດ, ຈາກນັ້ນກໍ່ເອົາອັນມູ່ນລະອຽດນັ້ນບັນຈຸໃສ່ໃນຖົງທີ່ສະອາດ, ແລ້ວເກັບໄວ້ບ່ອນທີ່ມີອາກາດໂລ່ງ, ອາກາດຖ່າຍເທ່ດີ.
-    ການເກັບຮັກສາ ສຳລັບຫົວທີ່ເຮັດແຫ້ງໄວ້ ຄວນເອົາອອກມາອົບແຫ້ງອິກເພື່ອປ້ອງກັນເຊື້ອຣາ ແລະ ແມງໄມ້ເຂົ້າຕ້ອງມັນກວດກາເປັນປະຈຳ, ບໍ່ຄວນເອົາໄວ້ເກີນສອງປີ, ເພາະຈະໝົດຄູນນະພາບ.

Keoudone
ຂະບວນການຜະລິດເປັນຜະລິດຕະພັນຢາ

 

ການປະກອບສ່ວນ