ເຫງົ້າປະກອບດ້ວຍນ້ຳມັນຫອມລະເຫີຍໂດຍມີ borneol ເປັນອົງປະກອບຫຼັກ ແລະ ຍັງທາດກຸ່ມ flavonoid, chalcone, anthocyanin ເປັນຕົ້ນ. ທາດ 5,7-ໄດເມອົກຊີຟລາໂວນ (5,7-DMF)  ທີ່ແຍກໄດ້ຈາກເຫງົ້າຂີງດຳ ມີປະສິດທິພາບຕ້ານການອັບເສບ ແລະ ລົດໄຂ້, ຈາກການຄົ້ນຄວ້າທາດ 5,7-DMF ນີ້ສາມາດຕ້ານການອັບເສບແບບສຽບພັນໄດ້ດີກວ່າແບບຊໍາເຮື້ອ ໂດຍສະແດງການຍັບຢັ້ງການບວມຈາກທາດຄາຣາຈີແນນ (carrageenan)  ແລະ ຄາໂອລີນ (kaolin) ໄດ້  16.0-48.0%   ແລະ  43.7-80.9%    ຕາມລຳດັບ, ນອກຈາກນີ້ຍັງພົບວ່າ ທາດ  5,7-DMF   ມີປະສີດທີພາບຍັບຢັ້ງການສ້າງສານ prostaglandin G ທີບົ່ງຊັດເຈັນ.  ທາດ 5,7,4’-trimethoxyflavone ແລະ  5,7,3’,4’ –tetramethoxyflavone ມີປະສິດທີພາບຕ້ານເຊື້ອ Plasmodium falciparum  ທີ່ເປັນສາເຫດຈາກມາເລເຣຍ ສ່ວນ ທາດ 3,5,7,4’-tetramethoxyflavone ແລະ 5,7,4’-trimethoxyflavone ຕ້ານເຊື້ອພະຍາດ  Candida albicans ແລະ ຕ້ານເຊື້ອພະຍາດ Mycobacterium .

ການປະກອບສ່ວນ