ການປູກຂີງດຳກໍ່ຄືການປູກຫວ້ານຊະນິດຕ່າງໆ ມີການຈະເລີນເຕີບໂຕໃນຊ່ວງຕົ້ນລະດູຝົນ ແລະ ໃບເລີ່ມແກ່ ແລະ ຫ່ຽວແຫ້ງໃນຊ່ວງລະດູແລ້ວ ແລະ ຈະກັບມາແຕກໃບໃນຊ່ວງຕົ້ນລະດູຝົນປີຕໍ່ໄປ.  ການປູກຂີງດຳນີຍົມກັນປູກໃນຊ່ວງຕົ້ນລະດູຝົນ ຫຼື ຫຼັງຝົນຕົກ 1-2 ຄັ້ງທຳອິດ, ຊ່ວງເດືອນມັງກອນ-ພືດສະພາ ໂດຍການແບ່ງແງ່ປູກ ສຳລັບແງ່ທີ່ມີການຫັກຈົນເຫັນເນື້ອໃນໃຫ້ປ້າຍດ້ວຍປູກຂາວ ຫຼື ປູກຄ້ຽວໝາກກ່ອນປູກ ແງ່ທີ່ປູກຈະແຕກແງ່ອ່ອນຈະເລີນເຕີບໂຕໄດ້ເປັນຕົ້ນໃໝ່ ສ່ວນແງ່ພັນຈະແຫ້ງ ຫຼື ເນົ່າໄປ.
ການກະຕຽມດິນປູກ: ການປູກໃນໜານ ກຽມດິນດ້ວຍການໄຖພວນດີນຮ່ວມກັບກຳຈັດວັດສະພືດ ແລະ ຕາກດິນນານ 1-2 ອາທີດ ຫຼັງຈາກນັ້ນ, ຫວ່ານໂຮຍດ້ວຍຝຸ່ນຄອກ ຫຼື ຂີ້ສັດຕ່າງໆ ອາດຈະເປັນປູ໋ຍໝັກ ອັດຕາ 2-5 ໂຕນ/ໄລ່ ລວມກັບປູຍເຄມີ 15-15-15 ອັດຕາ 30-50 ກີໂລ/ໄລ່ ພ້ອມໄຖເປັນຮ່ອງໄລຍະຫ່າງ 50-70 ຊັງຕິແມັດ ຫຼື ອາດພຽງໄຖພວນດີນປົກກໍ່ໄດ້ ເພາະຈະສາມາດປູກໃນໄລຍະຕາມທີ່ກຳນົດໄດ້ບໍ່ຄືກັນກັບການໄຖເປັນຮ່ອງທີ່ອາດເປືອງພື້ນທີ່ຫຼາຍ.
ວິທີປູກ: ຫົວພັນ ຫຼື ແງ່ທີ່ໃຊ້ປູກຄວນເປັນຫົວແກ່ ອາຍຸປະມານ 10-12 ເດືອນ ໄລຍະປູກລະຫວ່າງແຖວ ແລະ ຂູມ ປະມານ 20 x 20 ຊັງຕິແມັດ ເຖີງ 20 x 30 ຊັງຕິແມັດ, ໃຊ້ 2-5 ແງ່/ຂູມ ໂດຍການຂູກຂູມຝັ່ງແງ່ໃນລະດັບປະມານ 5-10 ຊັງຕິແມັດ, ບໍ່ຄວນຝັງເລີກເກີນໄປ ເພາະອາດເຮັດໃຫ້ແງ່ເນົ່າໄດ້ງ່າຍ ພື້ນທີ່ 1 ໄລ່ ຈະໃຊ້ແງ່ພັນປະມານ 160-200 ກິໂລ.
ການປູກໃສ່ກະໂຖ: ຈະໃຊ້ດິນປະສົມກັບຝຸ່ນຄອກ ຫຼື ປຸ່ຍໝັກໃນອັດຕາດິນຕໍ່ປຸ່ຍທີ 2:1 -3:1 ໂດຍເລືອກໃຊ້ຂະໜາດກະໂຖທີ່ພໍເໝາະສົມສຳລັບການປູກພຽງ 1-2 ແງ່ ເຊັ່ນຂະໜາດ 10-15 ນີ້ວ.

ການປະກອບສ່ວນ