ຫັດກໍ່ແດງ ເປັນເຫັດທີ່ສັງຊິບກັບຮາກຂອງຕົ້ນໄມ້ ໂດຍສະເພາະແມ່ນໄມ້ເນື້ອແຂງ ພືດຕະກຸນໄມ້ກໍ່ (Fagaceae), ເສັ້ນໃຍຂອງເຊື້ອເຮັດຈະແຜ່ຂະຫຍາຍໄດ້ດີເມື່ອອາກາດຮ້ອນອົບອຸ່ນແລ້ວຝົນຕົນ, ໂດຍ ສະເພາະແມ່ນຊ່ວງຕົ້ນລະດູຝົນ ແຕ່ເດືອນພືດສະພາ ຫາ ຕົ້ນເດືອນມິຖຸນາ, ເມື່ອຝົນຕົກປະຊ່ວງແລ້ວ ຝົນຕົກອິກເຫັດຊະນິດກໍ່ອອກອິກ ແຕ່ຈະອອກໜ້ອຍລົງ, ຈະອອກອິກຄັ້ງເມື່ອທ້າຍລະດູຝົນ. ມັກເກີດໃນ ດິນລ້ວນປະສົມຊາກເສດໄມ້ເນົ່າເປື່ອຍ, ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 800-1600 ມ, ດິນມີຄວາມເປັນກົດ-ດ່າງ (pH) 6.5-7.2, ມີຄວາມຊຸ່ມຊື່ນໃນດິນສາມາດສຳພັດໄດ້. ຮົ່ມເງົາຂອງ ຕົ້ນໄມ້ໜາແໜ້ນປະມານ 50%, ຊະນິດໄມ້ສ່ວນຫຼາຍເປັນໄມ້ຫຼົ່ນໃບ ເຊັ່ນ: ໄມ້ຄາຍໂສ້ (Schima wallichii), ໄມ້ຮີ້ງ (Keteleeria evelyniana), ໄມ້ແປກສອງຍ່ອຍ (Pinus kesiya), ໄມ້ກາລະບູນ (Betula alnoides), ກໍ່ແກບ (Castanopsis echinocarpa), ກໍ່ແດງ (Castanopsis hystrix), ກໍ່ກືດ (Castanopsis tribuloides), ໄມ້ມູນ (Elaeocarpus stipularis), ໄມ້ເປົ້າໂຫງ (Engelhardtia serrata), ກໍ່ຂີ້ໜູ (Lithocarpus polystachius), ໄມ້ໝີ່ໂທ (Phoebe lanceolata), ໄມ້ກໍ່ສາ (Quercus griffithii), ໄມ້ສົ້ມເຄາະ (Vaccinium sprengelii) ແລະ ອື່ນໆ.

ເຫັດກໍ່ແດງ ເປັນເຫັດຢູ່ຮ່ວມກັນແບບເພິ່ງພາອາໄສເຊິ່ງກັນ ແລະ ກັນ, ລະຫວ່າງເຊື້ອເຫັດ ກັບຮາກ ຕົ້ນໄມ້, ໂດຍທີ່ຕົ້ນໄມ້ຈະໄດ້ຮັບທາດອາຫານ ແລະ ນ້ຳ, ທາດຟົສຟໍຣັດ ແລະ ໄນໂຕຣເຈນຈາກເສັ້ນໃຍ ເຫັດ. ໃນຂະນະທີ່ເຊື້ອເຫັດໄດ້ຮັບທາດນ້ຳຕານ, ອາຊິດອາມິໂນ ແລະ ວິຕາມິນຈາກຮາກໄມ້. ເສັ້ນໃຍ ແລະ ເຊື້ອເຫັດ ທີ່ຈະເລີນເຕິບໂຕຢູ່ພາຍໃນ ແລະ ພາຍນອກຮາກຈະຊ່ວຍເພີ່ມປະລິມານໃນການດູດ ຊືມທາດອາຫານໃຫ້ແກ່ຕົ້ນໄມ້, ຈື່ງເຮັດໃຫ້ຕົ້ນໄມ້ທີ່ມີເສັ້ນໃຍເຫັດ ອາໄສຢູ່ບ່ອນຮາກມີອັດຕາການຈະ ເລິນເຕິບໂຕສູງກວ່າຕົ້ນໄມ້ທີ່ບໍ່ມີເຊື້ອເຫັດ. ນອກຈາກນີ້ ເຊື້ອເຫັດຍັງຊ່ວຍຍັບຢັງການເຈີນເຕີບໂຕຂອງ ເຊື້ອແບກເທີເຣຍ ທີ່ເຮັດໃຫ້ຮາກເນົ່າໄດ້ດີ.

ພາເຂົ້າລາວ
ຄວາມສຳພັນລະຫວ່າງຕົ້ນໄມ້ ແລະ ເຫັດກໍ່ແດງ

ດັ່ງທີ່ເຮົາຮູ້ກັນດີວ່າເຫັດກໍ່ແດງ ເປັນເຫັດທີ່ມີການຈະເລີນເຕິບໂຕ ໂດຍອາໄສການສັງຊິບກັບຮາກ ຕົ້ນໄມ້,  ຖ້າຕັດຕົ້ນໄມ້ ເຊື້ອເຫັດກໍ່ຈະຫາຍໄປ. ດັ່ງນັ້ນການຈັດສັນຄຸ້ມຄອງເພື່ອໃຫ້ເຫັດອອກ ແລະ ເກັບກູ້ໄດ້ທຸກປີ, ຈຳເປັນຕ້ອງໄດ້ອິງໃສ່ລະບຽບ, ພ້ອມກັນປະຕິດບັດຕາມລະບຽບທີ່ພວກເຮົາຕົກລົງ ເຫັນດີນຳກັນ, ເພື່ອສ້າງຄວາມຍືນຍົງ. ປ່າທີ່ເຫັດອອກໄດ້ມີການກຳນົດເຂດ ເພື່ອບໍ່ໃຫ້ມີການປ່ຽນແປງ ຫຼື ຜັນຂະຫຍາຍໄປເປັນດິນປູກຝັງ ແລະ ຕັດໄມ້ຊະຊາຍ. ສ້າງຄວາມເຂົ້າໃຈກ່ຽວກັບຂໍ້ມູນພື້ນຖານຂອງເຫັດ ແລະ ສະພາບແວດລ້ອມທີ່ເຫັດອອກໃຫ້ພໍ່ແມ່ປະຊາຊົນພາຍໃນ ແລະ ບ້ານໃກ້ຄຽງເຂົ້າໃຈ ກ່ຽວກັບຊະນິດເຫັດທີ່ໄດ້ອະທິບາຍຂ້າງເທິງນັ້ນ. ເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າໃຈເຖິງຜົນປະໂຫຍດໄລຍະຍາວ, ເຮົາຕ້ອງໄດ້ລົງຕິດຕາມກວດກາ ວິທີການເກັບກູ້ ເພື່ອບໍ່ໃຫ້ເຊື້ອເຫັດຫາຍຈາກປ່າ ຫຼື ໃຊ້ເຕັກນິກພື້ນຖານທີ່ເປັນພູມປັນຍາທ້ອງຖີ່ນ ເພື່ອຜັນຂະຫຍາຍມານຳໃຊ້ພັດທະນາປ່າເຫັດໃຫ້ເພີ່ມຜົນຜະລິດ. ໂດຍທີ່ຜ່ານມາ ປະຊາຊົນໄດ້ເກັບດອກເຫັດທີ່ແກ່ເຕັມທີ່ ແລ້ວມາເຮັດໃຫ້ມູນລະອຽດ, ແລ້ວນຳມາຫວ່ານໃສ່ບໍລິເວນປ່າກໍ່ທີ່ເຄີຍມີເຫັດດັ່ງກ່າວອອກ, ຜົນປະກົດວ່າໃນລະດູຕໍ່ມາໄດ້ມີປະລິມານເຫັດເພີ່ມ ຂື້ນ, ນັ້ນສະແດງວ່າ ສະປໍຂອງເຫັດຈາກດອກທີ່ແກ່ດີຈະມີການຂະຫຍາຍຕົວໄດ້ດີ. ອິກວິທີໜື່ງກໍ່ຄື ເມື່ອລະດູການເກັບກູ້ ດອກທີ່ແກ່ເຕັມທີ່ແລ້ວບໍ່ຄວນເກັບ ຫຼື ຈົ່ງໄວ້ບາງສ່ວນ ເພື່ອໃຫ້ເຊື້ອເຫັດຂະຫຍາຍຕົວເອງໃນປ່າ ຫຼື ຖ້າເກັບເອົາໄປກໍ່ລາຄາບໍ່ດີປານໃດ, ຄວນເກັບເອົາແຕ່ດອກຈຸ້ມ ຫຼື ດອກກຳລັງຈະບານ ອອກເທົ່ານັ້ນ. ວິທີເຮັດໃຫ້ເຊື້ອເຫັດຂະຫຍາຍຕົວໄດ້ດີ ກໍ່ຄືເອົາດອກເຫັດທີ່ແກ່ເຕັມທີ່ປະມານ 2 ດອກມາບົດໃຫ້ມູນປະສົມກັບນ້ຳ 20 ລິດແລ້ວນ້ຳໄປຫົດບໍລິເວນຮາກໄມ້ກໍ່ແລ້ວເອົາໃບໄມ້ປົກໄວ້ເຊື້ອຈະຂະຫຍາຍຕົວຂອງມັນເອງຕາມທຳມະຊາດ.

ການປະກອບສ່ວນ