ເຫັດກໍ່ແດງ / Rosy Russula

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Russula cf. rosea Pers. / Russulaceae
ຊື່ພ້ອງ
Agaricus lacteus Pers.
Russula incarnata Morgan
Russula incarnata Quél.
Russula lactea Fr.
ຊື່ອື່ນ
Chinese: Méi gui hóng gū [玫瑰紅菇]
Thai: Na Deang, Nam Mak
ບັນຍາຍລັກສະນະພືດສາດ

ດອກເຫັດສູງປະມານ 15 ຊມ, ສີແດງອ່ອນ ຫຼື ສີແດງເຂັ້ມ. ໝວກເຫັດ ກວ້າງ 7−17 ຊມ, ເປັນຮູບຊົງກົມ, ນູນ ແລະ ວ້ຳກາງ, ລຽບ, ຂອບໂກ້ງລົງສັ້ນໆ (20−40% ຂອງວົງລັດສະໜີ). ເປືອກຫຸ້ມຕີນບໍ່ມີ. ກ້ານດອກຂະໜາດ 7−13 x 1.5−2.5 ຊມ, ອວບໜາ, ສີຂາວ, ມີເກັດນ້ອຍໆ ຫຼື ກ້ຽງ. ກີບ ແຍກຈາກກັນ, ຫ່າງໆ,  ກວ້າງ 7−16 ຊມ,  ສີຂາວ, ບາງຄັ້ງ ໂຄດໂຄ້ງໃກ້ຂອບ. ວົງແຫວນບໍ່ມີ. ລາຍພີມສະປໍສີຂາວ.

ບັນຍາຍການນຳໃຊ້

 ອາຫານ: ສາມາດເຫັດໄດ້ຫຼາຍປະເພດອາຫານ, ສາມາດນຳໄປເຫັດແກງສົ້ມໃສ່ສົ້ມປ່ອຍ (Acacia sp.), ສົ້ມຕີວ (Cratoxylum formosum) ໄຂ່ໝົດແດງ, ເຫັດກໍ່ເປັນສີນລາຄາດີ, ເມື່ອເກັບມາແລ້ວລ້າງໃຫ້ສະອາດ ແລ້ວ ອົບແຫ້ງເພື່ອສົ່ງຂາຍອອກຈີນ.

ການປະກອບສ່ວນ