ຕົ້ນກໍ່ໃບເຫຼື້ອມ / Phul-singori

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Castanopsis tribuloides (Sm.) A.DC. / Fagaceae
ຊື່ພ້ອງ
Balanoplis tribuloides Raf.
Castanea microcarpa Lindl. ex Wall., nom. nud.
Castanea tribuloides (Sm.) Lindl.
Quercus acuta Buch.-Ham. ex Wall., nom. nud.
Quercus armata D.Don
Quercus caudata Lindl. ex Wall., nom. nud.
Quercus loureiroi Hance
Quercus tribuloides Sm.
ຊື່ອື່ນ
Thai: ຕົ້ນກໍ່ໃບເລື່ອມ, ກໍ່ຫຼັ່ງ, ກໍ່ເດືອຍ
Eng: Phul-singori
ບັນຍາຍລັກສະນະພືດສາດ

ຕົ້ນກໍ່ໃບເຫຼື້ອມເປັນຕົ້ນໄມ້ປ່ຽນໃບ, ສູງ 20-30 ຊມ, ໃບດ່ຽວ, ອອກລຽງສະຫຼັບ, ເປັນຮູບໃບຫອກ ຫຼື ຮູບໃບຫອກແກມຮູບຂອບຂະໜານ, ກວ້າງ 2.5-4.5 ຊມ ແລະ ຍາວ 7-13 ຊມ, ຂອບໃບລຽບ. ອອກດອກເປັນສີຂຽວມີຂະໜາດນ້ອຍ, ຍາວປະມານ 1 ຊມ, ອອກເປັນຊໍ່ຕັ້ງຂຶ້ນ, ຍາວ 10-15 ຊມ. ກີບດອກລວມມີ 6 ກີບ, ເປັນຮູບຂອບຂະໜານ, ເກສອນຜູ້ 12 ອັນ, ຍາວ 2 ມມ, ດອກແມ່ຄ້າຍຄືດອກຜູ້. ໝາກເປັນຮູບໄຂ່, ປາຍແຫຼມເປັນຕິ່ງ, ກວ້າງ ແລະ ຍາວໄດ້ເຖິງ 1 ຊມ, ມີກາບຫຸ່ມໝາກເປັນໜາມ, ມີຂົນແໜ້ນອອກເປັນຊໍ່ຍາວ.

ບັນຍາຍການນຳໃຊ້

ໝາກສາມາດຮັບປະທານໄດ້ໂດຍການນໍາໄປຂົ້ວ, ເນື້ອໄມ້ສາມາດນຳມາໃຊ້ເປັນເຄື່ອງເຟີນິເຈີ ຕ່າງໆພາຍໃນຄອບຄົວ, ເປັນໄມ້ຟືນ ແລະ ຍັງເອົາກີ່ງງ່າ ຫຼື ລຳຕົ້ນ ມາປູກເປັນໄມ້ເຫັດອິກດ້ວຍ. ເປັນຕົ້ນມາທີ່ຮັກສາໄວ້ເພື່ອເກັບເຫັດກໍ່ແດງໃນທຳມະຊາດອິກດ້ວຍ. 

ການປະກອບສ່ວນ