ໄມ້ແປກສອງຍອຍ / Two-needles Pine

ການນຳໃຊ້
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Pinus merkusii Jungh. & de Vriese / Pinaceae
ຊື່ພ້ອງ
Pinus finlaysoniana Wall. ex Blume
Pinus merkusii subsp. ustulata Businský
Pinus sumatrana Mirb..
ຊື່ອື່ນ
Eng: Merkus's Pine, Mindoro Pine, Sumatran Pine
Lao: Paek songbai, Paek yang, Khoua
Vietnamese: Thông nh.̇ua, Thông hai lá
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງປະມານ 50 ມ, ມີເສັ້ນຜ່າສູນກາງ 60–80 ຊມ. ລຳຕົ້ນຕັ້ງຊື່, ຮຽວຍາວເປັນທ່ອນກົມ, ມີນ້ຳຢາງ. ເປືອກໜາ, ສີແດງເມື່ອຍັງອ່ອນ, ສີນ້ຳຕານເຂັ້ມ ຫຼື ສີດຳອ່ອນເມື່ອແກ່, ເປັນຮ່ອງເລີມຕາມລວງຍາວ. ເຮືອນຍອດເປັນແບບປີລະມິດ, ມີກີ່ງງ່າແຕກແຜ່ອອກ. ກີ່ງງ່າອ່ອນຈະເປັນສີນ້ຳຕານ, ກ້ຽງ, ບໍ່ມີນວນສີຂາວປົກຄຸ້ມ. ຍອດອ່ອນຮຽວຍາວເປັນເກັດຫຸ້ມປາຍກີ່ງງ່າ. ໃບເປັນຮູບແຄບ, ຂະໜາດ 2.15–28 × 1 ມມ, ຮຽວແຫຼມ, ມີປາກໃບທັ້ງສອງດ້ານ, ຈະຫຼົ່ນເມື່ອອາຍຸໄດ້ສອງປີ. ເກັດຫຸ້ມໂຄນຍາວ 10–20 ມມ, ສີແດງອ່ອນ. ດອກເພດຜູ້ ຂະໜາດ 18–25 × 5 ມມ. ດອກເພດແມ່ ກົມຮຽວ,  ຂະໜາດ 5–11 × 3 ຊມ, ປົກກະຕິມັນຈະຫຼົ່ນເມື່ອມີເມັດແກ່ເຕັມທີ່. ເມັດຮູບໄຂ່, ລຽບ, ຂະໜາດ 7.5 × 4.5 ມມ, ມີປີກຂະໜາດ 25 × 8 ມມ, ກ້ຽງ ສີນໍ້າຕານປົນສີເທົາ.

ບັນຍາຍການນຳໃຊ້

ໄມ້ແປກແມ່ນຖືກນຳໃຊ້ເປັນໄມ້ໂຄງສ້າງຫຼັກຂອງເຮືອນ. ມີການນຳໃຊ້ເຮັດເພດານ, ປ້ອງຢ້ຽມ. ຕົ້ນທີ່ມີອາຍຸຫຼາຍປີ ສາມາດຜະລິດນ້ຳຢາງ ແລະ ເກັບກູ້ຢາງເພື່ອນຳໃຊ້ເຊື້ອໄຟ. ເນື້ອໄມ້ຍັງມີການນຳໃຊ້ເຮັດເຈັ້ຍ, ເຟີນິເຈີ, ປະກອນຂຸມ, ເສົາຕ່າງໆ. ເຮືອ ແລະ ການສ້າງຂົ້ວ. ກ້ອນຢາງສາມາດເກັບກູ້ໄດ້ 3-4 ກິໂລຕໍ່ປີ, ນຳໃຊ້ເຮັດເປັນຢາ, ສີແຕ້ມຮູບ, ການພີມຕ່າງໆ ແລະ ອຸດສາຫະກຳນ້ຳຫອມ.

ການປະກອບສ່ວນ