ໄມ້ແປກສາມຍອຍ / Three-needled Pine

ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ພືດປະດັບ
ສີ່ງປູກສ້າງ
ກ້ອນນ້ຳມັນຢາງ / ນ້ຳຢາງ
ຊື່ວິທະຍາສາດ / ຕະກຸນ
Pinus kesiya Royle ex Gordon / Pinaceae
ຊື່ພ້ອງ
Pinus cavendishiana Parl.
Pinus insularis var. khasyana (Griff.) Silba
Pinus kasya Parl.
Pinus kasya Royle ex Parl.
Pinus khasia Engelm.
Pinus khasya Hook.f.
Pinus khasyana Griff.
ຊື່ອື່ນ
Chinese: 思茅松 [ka xi song]
Lao: Paek sam bai
Vietnamese: Thông ba lá
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ ສູງເຖີງ 35 ມ ແລະ ເສັ້ນຜ່າສູນກາງປະມານ 1 ມ, ກີ່ງງ່າແຜ່ກະຈາຍອອກຄ້າຍຮູບໂດມ, ກີ່ງເປັນສີເຫຼືອງປົນສີນ້ຳຕານ. ເປືອກສີນ້ຳຕານປົນສີສົ້ມ, ເມື່ອແກ່ຈະເປັນສີເທົາປົນສີນ້າຕານ, ເປີອກແຕກບໍ່ສະໜໍ່າສະເໜີ. ໃບເກີດເປັນຈຸ້ມສາມຍ່ອຍ, ມີຄວາມຍາວ 10-22 ຊມ, ເປັນຮູບຮຽວແຄບ, ມີເກີດຕິດຢູ່ຖານມີຄວາມຍາວ 1-2 ມມ. ດອກເພດຜູ້ຮູບໄຂ່, ເມື່ອແກ່ເຕັມທີ່ຈະເປັນຮູບກະສ້ວຍ, ເປັນສີສົ້ມອ່ອນປົນສີເຫຼື້ອງ, ເກີດເປັນຈຸ້ມກັນຢູ່ທີ່ປາຍກີ່ງງ່າ. ດອກເປັນຜູ້ 1-2 ໂຄນ, ມີກ້ານສັ້ນໆ, ສີຂຽວເຫຼື້ອມ ເມື່່ອແກ່ຈະເປັນສີເທົາປົນສີນ້ຳຕານ, ໂຄນເປັນຮູບໄຂ່ ຍາວ 3-7 ຊມ, ກວ້າງ 2-4 ຊມ, ຕີດຢູ່ກີ່ງງ່າໄດ້ 1 ປີ, ເກັດເປັນຮູບຂອບຂະໜານ, ຍາວ 2-4 ຊມ, ປາຍເປັນຮູບປີດລາມິດ, ແຜ່ອອກເປັນຮູບຄັ່ນຮົ່ມ, ປາຍເປັນຕີດສັ້ນ. ເມັດມີປີກ, ສີດຳປົນສີນ້ຳຕານ ຍາວ 5-7 ມມ. ອອກດອກໃນຊ່ວງເດືອນ ເມສາ-ພືດສະພາ, ເມັດແກ່ເດືອນ ກັນຍາ-ທັນວາ.(Averyanov et al. 2014)

ບັນຍາຍການນຳໃຊ້

ເນື້ອໄມ້ແປກສາມຍ່ອຍເປັນໄມ້ເນື້ອອ່ອນມີການນຳໃຊ້ທົ່ວໄປ, ມີການໃຊ້ເຮັດເຄື່ອງມື, ສ້າງທີ່ຢູ່ອາໃສ, ເຮັດເຄື່ອງເຮືອນ, ຕູ້, ແຜ່ນເຈ້ຍ, ໄມ້ອັດ, ກະດານ, ປະຕູ ແລະ ປ່ອງຢ້ຽມ, ເນື້ອໄມ້ທີ່ມີອາຍຸຫຼາຍປີ ແລະ ມີການເຕີບໂຕຊ້າຈະເຮັດໃຫ້ມີເນື້ອໄມ້ເປັນສີແດງ ສ່ວນຫຼາຍແມ່ນຖືກຕັດໄປຂາຍຕາມທ້ອງຕະຫຼາດເພື່ອນຳໄປເຮັດເຊື້ອໄຟ. ນອກນັ້ນຍັງນຳໃຊ້ເຄືອງເຟີນິເຈີ, ເສົາໄຟຟ້າຊົ່ວຄາວ, ບາງຄັ້ງກໍ່່ມີການເກັບກູ້ຢາງແຕ່ໄດ້ຈຳນວນໜ້ອຍເພື່ອນຳໃຊ້ເຮັດເຊື້ອໄຟ, ຍັງບໍ່ທັນມີການປູກເພື່ອເປັນອຸດສາຫະກຳຂະໜາດໃຫຍ່.

ການປະກອບສ່ວນ