Cite
APA 6th ed. ປາໄນ / Common carp. (2022, October 16). Retrieved from https://www.phakhaolao.la/index.php/kb/0001472
MLA 8th ed. ປາໄນ / Common carp. Pha Khao Lao, 16 October 2022, https://www.phakhaolao.la/index.php/kb/0001472.
Chicago 17th ed. Pha Khao Lao. 2022. "ປາໄນ / Common carp." Published October 16, 2022. https://www.phakhaolao.la/index.php/kb/0001472.
ການອານຸບານລູກປາ
- ຫຼັງຈາກລູກແຕກອອກມາແລ້ວຄວນຍ້າຍລົງອ່າງອານຸບານທີ່ກຳຈັດດສັດຕູຂອງລູກປາແລ້ວ
- ໃນໄລຍະ 3 ມືຫຼັງຟັກອອກມາບໍ່ຈຳເປັນຕ້ອງໃຫ້ອາຫານເສີມເພາະລູກປາຈະມີຖົງອາຫານຕິດຢູ່
- ໄລຍະ 4-6 ວັນ ໂດຍໃຫ້ອາຫານເສີມດ້ວຍໄຂ່ແດງທີ່ຕົ້ມສຸກ (ໄຂ່ເປັດ ຫຼື ໄຂ່ໄກ່), ໂດຍນຳມາບົດໃຫ້ລະອຽດປະສົມກັບນ້ຳ ແລ້ວຫວ່ານຮອບໆກະຊັງທັງໝົດ 2 ຄັ້ງ (ເຊົ້າ-ແລງ) ຕໍ່ມື້ໃນປະລິມານ 30 ໜ່ວຍຕໍ່ຄັ້ງ (1 ມື້ 60 ໝ່ວຍ). ການລ້ຽງແບບນີ້ໃຊ້ເວລາຢູ່ 3 ມື້
- ໄລຍິ 7-14 ວັນ ປາຈະລອຍນ້ຳລອດກະຊັງຫາກິນອາຫານແຖວຮອບໆກະຊັງ, ໄລຍະນີ້ນອກຈາກເປັນອາຫານຈາກທຳມະຊາດ ຄື: ແພຼງຕອນຊະນິດຕ່າງໆ ທີ່ເກີດຈາກການເຮັດນ້ຳຂຽວແລ້ວ ຄວນໃຫ້ອາຫານເສີມຕໍ່ອີກປະມານ 7 ວັນ, ໃນກໍລິນີລູກປາ 2 ແສນໂຕ ເຮົາເສີມດ້ວຍຮຳອ່ອນກັບຫົວອາຫານ ຫຼື ປາປົ່ນໃນອັດຕາສ່ວນ 1:1 ໂດຍນຳມາປະສົມໃຫ້ເຂົ້າກັນແລ້ວນຳໄປຫວ່ານຕາມຂອບກະຊັງ ແລະ ຂອບໜອງ ເປັນເວລາ 7 ວັນ.
- ແລ້ວປ່ອຍລູກປາອອກຈາກກະຊັງໂດຍຫຼຸດລະດັບຂອບກະຊັງລົງຈົມນ້ຳ ປ່ອຍໃຫ້ລູກປາລອຍອອກໄປຈົນໝົດແລ້ວຈຶງເກັບກະຊັງ
- ລູກປາຈະອອກຫາກິນທົ່ວໜອງ ແລະ ຈຳເປັນຕ້ອງໃຫ້ອາຫານເສີມຕໍ່ໄປ ໂດຍໃຫ້ຫົວອາຫານເມັດປະສົມກັບຮຳອ່ອນວັນລະ 1 ຕໍ່ 4 ປີບ ແລະ ໃຫ້ອາຫານໃນເວລາຕອນແລງ
-
ອາຍຸ ລັກສະນະ, ປະລິມານອາຫານເສີມ ແລະ ຈຳນວນ 2 ແສນໂຕ/ໜອງ ຟັກອອກຈາກໄຂ່-ໄລຍະ 3 ວັນ ບໍ່ຕ້ອງໃຫ້ອາຫານເສີມເພາະປາມີຖົງອາຫານຕິດຕົວຢູ່ ອາຍຸ 4-6 ວັນ ໄຂ່ແດງ (ເຊົ້າ-ແລງ) ຄັ້ງລະ 30 ໜ່ວຍ (60 ຕໍ່ໜ່ວຍ) ອາຍຸ 7-14 ວັນ ໃຫ້ຫົວອາຫານ ຫຼື ປາປົ່ນ ປະສົມກັບນ້ຳລະອຽດໃນອັດຕາ 1:1 ວັນລະຄັ້ງ (ຕອນແລງ)/ 4 ກິໂລ ອາຍຸ 15-30 ວັນ ໃຫ້ຫົວອາຫານ ຫຼື ປາປົ່ນ ປະສົມກັບນ້ຳລະອຽດວັນລະ 1 ຄັ້ງ (ແລງ) ໃນອັດຕາ 1:1 ຫຼື 1: 2 ປິບຕາມລຳດັບ