ໜໍ່ຖົງ

Andy Souvanhphukdee
ບໍ່ແມ່ນທຸກລະດູ ທີ່ຈະມີໜໍ່ໄມ້ໃຫ້ເຮົາຮັບປະທານໄດ້ ເພາະສະນັ້ນຄົນລາວຈຶ່ງຄິດວິທີການຂຶ້ນ ເຊັ່ນ ການເຮັດໜໍ່ໄມ້ຖົງ ໄວ້ກິນດົນນານ ຫຼັງຈາກທີ່ລະດູການໜໍ່ໄມ້ໝົດໄປ
ເຮືອນຄົວລາວ
http://mcpswis.mcp.ac.th/html_edu/cgi-bin/mcp/main_php/print_informed.php?id_count_inform=18157
mcpswis.mcp.ac.th

ເຄື່ອງປະກອບ
  •  ໜໍ່ໄມ້ສົດ
  •  ນ້ຳ
  •  ຖົງຢາງ

ວິທີປຸງແຕ່ງ
  1.  ປອກເປືອກໜໍ່ໄມ້ອອກ ແລ້ວລ້າງນ້ຳໃຫ້ສະອາດ
  2.  ຄ້າງໝໍ້, ຕົ້ມໜໍ່ໄມ້ໃຫ້ຈືດ (ຄວນໃສ່ໜໍ່ໄມ້ລົງໝໍ້ ຫຼັງຈາກທີ່ນ້ຳຟົດຈົນເດືອດແລ້ວ)
  3.  ໃຊ້ຈອງຕັກ ຫຼື ໃຊ້ໄມ້ ຄີບເອົາແຕ່ໜໍ່ໄມ້ ບັນຈຸໃສ່ຖົງຢາງ
  4.  ໄລ່ອາກາດທີ່ມີຢູ່ໃນຖົງອອກໃຫ້ໝົດ ມັດປາກຖົງ ດ້ວຍຢາງບ້ວງໃຫ້ແໜ້ນ
  5.  ຊ້ອນຖົງຢາງອີກຊັ້ນໜຶ່ງ, ຈາກນັ້ນໃຊ້ເຊືອກຟາງມາມັດປາກຖົງ ເພື່ອຫ້ອຍ ເກັບໄວ້ກິນດົນ

ສິ່ງທີ່ຄວນເອົາໃຈໃສ່
ຖ້າມັດປາກຖົງຢາງບໍ່ແໜ້ນ, ເມື່ອອາກາດເຂົ້າໄປໃນຖົງຈະເຮັດໃຫ້ໜໍ່ໄມ້ເນົ່າ

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເກັບອາຫານເກັບໄວ້ກິນດົນ)

ວີດີໂອເພີ່ມເຕີມຈາກ หากินหมาน อิสานต่างแดน

ການປະກອບສ່ວນ