ແນະນຳສະໝຸນໄພ ເຄື່ອງເທດ ແລະ ດອກໄມ້ຄາຍຄຽດ

Andy Souvanphakdy
ຈາກບັນຫາຕ່າງໆໃນປະຈຸບັນເຮັດໃຫ້ຜູ້ຄົນສ່ວນຫລາຍເກີດຄວາມຄຽດ ກັງວົນ  ແລະ ພາໃຫ້ເກີດອາການປວດເມື່ອຍກ້າມຊີ້ນ ເລືອດລົມໄຫຼວຽນບໍ່ສະດວກ ນອນບໍ່ຫຼັບ ເຊິ່ງອາການເຫຼົ່ານີ້ສາມາດບັນເທົາດວ້ຍການເລືອກຮັບປະທານອາຫານທີ່ມີປະໂຫຍດ ປະກອບດ້ວຍພືດສະໝຸນໄພ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຮູ້ ຫຼື ບໍ ສະໝຸນໄພປຸງແຕ່ງອາຫານແບ່ງອອກເປັນສອງກຸ່ມຄື ກຸ່ມເຄື່ອງເທດທີ່ມີລິດຮ້ອນໄດ້ແກ່ ຂີງ, ກະເພົາ, ກະທຽມ, ກະຊາຍ, ຫົວສີໄຄ, ຫອມແດງ  ແລະ ໝາກນາວ ເປັນຕົ້ນ ເຊິ່ງຈະຊ່ວຍກະຕຸ້ນລະບົບການໄຫຼວຽນຂອງເລືອດ ບັນເທົາອາການເຈັບປວດກ້າມຊີ້ນ ຊ່ວຍໃຫ້ລະບົບທາງເດີນອາຫານເຮັດວຽກໄດ້ປົກກະຕິ ສຳລັບເມນູອາຫານທີ່ປະກອບໄປດ້ວຍພືດສະໝຸນໄພເຫຼົ່ານີ້ໄດ້ແກ່ ຕົ້ມຍຳ, ຜັດກະເພົາ ແລະ ແກງ ເປັນຕົ້ນ, ສ່ວນນໍ້າສະຫມຸນໄພໄດ້ແກ່ ນໍ້າຂີງ, ນໍ້າຫົວສີໄຄ, ນໍ້າໝາກນາວ ເປັນຕົ້ນ.

phakhaolao.la

 

ສຳລັບກຸ່ມດອກໄມ້ຫອມໄດ້ແກ່ ດອກມະລິ, ຈຳປີຂາວ  ກິ່ນຂອງສະໝຸນໄພມີຜົນຕໍ່ລະບົບປະສາດຊ່ວຍໃຫ້ຮູ້ສຶກຜ່ອນຄາຍຄວາມຄຽດ ນອນຫຼັບດີ.

ນອກຈາກການຮັກສາດ້ວຍພືດສະຫມຸນໄພຈະເປັນວິທີການໜຶ່ງທີ່ຄວນສຶກສາໄວ້ແລ້ວ, ທ່ານຍັງສາມາດຜ່ອນຄາຍຄວາມຄຽດດ້ວຍການອອກກຳລັງກາຍເປັນປະຈຳຢ່າງສະໝໍາສະເໝີ, ຝຶກສະມາທິບຳບັດ ຊຶ່ງມີປະໂຫຍດຊ່ວຍໃຫ້ຈິດໃຈເກີດຄວາມສະຫງົບຜ່ອນຄາຍ ຊຶ່ງຈະສົ່ງຜົນດີຕໍ່ສຸຂະພາບຮ່າງກາຍ ຊ່ວຍເຮັດໃຫ້ຮ່າງກາຍ ແລະ ຈິດໃຈ ຫຼຸດອາການຕຶງຄຽດໃນສະຖານະການອັນຍາກລຳບາກໄດ້.

 

 

Read More

 

ການປະກອບສ່ວນ