ຢາຫົວ / China Smilax

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Smilax glabra Roxb. / Smilacaceae
ຊື່ພ້ອງ
Smilax glabra Roxb.
Smilax glabra var. maculata H.Lév.
ຊື່ອື່ນ
ລາວ: ຢາຫົວມ ຫົວໂປ່ງເປ່ງ
ໄທ: ຢາຫົວ, ເຂົາເຢັນຕາຍ.
ຫວຽດນາມ: ໂທຝຸກລີນ, ກູຂຸກຂັກ, ດາຍຣຸດແຮ, ດາຍຈັກ, ດາຍຄຸມ.
ກໍາປູເຈຍ: ພາປຣາ, ຊຣາມ.
ຈີນ: ຕູຟູລິງ
ບັນຍາຍລັກສະນະພືດສາດ

ຢາຫົວ ເປັນພືດເຄືອ ຍາວປະມານ 5-6 ມ, ມີມືກ້ຽວຍາວ 15 ຊມ ຢູ່ຕາມຂໍ້. ລຳມີໜາມ ແລະໜາ 3-5 ມມ. ຫົວຂອງມັນເປັນສີນໍ້າຕານແດງ, ຂະໜາດ 40-80 x 3-5 ຊມ. ໃບມີຂະໜາດ 8-12 x 2-3 ຊມ, ຮູບຄ້າຍຫອກ ຫາ ສ້ວຍຍາວ,ເນື້ອໃບແຂງ, ມີສາມເສັ້ນກ່າງໃບ ແລະ ມີກ້ານໃບ ຍາວ 3 ຊມ. ຊໍ່ດອກມີປາຍພຽງ ຫຼື ມົນ,ມີດອກ ສີຂາວເຫຼືອງ ປະມານ 20-25 ດອກ . ໝາກເປັນສາມຫຼ່ຽມ, ສີຄາມປົນດຳ, ເສັ້ນຜ່າກາງ 5-8 ມມ ແລະ ມີ 1 ຫາ 3 ແກ່ນ.ອອກດອກເປັນຊໍ່ຕາມງ່າມໃບ ໃນແຕ່ລະຊໍ່ຈະມີດອກປະມານ 10-20 ດອກ ດອກມີຂະໜາດນ້ອຍ ເປັນສີເຫຼືອງອົມຂຽວ ກີບດອກມີ 6 ກີບ ກີບດອກຍາວປະມານ 2.5-3 ຊັງຕີແມັດ, ກ້ານດອກຍາວປະມານ 4-15 ມິນລີ.

ບັນຍາຍການນຳໃຊ້

ຢາຫົວ ໃຊ້ເປັນຢາພື້ນເມືອງ ແລະ ຢາແຜນປະຈຸບັນ ເພື່ອປົວໂລກໝາກໄຂ່ຫຼັງ ແລະ ອາການເຈັບປວດຂໍ້ກະດູກຕ່າງໆ. ຊາວບ້ານມັກເອົາຫົວຂອງມັນມາຕົ້ມນໍ້າດື່ມ ໂດຍສະເພາະແມ່ນໃຫ້ຜູ້ຍິງ ຢູ່ກຳກິນ. ໝາກຂອງມັນກິນໄດ້ ແລະ ສາມາດໃຊ້ຜະລິດເປັນສານ ສະເຕຣອຍຊາໂປນີນ (steroidsaponines). ລຳຂອງມັນສາມາດນຳໃຊ້ເຮັດເຫຼົ້າ ຊ່ວຍຍ່ອຍອາຫານ.ຢາຫົວເປັນສ່ວນປະສົມຂອງຢາຫຼາຍຕໍາລາ, ບຳລຸງ, ບໍາລຸງແມ່ກຳ.ໃນຂະແໜງຢາພື້ນເມືອງ ແລະ ການແພດເພີ່ນໃຊ້ຢາຫົວເປັນຢາປົ່ວປະດົງຄໍ່, ເຈັບປວດຕາມກະດູກ, ເຮັດໃຫ້ເສັ້ນເອັນແຂງແຮງ, ເປັນຢາບຳລຸງ, ຖ່າຍເບົາສະດວກ, ຂັບຖ່າຍທາດເບື່ອອອກຈາກຮ່າງກາຍ, ປົ່ວຕຸ່ນເປື່ອຍຄັນຄາຍ. ຢ່າຫົວຍັງຖືກໃຊ້ເປັນທາດປະສົມສຳຮອງ, ທັງນີ້ກໍ່ເພາະວ່າມັນເປັນຕົວນຳສົ່ງເຮັດໃຫ້ຢາຖືກດູດຊືມໄດ້ດີເຂົ້າໃນຮ່າງກາຍ. ນອກນັ້ນເພີ່ນຍັງໃຊ້ຢາຫົວມາຜະລິດເປັນເຄື່ອງດື່ມທີ່ປອດເຫຼົ່າ. ມື້ໜຶ່ງກິນ 10-20 ກຼາມ ຫຼື ຫຼາຍກວ່ານັ້ນໃນຮູບຢາຕົ້ມ.

ການປະກອບສ່ວນ