ຂີງລາຍລາວ / Lao Ginger

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Zingiber laoticum Gagnep. / Zingiberaceae
ຊື່ພ້ອງ
ຊື່ອື່ນ
Chinese: 梭穗姜 suo sui jiang
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີເຫງົ້າໃຕ້ດີນ, ລຳຕົ້ນສູງເຖິງ 1.4 ແມັດ. ໃບ 10-25 ໃບຕໍ່ຕົ້ນ, ກາບໃບຍາວ 2-9 ຊັງຕິແມັດ. ລີ້ນໃບຍາວ 7-12 ຊັງຕິແມັດ, ແຜ່ນບາງ. ແຜ່ນໃບຮູບແຖບ-ຮູບຂອບໃບຫອກ, ຂະໜາດ 10-25 × 3-6 ຊັງຕິແມັດ, ກ້ຽງ ຫຼື ຊາເລັກນ້ອຍ, ກົກໃບຮຽວແຫຼມ, ປາຍເປັນຕີ່ງແຫຼມ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນ, ຮູບກະສ້ວຍ, ຂະໜາດ 7-15 × 2-5 ຊັງຕິແມັດ. ກ້ານຊໍ່ດອກຍາວ 20-35 ຊັງຕິແມັດ, ໃບປະດັບສີຂຽວ ປົນສີມ່ວງ, ເມື່ອເປັນໝາກຈະເປັນສີແດງ, ຮູບໄຂ່, ຂະໜາດ 3-4 × 1.5-2.5 ຊັງຕິແມັດ, ຂອບບາງ, ປາຍຮູບຕັດ ຫຼື ແຫຼມ, ສີຂຽວ ມີຈຸດສີແດງທີ່ປາຍ. ກາບເປັນຫຼອດຍາວ 9 ຊັງຕິແມັດ, ມີຂົນອ່ອນນຸ້ມ. ກີບດອກໂຄນເຊື່ອມກັນເປັນຫຼອດຍາວ 3-3.5 ຊັງຕິແມັດ, ແສກມີເສັ້ນສີນ້ຳຕານ, ຮູບໃບຫອກ, ຍາວ 2 ຊັງຕິແມັດ. ກີບປາກມົນກົມ, ສີເຫຼືອງອ່ອນ, ມີຈຸດສີນ້ຳຕານກະຈາຍທົ່ວ, ຍາວ 3 ຊັງຕິແມັດ. ກີບຄູ່ຂ້າງ ຮູບໄຂ່, ປາຍມົນ, ມີຈຸດສີນ້ຳຕານກະຈາຍທົ່ວ. ເກສອນຜູ້ ຍາວ 1 ຊັງຕິແມັດ, ມີຈະງອຍຍາວອອກ 1 ຊັງຕິແມັດ. ເຕົ້າໄຂ່ມີຂົນ. ແກ່ນສີດຳປົນສີນ້ຳຕານ. 

ບັນຍາຍການນຳໃຊ້

ໜໍ່ອ່ອນ ແລະ ຊໍ່ດອກອ່ອນຖືກເກັບກູ້ ເພື່ອນຳໃຊ້ເປັນອາຫານ

ການປະກອບສ່ວນ