ແນວພັນເຂົ້າຈ້າວຫອມເຊບັ້ງໄຟ3

Sakhone INTHAVONG
ພັນເຂົ້າທີ່ທົນແລ້ງ ແລະ ນ້ຳຖ້ວມໄດ້ດີ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ສະພາບແວດລ້ອມທີ່ມີການປ່ຽນແປງສົ່ງຜົນຕໍ່ລະບົບການຜະລິດເຂົ້າ ຢູ ສປປລາວ ເປັນຕົ້ນແມ່ນເກີດໄພແຫ້ງແລ້ງໃນຕົ້ນລະດູ ແລະ ໄພນ້ໍາຖ້ວມໃນກາງລະດູ ເຮັດໃຫ້ຜົນຜະລິດເຂົ້າມີການປ່ຽນແປງ, ແຮງງານຮັບໃຊ້ການຜະລິດເຂົ້າມີທ່າອ່ຽງຫາຍາກ ແລະ ແພງຂື້ນ  ທັງການບໍລິໂພກເຂົ້າຈ້າວກໍ່ມີທ່າອ່ຽງເພີ່ມຂື້ນ, ສະນັ້ນຈຶ່ງມີການພັດທະນາແນວພັນເຂົ້າຈ້າວຫອມໃຫ້ມີຄຸນນະພາບດີ, ທົນຕໍ່ນ້ໍາຖ້ວມ ແລະ ແຫ້ງແລ້ງ ເພື່ອສົ່ງເສີມໃຫ້ຊາວນາໄດ້ນໍາໃຊ້ສໍາລັບທໍາການຜະລິດເຂົ້າເປັນສິນຄ້າ ເພື່ອຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຊາວນາໃຫ້ດີຂື້ນ. ໃນນີ້ແນວພັນເຂົ້າຈ້າວຫອມເຊບັ້ງໄຟ 3 ກໍໄດ້ຮັບການປັບປຸງພັນເຊັ່ນກັນ.

ຈຸດດີຂອງແນວພັນ

  • ເປັນແນວພັນເຂົ້າຈ້າວຫອມ.
  • ເໝາະກັບການເຮັດນາຫວ່ານແຫ້ງ ແລະ ຢອດແຫ້ງໃນນາທາມ.
  • ທົນຕໍ່ຄວາມແຫ້ງແລ້ງ ແລະ ນ້ຳຖ້ວມ.
  • ທົນທານຕໍ່ພະຍາດຂອບໃບແຫ້ງ.
  • ເປີເຊັນເຂົ້າສານປະເພດໜຶ່ງສີໄດ້ 49,2 ເປີເຊັນ.
  • ກິນແຊບ, ຫອມ ແລະ ອ່ອນນຸ້ມດີ.

ປະຫວັດຂອງແນວພັນ

ແນວພັນນີ້ພັດທະນາຂື້ນ ໂດຍການຮ່ວມມືລະຫວ່າງສູນຄົ້ນຄ້ວາກະສິກໍານາພອກ ສປປລາວ ແລະ ສູນໄບໂອເທັກ ລາຊະອານາຈັກໄທ, ປະສົມພັນໃນ ປີ 2006 ໂດຍການນໍາໃຊ້ເຕັກນິກທາງດ້ານຊີວະໂມເລກູນໃນການຄັດເລືອກ ແລະ ໄດ້ປູກສຶກສາສາຍພັນຢູ່ສູນຄົ້ນຄວ້າກະສິກໍານາພອກ ໃນປີ 2009 ເຊິ່ງໄດ້ປູກທົດສອບຜົນຜະລິດຢູ່ເຂດນ້ໍາຖ້ວມຂອງທົ່ງພຽງເຊບັ້ງໄຟ ໃນປີ 2012 ແລະ ປ່ອຍພັນ ໃນປີ 2015.

ສະມັດຕະພາບ

ນາປີ: ການປູກໃນເຂດທີ່ນ້ໍາບໍ່ຖ້ວມໃຫ້ຜົນຜະລິດ 3 - 4 ໂຕນ/ຮຕ, ສ່ວນສະພາບນ້ໍາຖ້ວມໃຫ້ຜົນຜະລິດລື່ນ ແນວພັນປັບປຸງ ແລະ ແນວພັນພື້ນເມືອງທີ່ຊາວນານິຍົມປູກ.

ອາຍຸແນວພັນ

ເປັນແນວພັນທີ່ຮູ້ສຶກຕໍ່ຊວງແສງ ອອກດອກ ໃນລະຫວ່າງວັນທີ 20-25 ເດືອນ 10 ສາກົນ.

ການປູກ

ນາດໍາ ແນະນໍາໃຫ້ຕົກກ້າໃນກາງເດືອນ 6 ສາກົນ, ປັກດໍາເມື່ອອາຍຸກ້າໄດ້ 1 ເດືອນ.

ນາຫວ່ານແຫ້ງ: ແນະນໍາໃຫ້ປູກໃນຫວ່າງກາງເດືອນ 5 ສາກົນ.

ການບົວລະບັດຮັກສາຫຼັງນ້ໍາຖ້ວມ

ຫຼັງຈາກນ້ໍາລົດລົງແລ້ວໃຫ້ເປັ່ງນ້ໍາອອກຈາກ ໄຮ່ນາໄວເທົ່າທີ່ຈະເຮັດໄດ້ ເພື່ອເຮັດໃຫ້ເຂົ້າສາມາດແຕກແໜງຂຶ້ນມາໃໝ່ ເມື່ອສັງເກດເຂົ້າແຕກແໜງໃໝ່ແລ້ວຈຶ່ງຂັງນ້ຳໄວ້.

ການໃສ່ຝຸ່ນ  

ນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນອັດຕາ 150 ກລ/ຮຕ, ນາດິນຫນຽວໃຫ້ໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 100 ກລ/ຮຕ, ຫຼັງຈາກປັກດໍາໄດ້ 7-10 ມື້ ແມ່ນໃຫ້ໃສ່ຝຸ່ນເລັ່ງສູດ 46% ຫຼັງຈາກປັກດໍາໄດ້ 20 ມື້ແລະ 40 ມື້ ໃນອັດຕາ 50 ກລ/ຮຕ/ຄັ້ງ.

ການເກັບກ່ຽວ

ສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ຕົ້ນເຂົ້າອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເມັດເຂົ້າຫັກໃນເວລາສີ, ຕາກຝ່ອນເຂົ້າໃນທົ່ງນາຢ່າງຫນ້ອຍ 2 ແດດ ຈຶ່ງເກັບກູ້ໄປຟາດ.

phakhaolao.la

ທີ່ມາ: ສູນຄົ້ນຄວ້າກະສິກຳນາພອກ

ການປະກອບສ່ວນ