ເຕັກນິກການປູກໝາກລະມຸດໃນພື້ນທີ່ແຫ້ງແລ້ງ ແລະ ນ້ຳຖ້ວມ

Sakhone INTHAVONG
ເຜີຍເຕັກນິກການປູກໝາກລະມຸດໃຫ້ໄດ້ຜົນຜະລິດສູງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ໝາກລະມຸດເປັນພືດຢືນຕົ້ນເຂດຮ້ອນ ເຕີບໂຕໄດ້ດີໃນພື້ນທີ່ ທີ່ມີຄວາມຮ້ອນຊຸ່ມສູງ ແລະ ບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງ ນອກຈາກນີ້ໝາກລະມຸດຍັງເປັນໝາກໄມ້ທີ່ມີຄວາມສຳຄັນທາງດ້ານເສດຖະກິດເພາະໄດ້ຮັບຄວາມນິຍົມຢ່າງແພ່ຫຼາຍ ເນື່ອງຈາກມີລົດຊາດທີ່ຫອມຫວານ ທັງມີຄຸນຄ່າທາງດ້ານອາຫານຂ້ອນຂ້າງສູງ ເຊິ່ງໝາກລະມຸດ 100 ກຣາມ ຈະມີໂປຕິນ 77,3 ກຣາມ, ຄາໂບໄຮເດດ 15,6 ກຣາມ, ເສັ້ນໃຍອາຫານ 5,6 ກຣາມ, ພະລັງງານ 71 ແຄລຣໍລີ, ຟົດຟໍຣັດ 6 ມີລີກຣາມ, ເບຕາແຄໂຣທິນ 22 ໄມໂຄຣກຣາມ, ໃນອາຊິນ 0,6 ມີລີກຣາມ, ວິຕາມິນບີ 10,01 ມີລີກຣາມ, ວິຕາມິນຊີ 47 ມີລີກຣາມ.

ການຂະຫຍາຍພັນ

ໂດຍທົ່ວໄປໝາກລະມຸດຈະສາມາດຂະຫຍາຍພັນໄດ້ 2 ແບບຄື ຈາກການກ້າແກ່ນ ແລະ ການໂທມງ່າ (ຕອນງ່າ) ສຳລັບກ້າແກ່ນຈະໃຫ້ຜົນຜະລິດເມື່ອອາຍຸໄດ້ 6 ປີ, ສ່ວນການໂທມງ່າແມ່ນຈະໃຫ້ຜົນຜະລິດເມື່ອອາຍຸ 3 ປີ ຫຼັງການປູກ.

ສະພາບແວດລ້ອມທີ່ເໝາະສົມແກ່ການປູກ:

ດິນ: ທິີ່ເໝາະສົມຄວນເປັນດິນທີ່ມີຊັ້ັນໜ້າດິນເລິກ, ມີທາດອິນຊີວັດຖຸ ແລະ ແຮ່ທາດຕ່າງໆ, ເປັນດິນລ່ວນປົນຊາຍທີ່ສາມາດລະບາຍນ້ຳ ແລະ ຖ່າຍເທອາກາດໄດ້ດີ ມີຄວາມເປັນກົດ ແລະ ດ່າງ 5 – 6,5.

ອາກາດ: ອຸນຫະພູມທີ່ເໝາະສົມແກ່ການຈະເລີນເຕີບໂຕໄດ້ດີແມ່ນຕ່ຳກວ່າ 45 ອົງສາເຊ ຫາກອຸນຫະພູມສູງເກີນໄປຈະເຮັດໃຫ້ດອກ ແລະ ໝາກລົ່ນ ທີ່ສຳຄັນລະມຸດບໍ່ມັກອາກາດໜາວຈັດແຕ່ສາມາດທົນທານຕໍ່ການຖືກນ້ຳຖ້ວມໄດ້ບາງຊ່ວງ ຖ້າຢາກໄດ້ຮັບຜົນຜະລິດທີ່ສູງຈະຕ້ອງມີນ້ຳ ແລະ ຄວາມຊຸ່ມຊື່ນຢູ່ສະເໝີ.

ຄວາມຊຸ່ມໃນອາກາດ: ຄວາມຊຸ່ມສຳຜັດທີ່ເໝາະສົມໃນຊ່ວງອອກດອກຄວນຕ່ຳກວ່າ 70% ໄລຍະອອກໝາກແມ່ນ 80 – 100%.

ການປູກ

ລະມຸດເປັນພືດຢືນຕົ້ນຂະໜາດກາງ ການປູກແມ່ນໃຊ້ເວລາ 3 ປີຂຶ້ນໄປຈຶ່ງຈະໃຫ້ຜົນຜະລິດ ສຳລັບໄລຍະການປູກແມ່ນ 6 X 6 ຫຼື 8 X 8 ສ່ວນລະດູການປູກແມ່ນຄວນເລີ່ມແຕ່ຕົ້ນຈົນເຖິງໄລຍະກາງຂອງລະດູຝົນຈະເປັນຊ່ວງທີ່ເໝາະສົມທີ່ສຸດ.

 

ການກຽມຂຸມປູກ:

  • ຂະໜາດຂຸມທີ່ຂຸດແມ່ນ 30 X 30 X 30 ຊັງຕີແມັດ 50 X 50 X 50 ຊັງຕີແມັດ ໂດຍຂຶ້ນກັບຄວາມອຸດົມສົມບູນຂອງດິນແຕ່ລະບ່ອນ ຄວນປະສົມດິນຊັ້ນໜ້າກັບຝຸ່ນຄອກໃນອັດຕາ 1/1 ຫຼັງຈາກປະສົມໃຫ້ເຂົ້າກັນໃຫ້ດີແລ້ວນຳໄປຮອງພື້ນຂຸມ ແລ້ວຈຶ່ງນຳເອົາດິນຊັ້ນລຸ່ມຖົມລົງໃຫ້ເຕັມຂຸມ.
  • ນຳກິ່ງພັນລະມຸດທີ່ໄດ້ຈາກການຕອນກິ່ງ ຫຼື ຊຳໄວ້ນັ້ນ ມາປູກ ໂດຍນຳເອົາຖົງຢາງທີ່ຊຳໄວ້ນັ້ນອອກເສຍກ່ອນ ແລ້ວຈຶ່ງນຳຕົ້ນລົງຂຸມທີ່ກຽມໄວ້ ໂດຍວາງຕົ້ນໃຫ້ຊື່ ແລະ ປິ່ນໃບຫນ້າຕ່າງຂອງໃບໄປທາງທິດຕາເວັນອອກແລ້ວນຳເອົາດິນມາຖົມ ພ້ອມທັງໃຊ້ຫຼັກປັກຢັ່ງລົງໃນດິນ ແລ້ວໃຊ້ເຊືອກມັດຕົ້ນໃສ່ຫຼັກເພື່ອປ້ອງກັນການກະທົບກະເທືອນເວລາລົມພັດແຮງ ແລະ ຄວນໃຊ້ວັດຖຸກັນແສງແດດເພື່ອໃຫ້ລຳຕົ້ນສາມາດຕັ້ງໂຕ ແລະ ຈະເລີນເຕີບໂຕໄດ້ໄວ.
  • ຫຼັງຈາກນຳຕົ້ນລົງຂຸມຮຽບຮ້ອຍແລ້ວຄວນຫົດນ້ຳໃຫ້ປຽກຊຸ່ມ ຫາກດິນຍຸບລົງກໍ່ຄວນເອົາດິນຖົມລົງຕື່ມອີກ.

ການປູກດ້ວຍງ່າໂທມ (ຕອນງ່າ)

ເວລາເອົາເບ້ຍໄມ້ລົງຂຸມ ອາດຈະຖົມໃນລະດັບດຽວກັບຖົງຢາງ ແລະ ພາຊະນະທີ່ໃຊ້ໃນການຊຳ ຫຼື ອາດຈະຖົມຂຶ້ນສູງກໍ່ໄດ້.

ການບົວລະບັດຮັກສາ

ການໃຫ້ນ້ຳ: ຕົ້ນລະມຸດທີ່ປູກໃໝ່ຕ້ອງໄດ້ມີການໃຫ້ນ້ຳທຸກໆມື້ໃນຊ່ວງຄ້າຍແລງ ທັງນີ້ກໍ່ຂຶ້ນກັບສະພາບຄວາມຊຸ່ມຂອງດິນ ແລະ ສະພາບແວດລ້ອມການໃຫ້ນ້ຳ  ເມື່ອຕົ້ນລະມຸດໃຫ້ໝາກແລ້ວຈະບໍ່ມີຜົນກະທົບຕໍ່ການອອກດອກ ແລະ ການຈັບໝາກແຕ່ຢາງໃດເລີຍ ແຕ່ໃນຊ່ວງທີ່ໝາກແກ່ເລີ່ມຈະສຸກຫາກມີຝົນຕົກຫຼາຍຈະເຮັດໃຫ້ຄວາມຫວານຫຼຸດລົງ ສຳລັບການໃຫ້ນ້ຳໃນຊ່ວງລະດູແລ້ງຄວນໃຫ້ເປັນໄລຍະຢ່າງໜ້ອຍ 2 – 3 ຄັ້ງ/ເດືອນ.

ການໃສ່ຝຸ່ນ:ໃນຊ່ວງໄລຍະການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດຂອງລະມຸດທຳອິດນັ້ນ ລະມຸດຈະມີຄວາມຕ້ອງການຝຸ່ນ ແລະ ທາດອາຫານຕ່າງໆ ເພື່ອໄປລ້ຽງສ່ວນຕ່າງໆຂອງລຳຕົ້ນ ລວມເຖິງກິ່ງ, ກ້ານ, ດອກ ແລະ ໝາກ ດັ່ງນັ້ນຄວນມີການໃສ່ຝຸ່ນເພີ່ມ ໂດຍສະເພາະທາດອາຫານຫຼັກຄື: ໄນໂຕຣເຈນ, ຟົດຟໍຣັດ ແລະ ໂປຕັສຊຽມ ທີຕົ້ນໄມ້ນຳໄປໃຊ້ເລື້ອຍໆ ຫາກຂາດແຄນ 3 ສານດັ່ງກ່າວອາດປ່ຽນມານຳໃຊ້ຝຸ່ນຊີວະພາບ ຫຼື ຝຸ່ນຄອກເຊັ່ນ: ປີທີ 1 ໃສ່ 5 ກິໂລ/ຕົ້ນ, ປີທີ 2 ໃສ່ 10 ກິໂລ/ຕົ້ນ ແລະ ປີທີ 3 ໃສ່ 15 ກິໂລ/ຕົ້ນ ຈາກນັ້ນໃສ່ເພີ່ມຂຶ້ນເລື້ອຍໆຕາມອາຍຸຂອງຕົ້ນ.

ສຳລັບການນຳໃຊ້ຝຸ່ນວິທະຍາສາດແມ່ນໃຊ້ສູດ 15-15-15 ຫຼື 13-13-21 ໃນປີໜຶ່ງອາດໃຊ້ 1-2 ຄັ້ງ/ປີ. ສຳລັບປີທຳອິດຄວນໃຊ້ 200 ກຣາມ/ຕົ້ນ ສ່ວນປີທີສອງແມ່ນຄວນໃຊ້ 300 – 500 ກຣາມ/ຕົ້ນ ແລະ ປີທີ 3 ແມ່ນໃຊ້ 500 ກຣາມ/ຕົ້ນ ໃນການໃສ່ຝຸ່ນແຕ່ລະເທື່ອນັ້ນຕ້ອງໄດ້ສັງເກດເຖິງຄວາມອຸດົມສົມບູນຂອງຕົ້ນລະມຸດ ແລະ ດິນ.

ວິທີໃສ່ຝຸ່ນ

ຂັ້ນຕອນທຳອິດແມ່ນພວນດິນໃຫ້ຕື້ນອ້ອມຮອບບໍລິເວນຂອງຊົງຝຸ່ນ ໂດຍແບ່ງເປັນ 3-4 ສ່ວນອ້ອມຮອບຕາມບໍລິເວນຊົງຟຸ່ມ ແລະ ອີກສ່ວນໜຶ່ງແມ່ນໃຫ້ໂຮຍລົງຕາມບໍລິເວນໃກ້ເຫງົ້າຂອງຕົ້ນ ແຕ່ລະວັງຢ່າໃຫ້ຖືກເຫງົ້າເດັດຂາດເພາະມັນຈະເຮັດໃຫ້ເປືອກຂອງລຳຕົ້ນເນົ່າເປື່ອຍ ແລະ ອາດເຮັດໃຫ້ຕົ້ນລະມຸດຕາຍໄດ້. ສຳລັບການໃສ່ຝຸ່ນມີ 2 ແບບຄື: ໃສ່ແບບຂຸດເປັນຮ່ອງອ້ອມຕາມຊົງຝຸ່ນ ແລະ ການຂຸດເປັນ 4 ແຈຕາມຊົງຝຸ່ນ.

ການກຳຈັດວັດສະພືດ:

ຄວນບົວລະບັດຮັກສາຄວາມສະອາດ ແລະ ກຳຈັດວັດສະພືດພວກຫຍ້າບໍ່ໃຫ້ເກີດຂຶ້ນມາຕາມບໍລິເວນເຫງົ້າຂອງຕົ້ນລະມຸດ ເພາະມັນຈະເກີດການຍາດແຍ່ງນ້ຳ ແລະ ອາຫານຈາກຕົ້ນລະມຸດ ສະນັ້ນຄວນມີການກຳຈັດຫຍ້າເປັນປະຈຳ  ພ້ອມທັງເປັນການທຳລາຍບ່ອນລີ້ຊ້ອນຂອງແມງໄມ້ ສຳລັບລະດູແລ້ງຄວນໃຊ້ຫຍ້າແຫ້ງ ຫຼື ເຟືອງແຫ້ງປົກອ້ອມຮອບເຫງົ້າເພື່ອຮັກສາຄວາມຊຸ່ມໃນດິນໃຫ້ຄົງຢູ່.

ການຕັດແຕ່ງ:

ຫຼັງຈາກການປູກໄດ້ປີທີ 2 ກໍຄວນເລີ່ມຕັດແຕ່ງໃຫ້ມີຄວາມສວຍງາມ ໂດຍການຕັດງ່າເບື້ອງລຸ່ມທີ່ຕິດກັບດິນຕ່ຳກວ່າ 70 ຊັງຕີແມັດ. ໃນເວລານີ້ບໍ່ຄວນແຕ່ງຫຼາຍ. ເມື່ອອາຍຸໄດ້ຂອງຕົ້ນເຂົ້າປີທີ 5 ແລ້ວຄວນຕັດແຕ່ງທຸກໆປີ ສຳລັບການຕັດແຕ່ງມີຜົນດີ ແລະ ຄຸນປະໂຫຍດຄື:

  • ເພື່ອໃຫ້ຕົ້ນລະມຸດມີຮູບຊົງຕາມທີ່ຕ້ອງການ ແລະ ເປັນຜົນດີຕໍ່ການບົວລະບັດຮັກສາ.
  • ເຮັດໃຫ້ອອກດອກ ແລະ ຈັບໝາກຫຼາຍຂຶ້ນຢ່າງສະໝ່ຳສະເໝີ.
  • ຊ່ວຍຫຼຸດລະດັບການລະບາດຊອງພະຍາດ ແລະ ແມງໄມ້ສັດຕູພືດ.
  • ຊ່ວຍໃຫ້ມີການສະສົມອາຫານໃນລຳຕົ້ນມີຄວາມສົມດູນກັນ ເປັນການຫຼຸດຜ່ອນການຍາດແຍ່ງອາຫານ.

ພະຍາດ, ແມງໄມ້ ແລະ ການປ້ອງກັນ

ສຳລັບຕົ້ນລະມຸດແມ່ນບໍ່ຄ່ອຍຈະມີແມງໄມ້ ແລະ ພະຍາດລົບກວນຫຼາຍຄືກັບຕົ້ນໄມ້ຊະນິດອືື່ນ ແຕ່ຈະມີແມງໄມ້ພຽງ 1-3 ຊະນິດຄື:

ດ້ວງເຈາະລຳຕົ້ນ ແລະ ງ່າ

ເຊິ່ງເກີດຈາກແມງໄມ້ຊະນິດໜຶ່ງທີ່ມີລຳໂຕຂະໜາດ 3-5 ຊັງຕີແມັດ ມີປີກສີດຳ ແລະ ສີເຫຼືອງສົ້ມຜ່າກາງປີກສອງຂ້າງ ແລະ ມີຫົວສີດຳ, ໜວດຍາວ ໂດຍມັນຈະວາງໄຂ່ໃສ່ຕົ້ນທີ່ມີຮອຍບາດແຜ ມັນຈະວາງໄຂ່ປີລະຄັ້ງໃນເດືອນຕຸລາຫາເດືອນພະຈິກ ໃຊ້ເວລາ 18 ວັນເພື່ອເບາະອອກເປັນໂຕດ້ວງທີ່ມີຂະໜາດຍາວ 1,5 ຊັງຕີແມັດ ເມື່ອໃຫຍ່ເຕັມທີ່ຈະມີຂະໜາດ 1,5  - 3 ຊັງຕີແມັດ ມີລຳໂຕສີຂາວເປັນປ້ອງມັັນອາໄສຫາກິນຕາມບໍລິເວນຕົ້ນລະມຸດ.

ການປ້ອງກັນ:

  • ໃຫ້ສັງເກດເບິ່ງຍອດ ຫຼື ໃບຂອງລະມຸດໃນຊ່ວງເດືອນ 10 – 11 ຫາກພົບເຫັນບົ້ງ ຫຼື ຝັກຫຼອດແມ່ນໃຫ້ທຳລາຍຖີ້ມ.
  • ໝັ່ນກວດເບິ່ງຕາມບໍລິເວນເຫງົ້າຕົ້ນລະມຸດເປັນປະຈຳ.
  • ເມື່ອພົບເຫັນດ້ວງໃຫ້ທຳລາຍທັນທີ.

ບົ້ງເຈາະໝາກລະມຸດ

ເກີດຈາກແມງກະເບື້ອກາງຄືນທີ່ອອກຫາກິນ ມີຮູບຮ່າງຂະໜາດປານກາງ ເມື່ອພື່ງປີກອອກຈະມີຄວາມກວ້າງປະມານ 2 ຊມ ແມງກະເບື້ອຈະວາງໄຂ່ໃສ່ໝາກລະມຸດ ແລະ ຈະແຕກອອກເປັນບົ້ງທີ່ມີສີແດງອ່ອນຍາວປະມານ 1,5 ຊມ ແລະ ຈະເຂົ້າເຈາະກິນໝາກລະມຸດໃນໄລຍະໜຶ່ງ ແລ້ວຈະກາຍເປັນດັກແດ້ອາໄສຢູ່ໃນໝາກເລີຍ ບົ້ງດັ່ງກ່າວຈະທຳລາຍໝາກແຕ່ນ້ອຍຈົນແກ່ສຸກ.

ການປ້ອງກັນ:

  • ຕັດແຕ່ງຊົງຟຸ່ມໃຫ້ມີຄວາມປອດໂປ່ງ.
  • ເກັບໝາກລະມຸດທີ່ຖືກບົ້ງທຳລາຍໄປຝັງ ຫຼື ຈູດຖີ້ມ.

ເພ້ຍແປ້ງ

ເປັນແມງໄມ້ທີ່ໃຊ້ປາກດູດ, ມີຂະໜາດນ້ອຍ, ເຄື່ອນຍ້າຍໂຕຊ້າ, ລຳໂຕມີລັກະນະພິເສດເປັນຝຸ່ນສີຂາວເຊິ່ງສາມາດຈັບເບິ່ງໄດ້ຊັດເຈນ ມັນຈະທຳລາຍສ່ວນທີ່ເປັນຍອດອ່ອນ, ໃບອ່ອນ ເຮັດໃຫ້ສ່ວນດັ່ງກ່າວບໍ່ມີການຂະຫຍາຍຕົວ.

ການປ້ອງກັນ: ໃຊ້ສະໝຸນໄພ ໂດຍການນຳໃຊ້ນ້ຳສະກັດຊີວະພາບເພື່ອປ້ອງກັນ ແລະ ກຳຈັດ.

ວິທີເຮັດ:ການເຮັດນ້ຳໝັກຊີວະພາບສະໝຸນໄພຈະຕ່າງຈາກການເຮັດນ້ຳສະກັດຊີວະພາບຈາກພືດຜັກ ແລະ ໝາກໄມ້... ສ່ວນການເຮັັດຈາກສະໝຸນໄພແມ່ນພຽງແຕ່ໃຊ້ນ້ຳສົ້ມສາຍຊູ ຫຼື ເຫຼົ້າແທນນ້ຳຕານ ໂດຍການນຳເອົາສະໝຸນໄພ 1 ກິໂລ ມາທຸບໃຫ້ແຕກແລ້ວຈຶ່ງນຳມາຊອຍ ຫຼື ຟັກ ແລ້ວນຳມາໃສ່ຖັງທີ່ມີຝາປິດ ຫຼັງຈາກນັ້ນເທນ້ຳສົ້ມສາຍຊູ 0,5 ລິດ, ເຫຼົ້າຂາວ 1 ລິດ, ກາກນ້ຳຕານ 1 ລິດ ແລະ ຫົວເຊື້ອ 1 ລິດ ຫຼັງຈາກນັ້ນປະສົມໃຫ້ເຂົ້າກັນແລ້ວປິດຝາຖັງໄວ້ໜຶ່ງເດືອນ.

ວິທີນຳໃຊ້: ນຳເອົານ້ຳຊີວະພາບມາປະສົມກັບນ້ຳສະອາດໃນອັດຕາ 2-3 ບ່ວງ/ນ້ຳ 5 ລິດ ແລ້ວນຳໄປສີດພົ່ນໃຫ້ທົ່ວຕົ້ນ ຫຼັງຈາກຕົ້ນເລີ່ມປົ່ງໃບໃໝ່ກ່ອນທີ່ພະຍາດ ແລະ ສັດຕູພືດຈະລະບາດ ຄວນສີດໃນຕອນເຊົ້າ ຫຼື ຫຼັງຝົນຕົກ ຢ່າງສະໝ່ຳສະເໝີ.

ສະໝຸນໄພໄລ່ບົ້ງ

ສ່ວນປະສົມ: ໃບໝາກເຂືອເຄືອ 100 ກຣາມ, ນ້ຳອຸ່ນ 2-5 ລິດ, ນ້ຳເຢັນ  10 ລິດ, BE 5  1 ບ່ວງແກງ

ວິທີເຮັດ: ນຳໃບໝາກເຂືອເຄືອມາຕຳໃຫ້ມຸ່ນ, ນຳມາປະສົມກັບນ້ຳອຸ່ນ, ແຊ່ປະໄວ້ປະມານ 5 ຊົ່ວໂມງ.

ວິທີໃຊ້: ນຳນ້ຳໝາກເຂືອທີ່ຕອງແລ້ວ 1 ບ່ວງ ແລະ BE 5 ຈຳນວນ 1 ບ່ວງມາປະສົມກັບນ້ຳ 10 ລິດ ແລ້ວຄົນໃຫ້ເຂົ້າກັນ. ຫຼັງຈາກນັ້ນນຳໄປສີດໃສ່ລະມຸດ ໂດຍສາມາດສີດ ຫຼື ຫົດໃສ່ຕົ້ນລະມຸດເພື່ອປັນການປ້ອງກັນໂດນສີດ 1 ຄັ້ງ/2 ມື  ຫຼື ຢ່າງຕ່ຳ 1ຄັ້ງ/ອາທິດ.

ການອອກດອກ ແລະ ຈັບໝາກ

ຕົ້ນລະມຸດທີ່ປູກດ້ວຍງ່າຈະໃຫ້ໝາກເມື່ອອາຍຸປະມານ 3 ປີ, ສ່ວນການປູກດ້ວຍແກ່ນຈະອອກດອກ ແລະ ໃຫ້ໝາກເມື່ອອາຍຸປະມານ 6 ປີ ເວລາດັ່ງກ່າວມານັ້ນແມ່ນຂຶ້ນກັບຄວາມອຸດົມສົມບູນຂອງລຳຕົ້ນ. ການອອກດອກແມ່ນຈະອອກຕະຫຼອດປີເປັນຊຸດ ໂດຍຊຸດທຳອິດຈະອອກດອກຫຼາຍກວ່າຊຸດອື່ນໃນເດືອນມິຖຸນາ ຫາ ກໍລະກົດ ເຊິ່ງໄລຍະການດອກອອກຫາມື້ເກັບກ່ຽວແມ່ນ  6-7 ເດືອນ ແລະ ໃຊ້ເວລາອອກດອກປະມານ 30 -35 ວັນ ສ່ວນໄລຍະການອອກດອກເຖິງໝາກສຸກແມ່ນ 7-8 ເດືອນ.

ການຈັບໝາກ

  • ເມື່ອອາຍຸໄດ້ 3 ປີ ຈະໃຫ້ຜົນຜະລິດປະມານ 100 – 200 ໜ່ວຍ/ຕົ້ນ.
  • ປີທີ 4 – 6 ຈະໃຫ້ຜົນຜະລິດປະມານ 300 – 500 ໜ່ວຍ/ຕົ້ນ.
  • ປີທີ 7 – 10 ຈະໃຫ້ຜົນຜະລິດປະມານ 600 – 1.000 ໜ່ວຍ/ຕົ້ນ.
  • ຫຼາຍກວ່າ 15  ປີ ຈະໃຫ້ຜົນຜະລິດເຕັມທີ່ປະມານ 2.000 -3.000 ໜ່ວຍ/ຕົ້ນ.

ຕົ້ນໝາກລະມຸດຈະໃຫ້ຜົນຜະລິດ ແລະ ມີອາຍຸຍືນເຖິງ 70-80 ປີ ສຳລັບປະສິດທິພາບການໃຫ້ຜົນຜະລິດແມ່ນຂຶ້ນກັບແນວພັນ ແລະ ການປ່ຽນແປງຂອງສະພາບອາກາດ ຕະຫຼອດເຖິງການບົວລະບັດຮັກສາ.

ການເກັບກ່ຽວ

ໝາກລະມຸດເປັນພືດທີ່ໃຫ້ໝາກຕະຫຼອດປີ ໃນເວລາເກັບຄວນເລືອກໝາກທີ່ແກ່ ໂດຍການເກັບເປັນຊຸດ ສຳລັບໝາກລະມຸດທີ່ແກ່ແມ່ນຈະສັງເກດໄດ້ງ່າຍໆຄືໝາກຈະຕື່ງດີ, ຜິວເປືອກກ້ຽງ ມີສີເຫຼືອງເຂັ້ມບໍ່ມີຂີ້ໄຄຕິດ ສຳລັບວິທີເກັບກ່ຽວຄວນໃຊ້ໄມ້ສ້າວ ຫຼື ເຫຼັກທີ່ມີຂໍມັດໃສ່ໄມ້ສ້າວ ສຳລັບໄລຍະການເກັບກ່ຽວແມ່ນໃຫ້ຫ່າງກັນປະມານ 10 – 15 ວັນ.

ຫຼັກການລວມໃນການປັບຕົວສຳລັບການປູກໝາກລະມຸດໃນເງື່ອນໄຂສະພາບການປ່ຽນແປງຂອງດິນຟ້າອາກາດ

  • ຊາວສວນຕ້ອງຮັບຮູ້, ເຂົ້າໃຈຢ່າຈະແຈ້ງ ກ່ຽວກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນແຕ່ລະໄລຍະ ຫຼື ແຕ່ລະລະດູການ ໂດຍການເອົາໃຈໃສ່ໃນການສັງເກດການປ່ຽນແປງຂອງສະພາບດິນຟ້າອາກາດຂອງແຕ່ລະປີຕາມແຫຼ່ງຂໍ້ມູນຂ່າວສານຕ່າງໆ.
  • ຕ້ອງຫັນມານຳໃຊ້ເຕົາແກ໋ດຊີວະພາບ ແລະ ເຕົາຖ່ານປະຢັດພະລັງງານດ້ານນ້ຳມັນເຊື້ອໄຟ ພ້ອມທັງຮັກສາສຸຂະພາບຂອງຄົນເຮົາ, ຫັນມານຳໃຊ້ສິ່ງເສດເຫຼືອຈາກສັດ, ພືດ ແລະ ອື່ນໆເປັນພະລັງງານທົດແທນ.
  • ນຳໃຊ້ແນວພັນທີ່ມີຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບອາກາດ.
  • ສົ່ງເສີມການນຳໃຊ້ທີ່ດິນກະສິກຳຢ່າງເໝາະສົມ.
  • ມີການວາງແຜນການປູກໄມ້ໃຫ້ໝາກຕາມການແນະນຳທາງດ້ານເຕັກນິກວິຊາການ ພ້ອມທັງເອົາໃຈໃສ່ໃນການບົວລະບັດຮັກສາໂດຍສະເພາະແມ່ນໃນໄລຍະປີທີ 1 – 3  ຫຼື ປະຕິບັດຕາມຂໍ້ມູນດ້ານວິຊາການຂອງການປູກ ແລະ ບົວລະບັດຮັກສາຕາມຂັ້ນຕອນ ເຊິ່ງນັບແຕ່ການເລືອກແນວພັນທີ່ເໝາະສົມກັບພື້ນທີ່, ການເລືອກພື້ນທີ່, ການກະກຽມພື້ນທີ່ສຳລັບປູກ ແລະ ການບົວລະບັດຮັກສາ.

ທີ່ມາ: ກົມສົ່ງເສີມກະສິກຳ ແລະ ສະຫະກອນ 

ການປະກອບສ່ວນ