ການປູກຜັກຕໍານິນ

Soulivanh BOUTHAMMY
ການປູກຜັກຕໍານິນ ຜັກທີມີສັບພະຄຸນທາງຢາ, ປູກງ່າຍ ແລະ ບົວລະບັດຮັກສາບໍ່ຫຍຸ້ງຍາກ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%95%E0%B9%8D%E0%B8%B2%E0%B8%A5%E0%B8%B6%E0%B8%87&source=lnms&tbm=isch&sa=X&ved=0ahUKEwj158TB5fTjAhXKa94KHbIKDVMQ_AUIECgB&cshid=1565319647695885&biw=1280&bih=610#imgrc=t1-U_mRlaH4uuM:
thaiarcheep.com

ການປູກ
  -  ຕັດເອົາເຄືອຍາວປະມານ 20-25 ຊມ, ຝັງທາງກົກລົງດິນເລິກ 10 ຊມ. 
ການບົວລະບັດຮັກສາ 
  -  ຫົດນໍ້າໃຫ້ພຽງພໍໃນໄລຍະປູກໃໝ່ໆຈົນກວ່າເຄືອປົ່ງອອກມາແລ້ວຫົດນໍ້າຫນ້ອຍລົງ.
  -  ຖ້າເຄືອປົ່ງອອກຍາວສາມາດຕັດຍອດອອກເພື່ອໃຫ້ແຕກງ່າຫຼາຍ ແລະ ເລືອຂຶ້ນຕາມຮາວ, ຮ້ານ ຫຼື ຊັ່ງ (ຄ້າງ), ຖ້າຮົ້ວທີ່ແໜ້ນໜາໃຫ້ຂຶ້ນຕາມຮົ້ວກໍ່ໄດ້.
  -  ສີດຢາໝັກສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້. 
ການເກັບກ່ຽວ: 
  -  ເກັບຍອດ ແລະ ໃບອ່ອນໂດຍໃຊ້ມີດຕັດເອງ. 
ການເກັບ ແລະ ຮັກສາໄວ້ກິນຍາວນານ:
  -   ຜັກຕໍານິນເປັນຜັກທີ່ປູກງ່າຍ, ຮັກສາງ່າຍ ຖ້າບົວລະບັດຕົ້ນໃຫ້ມີຄວາມຊຸ່ມພຽງພໍແມ່ນສາມາດປົ່ງຍອດ ແລະ ເກັບກິນໄດ້ເກືອບຕະຫຼອດປີ. 
ຄຸນຄ່າທາງໂພຊະນາການ: 
ມີແຄວຊຽມ, ທາດເຫຼັກ, ວິຕາມິນບີ 3 (B3), ວິຕາມິນຊີ (C), ຊ່ວຍປ້ອງກັນການເກີດມະເຮັງ, ຮັກສາພະຍາດເບົາຫວານ, ປ້ອງກັນພະຍາດເລືອດຈາງ, ພະຍາດຫົວໃຈ, ຊ່ວຍບໍາລຸງສາຍຕາ, ບໍາລຸງເລືອດ, ຫຼຸດນໍ້າຕານໃນເລືອດ, ບໍາລຸງຜິວ, ການໝູນວຽນຂອງເລືອດ, ນອກຈາກນັ້ນຍັງມາດແກ້ພິດແມງໄມ້ ຫຼື ສັດກັດຕອດ, ໂດຍສະເພາະທາດເຫຼັກມີຈໍາເປັນຫຼາຍສໍາລັບແມ່ຍິງໄວຈະເລີນພັນ ແລະ ແມ່ຍິງຖືພາ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ