ໄມ້ໄຜ່ບ້ານ / Spiny Bamboo

ການນຳໃຊ້
ອາຫານ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Bambusa blumeana Schult.f / Poaceae
ຊື່ພ້ອງ
Arundarbor blumeana (Schult.) Kuntze
Arundarbor pungens (Blanco) Kuntze
Bambusa blumeana var. luzonensis Hack.
Bambusa pungens Blanco
Bambusa spinosa Blume ex Nees
Bambusa stenostachya Hack.
Bambusa teba Miq.
Ischurochloa stenostachya (Hack.) Nakai
Schizostachyum durie Rupr.
ຊື່ອື່ນ
Thai: ໄຜ່ສີສຸກ
Eng: Spiny Bamboo, Thorny Bamboo, Thorny Branch Bamboo
ບັນຍາຍລັກສະນະພືດສາດ

ໄມ້ໄຜ່ບ້ານເປັນໄມ້ປ່ອງ, ເກິດເປັນສຸ່ມໜາແໜ້ນ, ມີລໍາຕົ້ນໃຫຍ່ສູງ, ມີຄວາມສູງ 20-25 ຊັງຕີແມັດ, ເນື້ອໄມ້ໜາ 6 ລິນລີແມັດ, ປ້ອງຍາວ 30 ຊັງຕີແມັດ, ຈໍານວນປ້ອງ 50 ປ້ອງ, ບໍລິເວນຂໍ້ມີກິ່ງຄ້າຍໜາມ, ກິ່ງ ແລະ ຂະແໜງໜາມແຫຼມຄົມ, ລໍາຕົ້ນມີສີຂຽວສົດ, ຜິວເປັນມັນ, ໜໍ່ມີຂະໜາດໃຫຍ່, ມີກາບສີເຫຼືອງຫໍ່ຫຸ້ມ, ຂົນຢູ່ໜໍ່ເປັນສີນໍ້າຕານ. ໃບເປັນຮູບແຖບ ຫຼື ຮູບຮີ ຢູ່ປາຍກິ່ງ, ປາຍໃບແຫຼມ, ກົກໃບເປັນຮູບລິ່ມກວ້າງໆ ຫຼື ຕັດຊື່, ໃຕ້ໃບມີສີຂຽວອົມເຫຼືອງ, ໃບສັ້ນຂອບໃບສາກ. ດອກອອກເປັນຊໍ່ມີກາບຫຸ້ມຄືຫຍ້າ, ແກ່ນມີຂະໜາດນ້ອຍຄ້າຍແກ່ນເຂົ້າສານ, ອາຍຸປະມານ 30 ປີຈະອອກດອກຄັ້ງໜຶ່ງ, ດອກບານໃນຊ່ວງເດືອນກັນຍາ-ເດືອນພະຈິກ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
   - ດອກມີກິ່ນຫອມບານໃນຊ່ວງແລງ ເໝາະປູກປະດັບໃນສວນໃຫ້ຮົ່ມເງົາ.
   - ດອກແຫ້ງມວນເປັນຍາສູບຊ່ວຍໃນການຂະຫຍາຍຫຼອດລົມ, ຮັກສາອາການຫອບຫືດ, ສູບແກ້ຣິດສີດວງດັງ.
   - ເນື້ອໄມ້ມີສີເຫຼືອງນິຍົມນໍາມາເຮັດເຄື່ອງເຮືອນ, ເຄື່ອງເຟີນີເຈີ, ໃຊ້ໃນການກໍ່ສ້າງ ແລະ ເຮັດເຄື່ອງມືທາງການກະເສດ.
   - ເນື້ອໄມ້ໜາ ແລະ ມີຄວາມໜຽວດີ ໃຊ້ໃນອຸດສາຫະກໍາການຜະລິດເຈ້ຍໄດ້ດີ.
   - ໜໍ່ເປັນອາຫານໃນຮູບຂອງໜໍ່ໄມ້ສົດ ແລະ ໜໍ່ໄມ້ດອງ.

ການປະກອບສ່ວນ