ໄຜ່ນ້ອຍ / Slender Tuft Grass
APA 6th ed. ໄຜ່ນ້ອຍ / Slender Tuft Grass. (2019, April 12). Retrieved from https://www.phakhaolao.la/kb/0000487
MLA 8th ed. ໄຜ່ນ້ອຍ / Slender Tuft Grass. Pha Khao Lao, 12 April 2019, https://www.phakhaolao.la/kb/0000487.
Chicago 17th ed. Pha Khao Lao. 2019. "ໄຜ່ນ້ອຍ / Slender Tuft Grass." Published April 12, 2019. https://www.phakhaolao.la/kb/0000487.
Pogonatherum saccharoideum P.Beauv.
Tripsacum paniceum (Lam.) Raspail
Perotis polystachya Willd.
Pogonatherum polystachyum (Willd.) Roem. & Schult.,
Pollinia polystachya (Willd.) Spreng.
Saccharum panicosum Griff.
Pogonatherum santapaui Sur
ເປັນພືດລົ້ມລຸກຫຼາຍປີ, ລຳຕົ້ນເກີດເປັນສຸ່ມ, ຕັ້ງຊື່ ຫຼື ເນີ່ງເລັກນ້ອຍ, ສູງປະມານ 60 ຊມ. ໃບດ່ຽວ, ຮູບຫອກ, ຍາວ 1-6 ຊມ, ກວ້າງ 1-3 ຊມ. ຊໍ່ດອກຈະຕັ້ງຊື່ ຍາວ 1.5-4 ຊມ, ກ້ານຊໍ່ດອກຮຽວຍາວ, ມີຊໍ່ດອກຍ່ອຍແຕກອອກຈຳນວນຫຼາຍ, ຫາງຍາວສີນ້ຳຕານປົນສີເຫຼືອງອ່ອນ. ຊໍ່ດອກຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ຍາວ 2.5-3 ມມ. ຈະປົກຫຸ້ມໄປດ້ວຍຂົນສີຂາວຍາວປະມານ 1.5 ມມ, ກາບດ້ານລຸ່ມຈະສັ້ນກວ່າຊໍ່ດອກຍ່ອຍເລັກນ້ອຍ. ດອກຍ່ອຍເພດຜູ້ຈະມີເກສອນ 2 ອັນ, ພົບໜ້ອຍທີ່ເປັນດອກສົມບູນເພດ, ມີເຍື້ອຫຸ້ມບາງໆ, ກາບດ້ານເທີງ ແລະ ກາບດ້ານລຸ່ມຈະມີເຍື້ອບາງຍາວເປັນຫາງ 10-15 ມມ.
ໄຜ່ນ້ອຍ ເປັນຫຍ້າແກ້ພິດກຳ, ຊ່ວຍຂັບນ້ຳຄາວປາຂອງແມ່ຍິງຫຼັງເກີດລູກ. ນອກນັ້ນ ມັນຍັງມີສັບພະຄຸນໃນການຊ່ວຍໃຫ້ມົດລູກເຂົ້າອູໄວອິກດ້ວຍ. ໄຜ່ນ້ອຍມີການປູກເປັນພືດປະດັບ ແລະ ຕ້ານກັນເຈື່ອນ ໄດ້ດີ.