ສຸດຍອດ 7 ນ້ຳສະໝຸນໄພເພື່ອສຸຂະພາບ

Sakhone INTHAVONG
7 ນ້ຳສະໝຸນໄພທີ່ຄວນດື່ມ
ຊີວະນາໆພັນກະສິກຳ
ສຸດຍອດ 7 ນ້ຳສະໝຸນໄພເພື່ອສຸຂະພາບ
phakhaolao.la

ເມື່ອກ່າວເຖິງສະໝຸນໄພວ່າເປັນສ່ວນໜຶ່ງຂອງຊີວິດເຮົາກໍບໍ່ແມ່ນເລື່ອງແປກ ເພາະນັບທັງອາຫານທີ່ບໍລິໂພກແຕ່ລະມື້ລ້ວນແຕ່ມີສ່ວນປະສົມຈາກພືດສະໝຸນໄພ ທີ່ຊ່ວຍໃຫ້ອາຫານຂອງເຮົາມີລົດຊາດອັນແຊບຊ້ອຍ ແລະ ສັບພະຄຸນອັນລົ້ນເຫຼືອ, ນອກຈາກຈະນຳມາເປັນສ່ວນປະສົມຂອງອາຫານແລ້ວ ເຮົາຍັງສາມາດນຳມາປຸງເປັນນ້ຳຢາເພື່ອດື່ມແກ້ອາການຕ່າງໆໄດ້ ເຊິ່ງລ້ວນແຕ່ເປັນສິ່ງໃກ້ຕົວທີ່ຫາໄດ້ງ່າຍໆຈາກສວນຄົວ ແລະ ຫາຊື້ໄດ້ຕາມຕະຫຼາດໃກ້ບ້ານ.

ນ້ຳສະໝຸນໄພຫົວສີໄຄ

ຫົວສີໄຄມີວິຕາມິນເອ ທີ່ຊ່ວຍບຳລຸງສາຍຕາ ແລະ ຍັງມີແຄລຊ້ຽມ ແລະ ຟອສຟໍຣັສ ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ຊ່ວຍຮັກສາທ້ອງອືດ, ໄລ່ລົມ, ຫຼຸດຄວາມດັນເລືອດສູງ, ຊ່ວຍຂັບໄລ່ເຫື່ອ ແລະ ພິດຂອງສານແປກປອມໃນຮ່າງກາຍ ເຊິ່ງວິທີເຮັດສະໝຸນໄພແມ່ນພຽງແຕ່ນຳເອົາຫົວສີໄຄປະມານ 3-5 ຕົ້ນມາຕັດເປັນທ່ອນ ແລະ ນຳມາທຸບໃຫ້ແຕກ ແລ້ວນຳມາຕົ້ມກັບນ້ຳປະມານເຄິ່ງລິດຈົນຟົດ ຫຼັງຈາກນັ້ນນຳເອົາຫົວສີໄຄອອກ ແລະ ສຸດທ້າຍນຳເອົາໄປຕົ້ມອີກປະມານ 3-5 ນາທີ, ກໍສາມາດນຳມາດື່ມໄດ້ເລີຍ. ລາຍລະອຽດເພີ່ມເຕີມ ນ້ຳຫົວສີໄຄ

https://www.fisheries.go.th/sf-ratburi/drink1/drink.htm

 

 

ນ້ຳຂີງ ຫຼື ຊາຂີງ

ຄວນເລືອກຂີງທີ່ບໍ່ແກ່ ຫຼື ອ່ອນເກີນໄປ ນຳມາລ້າງໃຫ້ສະອາດທຸບໃຫ້ແຕກພໍປະມານ ແລ້ວນຳໄປໃສ່ນ້ຳທີ່ກຳລັງຟົດ ປະໄວ້ປະມານ 2-5 ນາທີ ຖ້າຫາກຕົ້ມດົນເກີນໄປຈະເຮັດໃຫ້ກິ່ນຫອມຈາງລົງ. ນ້ຳຂີງຈະຊ່ວຍຮັກສາໄອ, ຊ່ວຍຫຼຸດອາການທ້ອງອືດ, ຮັກສາອາການເມົາລົດ ລວມທັງຊ່ວຍຮັກສາອາການເຈັບຂໍ້.

https://cookieandkate.com/fresh-ginger-tea-recipe/

 

ນ້ຳສົ້ມພໍດີ

ຄັດເອົາດອກສົ້ມພໍດີສີແດງນຳມາຕັດເອົາກີບປະມານ 1 ຂີດເຄິ່ງ ນຳມາຕົ້ມໂດຍໃສ່ນ້ຳປະມານ 3-4 ລິດ, ໃຊ້ເວລາຕົ້ມປະມານ 30-40 ນາທີ ຈົນນ້ຳປ່ຽນເປັນສີແດງ ແລ້ວຕອງກາກອອກ. ນ້ຳສົ້ມພໍດີຈະຊ່ວຍບັນເທົາອາການປວດເມື່ອຍ, ຮັກສາໄຂ້ ແລະ ໃຫ້ຄວາມສົດຊື່ນແກ່ຮ່າງກາຍ.

https://cookieandkate.com/fresh-ginger-tea-recipe/

 

ນ້ຳຫຍ້າໜວດແມວ

ເຮົາຈະນຳໃຊ້ສ່ວນຕົ້ນ ແລະ ດອກມາຕັດເປັນຕ່ອນນ້ອຍໆ ແລ້ວນຳໄປຕາກໃຫ້ແຫ້ງເພື່ອເກັບໄວ້ຕົ້ມດື່ມ. ນ້ຳຫຍ້າໜວດແມວຈະຊ່ວຍຫຼຸດອາການປວດເມື່ອຍ ແລະ ຊ່ວຍຮັກສາພະຍາດໝາກໄຂ່ຫຼັງ...

https://cookieandkate.com/fresh-ginger-tea-recipe/

 

ນ້ຳຜັກຕຳນິນ

ນຳໃບຜັກຕຳນິນມາລ້າງໃຫ້ສະອາດ ແລ້ວນຳມາປັ່ນໂດຍນ້ຳຕົ້ມເຄິ່ງໜຶ່ງຂອງໂຖປັ່ນ ຫຼັງຈາກນັ້ນນຳມາຕອງເອົາແຕ່ນ້ຳ ແລ້ວຕື່ມເກືອ ແລະ ນ້ຳໝາກນາວຕາມໃຈມັກ. ນ້ຳຜັກຕຳນິນອຸດົມໄປດ້ວຍວິຕາມິນເອທີ່ຊ່ວຍບຳລຸງສາຍຕາ, ມີແຄລຊ້ຽມ ແລະ ຟອສຟໍຣັສທີ່ຊ່ວຍບຳລຸງກະດູກ, ມີວິຕາມິນຊີຊ່ວຍຮັກສາອາການເລືອດອອກຕາມຫວ່າງແຂ້ວ.https://greenshopcafe

https://th.m.wikipedia.org/wiki/%E0%B8%AA%E0%B8%A1%E0%B8%B8%E0%B8%99%E0%B9%84%E0%B8%9E%E0%B8%A3

 

ນ້ຳໃບເຕີຍ

ນຳມາລ້າງໃຫ້ສະອາດແລ້ວນຳມາຕັດເປັນຕ່ອນໃສ່ໝໍ້ ແລະ ຕົ້ມດ້ວຍນ້ຳສະອາດຈົນກວ່າສີຂອງໃບເຕີຍຈາງລົງ ຫຼັງຈາກນັ້ນຈຶ່ງຕອງໃບເຕີຍອອກ ແລ້ວຕື່ມເກືອ 1 ບ່ວງກາເຟ  ແລະ ນ້ຳເຊື່ອມ ແລ້ວນຳໄປຕົ້ມອີກປະມານ 5 ນາທີ. ນ້ຳໃບເຕີຍຈະຊ່ວຍບຳລຸງຫົວໃຈ..

https://th.m.wikipedia.org/wiki/%E0%B8%AA%E0%B8%A1%E0%B8%B8%E0%B8%99%E0%B9%84%E0%B8%9E%E0%B8%A3

 

ນ້ຳຫົວຂ່າ

ນຳເອົາຂ່າແຫ້ງທີ່ຕາກແລ້ວປະມານ 4-5 ປ່ຽງ ໃສ່ຖ້ວຍແລ້ວຕື່ມນ້ຳຮ້ອນເທໃສ່ປະມານເຄິ່ງຖ້ວຍແລ້ວຈຶ່ງປິດຝາໄວ້ 4-5 ນາທີ, ຫຼັງຈາກນັ້ນສາມາດນຳມາດື່ມໄດ້ເລີຍ ແຕ່ຖ້າຈະໃຫ້ດີຄວນດື່ມ 2-3 ຖ້ວຍຕໍ່ມື້ ຫຼື ອາດນຳຂ່າສົດປະມານ 10-12 ປ່ຽງ ມາທຸບໃຫ້ລະອຽດ ແລ້ວນຳມາຕົ້ມເພື່ອດື່ມກໍໄດ້ຄືກັນ. ນ້ຳຫົວຂ່າເປັນຢາຂັບລົມໃນລຳໄສ້ໄດ້ດີ, ຮັກສາອາການທ້ອງອືດ ແລະ ແໜ້ນທ້ອງ. 

https://www.komchadluek.net/news/regional/274866

https://th.m.wikipedia.org/wiki/%E0%B8%AA%E0%B8%A1%E0%B8%B8%E0%B8%99%E0%B9%84%E0%B8%9E%E0%B8%A3

ນອກຈາກສະໝຸນໄພທີ່ກ່າວມາຂ້າງເທິງນີ້ ຍັງມີອີກຫຼາຍຢ່າງທີ່ມີປະໂຫຍດຕໍ່ຮ່າງກາຍ, ຊ່ວຍບຳລຸງ, ປົກປ້ອງ ແລະ ຮັກສາສະພາວະໃນຮ່າງກາຍໃຫ້ມີຄວາມສົມດຸນ ທີ່ໄດ້ຈາກການໃຊ້ສ່ວນປະກອບຕ່າງໆຂອງພືດ ເຊັ່ນ: ຮາກ, ໃບ, ກ້ານ, ດອກ, ຕົ້ນ, ຫົວ ແລະ ອື່ນໆ. ມາປຸ່ງແຕ່ງເປັນນ້ຳສະໝຸນໄພດື່ມເພື່ອສຸຂະພາບ.

ທີ່ມາ:ນ້ຳສະໝຸນໄພເພື່ອສຸຂະພາບ(ພາສາໄທ)

 

ການປະກອບສ່ວນ