ນ້ຳໃບເຕີຍ

Andy Souvanhphukdee
ດື່ມນ້ຳໃບເຕີຍ ລົດອາການກະຫາຍນ້ຳ, ບຳລຸງຫົວໃຈ ແລະ ເຮັດໃຫ້ຮ່າງກາຍຊຸ່ມຊື່ນ
ເຮືອນຄົວລາວ
http://xn--q3cp7eza.net/34/%E0%B9%80%E0%B8%A1%E0%B8%99%E0%B8%B9%E0%B8%99%E0%B9%89%E0%B8%B3%E0%B9%83%E0%B8%9A%E0%B9%80%E0%B8%95%E0%B8%A2/
เมนู.net

ສ່ວນປະສົມ

  • ໃບເຕີຍ 5-6 ຕົ້ນ
  • ນ້ຳສະອາດ 8 ຖ້ວຍ
  • ນ້ຳຕານ 2 ຖ້ວຍ
  • ນ້ຳກ້ອນ

ວິທີປຸງແຕ່ງ

  1. ນຳໃບເຕີຍມາລ້າງນ້ຳໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍໆ, ແບ່ງເປັນ 2 ສ່ວນ
  2. ນຳໃບເຕີຍ ສ່ວນໜຶ່ງມາຕົ້ມນ້ຳປະມານ 10-15 ນາທີ ໃສ່ນ້ຳຕານເພື່ອເພີ່ມລົດຊາດຫວານ
  3. ນຳໃບເຕີຍສ່ວນທີສອງ ມາປັ່ນໃຫ້ລະອຽດ ຕອງນ້ຳດ້ວຍຜ້າບາງ, ແລ້ວເທໃສ່ໝໍ້ນ້ຳໃບເຕີຍທີ່ຕົ້ມໄວ້
  4. ຕົ້ມປະໄວ້ ພໍໃຫ້ເດືອດປະມານ 3 ນາທີ ແລ້ວປິດໄຟ
  5. ປະໄວ້ໃຫ້ເຢັນ ໃສ່ນ້ຳກ້ອນພ້ອມດື່ມ


 ຄຳແນະນຳ

  • ໃສ່ເກືອ ເພື່ອເພີ່ມລົດຊາດ
  • ໃສ່ນ້ຳກ້ອນ ເພື່ອເພີ່ມຄວາມສົດຊື່ນເວລາດື່ມ

 

ຂໍ້ມູນຈາກ ປຶ້ມນ້ຳສະມຸນໄພ

ວີດີໂອແນະນຳ https://www.youtube.com/watch?v=8NoFTaIcEYo

ການປະກອບສ່ວນ