ຜັກຕຳນິນ / Carlet-fruited Gourd

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Coccinia grandis (L.) Voigt / Cucurbitaceae
ຊື່ພ້ອງ
Coccinia grandis var. wightiana (M.Roem.) Greb.
ຊື່ອື່ນ
ລາວ: ຜັກຕຳນິນ
ໄທ: ຜັກຕຳລຶງ, ແຄໂດ, ຜັກແຄບ.
ກຳປູເຈຍ: ສະເລິກບາ.
ຈີນ: ຮົງກົວ.
ອັງກິດ: carlet-fruited gourd, ivy gourd, perennial cucumber.
ບັນຍາຍລັກສະນະພືດສາດ

ຜັກຕຳນິນ ເປັນພືດເຄືອ ທີ່ປົ່ງຄືນໃໝ່ທຸກໆປີ ຈາກຂໍ້ຂອງເຄືອໃນຊ່ວງລະດູຝົນ. ມືກ້ຽວຂອງມັນມີຫຼາຍງ່າ ແລະ ມີຮາກແຂງແຮງ. ໃບຂອງມັນເປັນຮູບຫົວໃຈ, ເບິ່ງຄ້າຍຄືໃບຕານ ແລະ ມີແຄມໃບເປັນວັກ ມີຂະໜາດ 5-10 ຊມ, ກ້ານໃບຍາວແຕ່ 1-5 ຊມ. ດອກຜູ້ເປັນສີຂາວ ຫຼື ເຫຼືອງເລັກນ້ອຍເປັນຮູບກະດິ່ງ ຂະໜາດຄວາມຍາວ 2.5-3.5 ຊມ ແລະ ກວ້າງ 1.2 ຊມ, ສ່ວນດອກແມ່ ມີຄວາມຍາວແຕ່ 1-3 ຊມ. ໝາກຂອງມັນເປັນຮູບໄຂ່ ຂະໜາດ 2.5-6 x 1.5-3.5 ຊມ, ມີນວນສົດ, ເວລາສຸກ ຈະເປັນສີແດງ, ສ່ວນແກ່ນຈະເປັນສີເຫຼືອງ ມີຂະໜາດ 7 x 3 ມມ.

ບັນຍາຍການນຳໃຊ້

ຍອດອ່ອນຂອງຜັກຕຳນິນ ມັກໃຊ້ໜື້ງ ຫຼື ລວກ ກິນກັບແຈ່ວ, ເຮັດຊຸບ, ແກງຈືດ, ແກງໃສ່ເສັ້ນໝີ່.ຢູ່ໃນປະເທດໄທ ເພິ່ນມັກເອົາໝາກອ່ອນມາກິນສົດ ຫຼື ມາດອງ, ບາງເທື່ອກໍໃຊ້ເຮັດແກງ ຫຼືນຳມາກິນສົດ ໃສ່ຍຳສະລັດ ເສີບເປັນອາຫານເບົາ. ສ່ວນຫຼາຍມັກເກັບເອົາໝາກ ຂະໜາດ 2.5-7.5 ຊມ ມາປຸງແຕ່ງເປັນແຈ່ວດອງ. ໝາກທີ່ສຸກ ຈະເປັນສີແດງ ແລະ ມີລົດຊາດຂົມໂພດຈຶ່ງບໍ່ມັກບໍລິໂພກກັນ. ສຳລັບຢູ່ລາວເຮົາ ແມ່ນບໍ່ນິຍົມກິນໝາກຂອງມັນ. ໃບດິບຂອງຜັກຕຳນິນ ເຊື່ອກັນວ່າ ສາມາດຕ້ານໂລກມະເຮັງໄດ້ ພ້ອມທັງມີຄວາມສາມາດໃນການປິ່ນປົວໂລກເບົາຫວານໄດ

ຄຸນຄ່າທາງດ້ານໂພຊະນາການຂອງຜັກຕຳນິນຕໍ່ 100 ກຼາມ

  • kcal 26
  • Water 91.0 (g)
  • Protein 3.6 (g)
  • Fat 0.2 (g)
  • Carb 1.2 (g)
  • Fiber 2.7 (g)
  • ASH 1.3 (g)
  • Ca 57 (mg)
  • P 69 (mg)
  • Na 19 (mg)
  • K 166 (mg)
  • Fe 1.4 (mg)
  • Cu 0.14 (mg)
  • Zn 0.5 (mg)
  • Carotene 4036 (mcg)
  • Vitamin A 336 (RAE mcg)
  • Vitamin B1 0.11 (mg)
  • Vitamin B2 0.17 (mg)
  • Vitamin B3 0.80 (mg)
  • Vitamin C 13 (mg)
  • micronutSc 1.39
ການປະກອບສ່ວນ