ວິທີເຮັດເຂົ້າຕົ້ມໝູ ຂອງຊົນເຜົ່າຫງ້ວນ

bouavone thipphavanh
ແນະນໍາວິທີເຮັດເຂົ້າຕົ້ມໝູ ສະບັບຊົນເຜົ່າຫງ້ວນ ບ້ານກວນຂະໂຍມ ເມືອງບົວລະພາ ແຂວງຄໍາມ່ວນ
ເຮືອນຄົວລາວ
www.phakhaolao.la

 

ການເຮັດເຂົ້າຕົ້ມໝູ ຂ້ອນຂ້າງຈະງ່າຍ, ມີສ່ວນປະກອບໜ້ອຍ ແລະ ອຸດົມໄປດ້ວຍສານອາຫານ ແນະນໍາວິທີເຮັດເຂົ້າຕົ້ມໝູ ສະບັບຊົນເຜົ່າຫງ້ວນ ບ້ານກວນຂະໂຍມ ເມືອງບົວລະພາ ແຂວງຄໍາມ່ວນ

 

ສ່ວນປະກອບ:

  • ຖົ່ວເຫຼືອງ 400 ກຣາມ
  • ເຂົ້າໜຽວ 3 ກິໂລ
  • ຊີ້ນໝູຕິດມັນ 1 ກິໂລ
  • ໃບຫອມບົ່ວ 20 ຕົ້ນ
  • ໃບຕອງ 3-4 ໃບ
  • ເກືອ 4 ບ່ວງກາເຟ

ວິທີເຮັດ

  1. ນຳເຂົ້າ ແລະ ຖົ່ວເຫຼືອງ ໄປແຊ່ນ້ຳປະມານ 3 ຊົ່ວໂມງ ຫຼື 1 ຄືນກໍໄດ້
  2. ຈາກນັ້ນນຳຖົ່ວເຫຼືອງໄປໜຶ້ງປະມານ 20 ນາທີ ແລ້ວນໍາໄປຕຳໃຫ້ລະອຽດ
  3. ຊອຍໃບຫອມບົ່ວໃຫ້ໄດ້ຂະໜາດນ້ອຍຕາມທີ່ຕ້ອງການ
  4. ຕັດຊີ້ນໝູເປັນຕ່ອນໃຫ້ໄດ້ຂະຫນາດທີ່ຕ້ອງການ
  5. ເຊັດໃບຕອງໃຫ້ສະອາດ
  6. ນຳເຂົ້າ, ຖົ່ວເຫຼືອງ, ຊີ້ນໝູ ແລະ ຫອມ ທີ່ກຽມໄວ້ລົງໃນຕອງຕາມລຳດັບ ແລະ ນຳຊີ້ນໝູ, ຖົ່ວເຫຼືອງ ແລະ ເຂົ້າ ເພີ່ມໃສ່ອີກຊັ້ນແລ້ວຈຶ່ງຫໍດ້ວຍໃບຕອງ, ຫຼັງຈາກນັ້ນໃຊ້ຕອກ ຫຼື ເຊືອກມັດໃຫ້ແໜ້ນ
  7. ຈາກນັ້ນນຳໄປໃສ່ໝໍ້ຕົ້ມ ໂດຍຕື່ມນ້ຳໃຫ້ພໍດີຖ້ວມ ແລ້ວຕົ້ມປະໄວ້ປະມານ 1 ຊົ່ວ​ໂມງ ຫຼື ຈົນກ່ວາສຸກ
ການປະກອບສ່ວນ