ລູກຊີ້ນໝູອາຄາ

Andy Souvanhphukdee
ຕາມສູດຂອງຊາວອາຄາແລ້ວຈະບໍປັ້ນໃຫ້ເປັນລູກມົນກົມ, ແຕ່ວ່າເຮືອນພັກທ່າເຮືອໄດ້ຄິດວິທີການ ປຸງແຕ່ງຂຶ້ນໃຫມ່ໂດຍການ ປັ້ນໃຫ້ເປັນລູກຊີ້ນ ເພື່ອເພີ່ມສີສັນໃຫ້ກັບອາຫານ. ຊາວອາຄາ ຈະໃຊ້ເລືອດໝູ ຫຼື ເປັດ ເປັນສ່ວນປະສົມຫຼັກ, ອາດຈະໃຊ້ໄຂ່ແດງ ເປັນສ່ວນປະສົມທົດແທນ ຖ້າຕ້ອງການ
ເຮືອນຄົວລາວ
https://foodsogoodmall.com/recipe/201402asian-steamed-pork-meatballs-html/
Food So Good Mall

ສ່ວນປະສົມ
•  ໝູບົດ 1-1 ½ ຈອກກາເຟ
•  ກະທຽມ (ປອກເປືອກ) 3 ກີບ
•  ເກືອ 1/ຟ ບ່ວງຊາ
•  ໝາກເຜັດດິບ ສີຂຽວ 1 ໜ່ວຍນ້ອຍ
•  ຄະນໍ ¾-1 ບ່ວງຊາ
•  ໃບໝາກສີດາ (ໃບອ່ອນ) 1 ຍອດ
•  ຫອມລາບ ຊອຍ 3 ບ່ວງແກງ
•  ຫອມເປ ຊອຍ 3 ບ່ວງແກງ
•  ຫອມບົ່ວໃບ 3 ຕົ້ນ
•  ຜັກແພວ 3 ບ່ວງແກງ
•  ຫອມປ້ອມ 3 ຕົ້ນ (ຖ້າບໍ່ໃສ່ຜັກແພວ)
•  ເລືອດໝູ ຫຼື ເປັດ 1 ບ່ວງແກງ ຫຼື ໃສ່ໄຂ່ແດງ 1 ບ່ວງແກງ
•  ນ້ຳຮ້ອນ 1 ຈອກກາເຟ

ວິທີປຸງແຕ່ງ
1.  ຕຳກະທຽມ, ໝາກເຜັດ, ເກືອ ແລະ ຄະນໍ ໃຫ້ເຂົ້າກັນປະມານ 1 ນາທີ ແລ້ວໃສ່ເຄື່ອງເທດຕ່າງ ຕາມດ້ວຍໝູບົດ ແລ້ວຕຳອີກເທື່ອໜຶ່ງປະມານ 5 ນາທີ. ສາມາດເພີ່ມເກືອໄດ້ເພີ່ມເຕີມ ຖ້າຕ້ອງການ, ໃສ່ເລືອດ ຫຼື ໄຂ່ແດງ
2.  ຕົ້ມນ້ຳ, ປັ້ນສ່ວນປະສົມທຸກຢ່າງທີ່ຕຳໃນຄົກໃຫ້ເປັນລູກມົນກົມ ຂະໜາດ 2 ຊມ ແລ້ວໃສ່ລົງໝໍ້ ປິດຝາຕົ້ມໄວ້ 15 ນາທີ (ໃສ່ນ້ຳເພີ່ມ ຖ້າຫາກນ້ຳແຫ້ງບໍ່ຖ້ວມລູກຊີ້ນ)
3.  ຍ້າຍໝໍ້ອອກຈາກເຕົາໄຟ ແລ້ວຕັກລູກຊີ້ນໃສ່ຖ້ວຍ
4.  ຮັບປະທານກັບແຈ່ວ, ຜັກໜຶ້ງ, ເຂົ້າໜຽວ ແລະ ແກງໄກ່ອາຄາ
ຂໍ້ມູນຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານເຮືອນພັກທ່າເຮືອ)

https://www.spendwithpennies.com/easy-meatball-recipe/
Spend with Pennies

 

https://www.spendwithpennies.com/easy-meatball-recipe/
Spend with Pennies

 

ການປະກອບສ່ວນ