ໝາກຖົ່ວແຮ / Pigeon Pea

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cajanus cajan (L.) Millsp. / Fabaceae
ຊື່ພ້ອງ
Cajanus cajan (L.) Huth
Cajanus cajan var. bicolor (DC.) Purseglove
Cajanus cajan f. bicolor Baker
Cajanus cajan var. flavus (DC.) Purseglove.
ຊື່ອື່ນ
ລາວ: ໝາກຖົ່ວແຮ
ໄທ: ຖົ່ວແຣະ, ຖົ່ວແຣດ
Eng: Congo pea, pigeon pea, red gram, yellow dahl
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ອາຍຸລະດູດຽວ ຫຼື ຫຼາຍລະດູ. ລຳຕົ້ນມີລັກສະນະຕັ້ງຊື່, ສູງ 1–3.5 ແມັດ, ກີ່ງແຜ່ອອກດ້ານຂ້າງເປັນຄູ່, ຜີວຂອງລຳຕົ້ນກ້ຽງເປັນສີຂຽວໝົ້່ນ. ໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບ, ຈັບລຽງສະຫຼັບ, ແຜ່ນໃບຮູບຂອບຂະໜານແກມໃບຫອກ, ປາຍໃບແຫຼມ, ກວ້າງ 1-3.5 ຊັງຕີແມັດ ແລະ ຍາວ 1.5–10 ຊັງຕີແມັດ, ຜີວໃບທັງສອງດ້ານມີຂົນສີຂາວນວນ. ດອກອອກເປັນຊໍ່ມີດອກຍ່ອຍປະມານ 8-14 ດອກ, ອອກຕາມຊອກໃບ, ກີບດອກເປັນສີເຫຼືອງມີຂອບສີນ້ຳຕານແດງ, ໃບປະດັບມີຂົນ, ກາບດອກເຊື່ອມຕິດກັນເປັນຖ້ວຍ, ປາຍແຍກເປັນແສກ 4–5 ແສກ. ໝາກຖົ່ວແຮເປັນຝັກແບບຍາວ, ສີມ່ວງເຂັ້ມປົນຂຽວ, ມີຂົນ, ພາຍໃນມີເມັດລັກສະນະກົມ ຫຼື ແປເລັກນ້ອຍ,ຫ້ອງລະ 1 ເມັດ. ເມັດມີຂະໜາດເທົ່າກັບເມັດຖົ່ວເຫຼືອງ, ສີຂອງເມັດເປັນສີເຫຼືອງ, ຂາວ ແລະ ສີແດງ.

ບັນຍາຍການນຳໃຊ້

ອາຫານ:

  • ດອກ ແລະ ຝັກອ່ອນ: ນໍາມາປະກອບອາຫານໄດ້ ຫຼື ລວກກິນກັບແຈ່ວ, ຝັກກິນເປັນຝັກສົດ ຫຼື ຕົ້ມກັບ ແຈ່ວ ຫຼື ໃສ່ໃນແກງແຄ, ແກງສົ້ມ. ນອກນັັ້ນດອກຍັງນໍາມາກິນເປັນຂອງຫວ່າງໄດ້.
  • ແກ່ນ: ເອົາມາເຮັດເປັນແປ້ງ ແລະ ຕົ້ມຮັບປະທານເປັນອາຫານໄດ້.

ສັບພະຄຸນ:

  • ຮາກ ແລະ ແກ່ນ: ຂັບປັດສະວະ, ແກ້ອາການປັດສະວະເຫຼືອງ ຫຼື ແດງ, ແກ້ໄຂ້ຖອນພິດ ແລະ ໃຊ້ຂັບລົມລົງເບື້ອງຕໍ່າ, ຮັກສາພະຍາດເສັັ້ນເອັນພິການ (ອາການປວດເມືື່ອຍ) ໃບໃຊ້ແກ້ໄອ, ທ້ອງເສຍ, ນ້ຳຄັັ້ນຈາກໃບໃສ່ແຜໃນປາກ ຫຼື ຫູ, ປຸງເປັນຢາຂັບປັດສະວະ, ຂັບກ້ອນໜີ້ວທີ່ເກີດຈາກໝາກໄຂ່ຫຼັງ, ແກ້ໝາກໄຂ່ຫຼັງພິການ, ກະຕຸ້ນໝາກໄຂ່ຫຼັງໃຫ້ທໍາງານ.
  • ຕົ້ນ ແລະ ໃບ: ຍັງມີສັບພະຄຸນເປັນຢາແກ້ເສັ້ນເອັນພິການ (ຄວາມຜິດປົກກະຕິຂອງລະບົບເສັ້ນເອັນ ແລະ ກ້າມເນື້ອ ມັກມີອາການເຈັບຕ່າງໆ, ປວດເມື່ອຍຕາມຕົນໂຕ, ໃບໜ້າ ແລະ ຫົວ).
  • ແກ່ນ: ຊ່ວຍຫຼຸດລະດັບຄໍເລສເຕີລໍ, ຫຼຸດລະດັບນ້ຳຕານໃນເລືອດ, ຫຼຸດຄວາມດັນໂລຫິດ ໂດຍການນຳເມັດມາຕົ້ມຮັບປະທານເປັນຂອງກິນຫຼິ້ນ.
  • ທັງຕົ້ນ: ໜຶ່ງກຳມືຕົ້ມນ້ຳດື່ມຄັັ້ງລະໜຶ່ງຖ້ວຍ, ວັນລະສາມຄັັ້ງຮັກສາອາການຕົກເລືອດ, ທັງຝັກບໍາລຸງຮ່າງກາຍ ແລະ ບໍາລຸງກະດູກ.

ເປັນສິນຄ້າ: 

  • ແກ່ນ: ແຫ້ງສົ່ງເປັນສິນຄ້າ. 
ການປະກອບສ່ວນ