ຖົ່ວລັນເຕົາ / Sugar Pea

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Pisum sativum L. / Fabaceae
ຊື່ພ້ອງ
Lathyrus oleraceus Lam.
Pisum arvense L.
Pisum sativum subsp. arvense (L.) Asch. & Graebn.
Pisum sativum subsp. hortense (Neilr.) Asch. & Graebn.
Pisum sativum subsp. sativum
Pisum sativum var. sativum
Pisum vulgare Jundz.
Pisum vulgare Judz.
ຊື່ອື່ນ
Thai: ຖົ່ວລັນເຕົາ
Eng: Sugar pea, Sweet peas, Garden pea, Pea
ບັນຍາຍລັກສະນະພືດສາດ

ຖົ່ວລັນເຕົາຈັດເປັນພືດທີ່ເປັນເຄືອ, ຍາວເຖິງ 2 ມ, ເປັນພືດລະດູດຽວ, ລໍາຕົ້ນເລືອ ແລະ ເປັນຫຼ່ຽມ, ສ່ວນຮາກເປັນລະບົບຮາກແກ້ວ, ສາມາດຂຶ້ນໄດ້ໃນດິນເກືອບທຸກຊະນິດໂດຍສະເພາະດິນລ້ວນປົນໜຽວ, ເປັນພືດທີ່ມັກອາກາດເຢັນຈື່ງປູກໄດ້ດີໃນລະດູໜາວ. ໃບສະຫຼັບ, ໃບມີສີຂຽວອ່ອນເຖິງສີຂຽວເຂັ້ມ, ປາຍໃບປ່ຽນເປັນມືເກາະເລື້ອຍ, ບາງສາຍພັນມີສະເພາະມືເກາະ ຫຼື ບາງສາຍພັນກໍ່ອາດມີສະເພາະໃບ. ດອກເປັນດອກແບບສົມບູນເພດ, ປະສົມຕົວເອງ, ດອກມີທັງສີຂາວ ແລະ ມ່ວງ, ແລ້ວແຕ່ສາຍພັນ. ໝາກເປັນຝັກລັກສະນະຄ້າຍຖົ່ວແປບ, ຝັກຍາວຮີມີສີຂຽວສົດ, ພາຍໃນຝັກມີແກນລັກສະນະກົມຂຽວມີຢູ່ປະມານ 2-4 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ: 
-  ຖົ່ວລັນເຕົາມີເສັ້ນໃຍອາຫານຫຼາຍ ຈືງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.
-  ຖົ່ວລັນເຕົານອກຈາກມີເສັ້ນໄຍອາຫານສູງແລ້ວຍັງມີໄຂມັນຕໍ່າ ແລະ ຢູ່ໃນຮູບຂອງໄຂມັນບໍ່ອີ່ມຕົວ, ການຮັບປະທານປະຈໍາຈືງບໍ່ມີຜົນເສຍຕໍ່ຮ່າງກາຍ.
-  ເຮົານິຍົມໃຊ້ຍອດຂອງຕົ້ນຖົ່ວລັນເຕົາມາປຸງແຕ່ງອາຫານ ແລະ ຍັງມີໂປຣຕີນຫຼາຍກວ່າຜັກປະເພດອື່ນໆ.
-  ໃຊ້ແປຮູບເປັນສິນຄ້າ ຫຼື ຜະລິດຕະພັນຕ່າງໆ, ເຮັດເປັນຜັກແຊແຂງ ນໍາໄປຕົ້ມ, ຂົ້ວ ຫຼື ອົບກອບກັບເກືອ.
ສັບພະຄຸນ:
-  ຍອດຂອງຖົ່ວລັນເຕົາມີເບຕາແຄໂຣທີນສູງ ຊື່ງຊ່ວຍບໍາລຸງສາຍຕາ ແລະ ຜິວພັນ.
-  ແກ່ນຊ່ວຍບໍາລຸງໄຂມັນ.
-  ຍອດຖົ່ວລັນເຕົາຊ່ວຍບໍາລຸງກະດູກ ແລະ ແຂ້ວ.
-  ໃຊ້ບໍາບັດພະຍາດເບົາຫວານ ຜູ້ຊ່ວຍເປັນພະຍາດເບົາຫວານຄວນຮັບປະທານຢ່າງເປັນປະຈໍາ, ດ້ວຍການໃຊ້ຝັກອ່ອນສົດນໍາມາລ້າງນໍ້າໃຫ້ສະອາດນໍາໄປຕົ້ມສຸກ ແລ້ວນໍາມາຮັບປະທານ.
ຄໍາແນະນໍາການຮັບປະທານຖົ່ວລັນເຕົາ:
-  ຖົ່ວລັນເຕົາເປັນຖົ່ວທີ່ມີສານພິວຣີນ, ປານກາງ ດັງນັ້ນຜູ້ທີ່ມີກົດຢູຣິກໃນເລືອດສູງຜິດປົກກະຕິຄວນຫຼຸດປະລິມານຮັບປະທານ ເພາະສານພິວຣີນຈະເຮັດໃຫ້ການຂັບຖ່າຍກົດຢູຣິກທາງປັດສະວະຫຼຸດລົງ, ສົ່ງຜົນເຮັດໃຫ້ລະດັບກົດຢູຣິກໃນເລືອດສູງເປັນປັດໄຈສ່ຽງທີ່ຈະເຮັດໃຫ້ເກີດພະຍາດໄຕອັກເສບ, ພະຍາດນິ່ວ ແລະ ພະຍາດເກົາໄດ້.
-  ຖົ່ວລັນເຕົາເປັນພືດທີ່ມັກມີສານປົນປື່ອນ ຫຼື ຢ່າຂ້າແມງໄມປະສົມຢູ່ ດັ່ງນັ້ນກ່ອນນໍາມາປະກອບອາຫານຄວນລ້າງໃຫ້ສະອາດກ່ອນດ້ວຍການນໍາຝັກຖົ່ວມາລ້າງຫຼາຍໆນໍ້າ ແລະ ການລ້າງຜັກທີ່ດີຄວນແຊ່ໄວ້ໃນນໍ້າທີ່ໄຫຼລິນຊັກຊ່ວງເວລາໜື່ງ.

ການປະກອບສ່ວນ