ດອກໄມ້ກັບຄຸນຄ່າທາງການຢາ

Andy Souvanhphukdee
ງາມນອກຫອມໃນກໍຄືດອກໄມ້ທຳມະດາແຕ່ພິເສດເຫຼົ່ານີ້ ກົດເຂົ້າຮູບພາບເພື່ອເບິ່ງຄຸນຄ່າ ແລະ ຄຸນປະໂຫຍດທາງການຢາ
ຊີວະນາໆພັນກະສິກຳ
phakhaolao. la

ຕົ້ນສ້ຽວດອກແດງ / Orchid tree

ດອກຊ່ວຍແກ້ອາການຜິດໄຂ້ຮ້ອນຈາກເລືອດ ແລະ ນໍ້າບີ.
https://www.phakhaolao.la/kb/0000528?q=ດອກ&page=1&p=search

ຫຍ້າສີເຫຼືອງ / Bladderwort
ທັງຕົ້ນມີສັບພະຄຸນແກ້ໄຂ້, ບໍາລຸງເລືອດ, ຮັກສາພະຍາດລະບົບທາງເດີນປັດສະວະ
https://www.phakhaolao.la/kb/0000825

ດອກຫອນໄກ່ / Silver Cockscomb
ດອກໃຊ້ເປັນຢາແກ້ອາການເຈັບຫົວ
- ຜູ້ຍິງທີ່ຢູ່ໃນລະຫວ່າງມີປະຈໍາເດືອນບໍ່ຄວນນໍາເອົາມາຮັບປະທານ.
- ຜູ້ທີ່ເປັນພະຍາດຕາບອດໃສ ຫ້າມຮັບປະທານສະໝຸນໄພຊະນິດນີ້.
https://www.phakhaolao.la/kb/0000709?q=ດອກ&p=search

ຕົ້ນດອກຈຳປາຂາວ / Great White Frangipani
ດອກມີລົດຊຸ່ມສຸຂຸມ ຊົງເປັນຊາດື່ມແກ້ຮ້ອນໃນ, ແກ້ບິດ, ແກ້ໄຂ້ ແລະ ແກ້ໄຂ້ມາລາເຣຍ
https://www.phakhaolao.la/kb/0000431?q=ດອກ&page=2&p=search

ເອື້ອງພະຍາຊ້າງສານ / The Lissochilus-Like Vanda
ເປັນພືດປະດັບທີ່ມີລາຄາແພງ, ລາຄາ 80,000-150,000 ກິບຕໍ່ຕົ້ນ
https://www.phakhaolao.la/kb/0000135?q=ດອກ&page=4&p=search

ດອກດາວເຮືອງ / African marigold

ດອກດາວເຮືອງຊ່ວຍບຳລຸງສາຍຕາ ແລະ ຮັກສາສາຍຕາໄດ້ດີ
https://www.phakhaolao.la/kb/0000393?q=ດອກ&p=search

ເອື້ອງສາຍສາມສີ / Shiny Crystal Dendrobium
ຊົງນ້ຳຮ້ອນດື່ມຄ້າຍຊາ, ໂດຍໃຊ້ ມ້ວນລໍາຕົ້ນແຫ້ງ ເພື່ອຮັກສາ ລະບົບພູມ ຕ້ານທານ ແລະ ລະບົບຄວາມດັນຂອງເລືອດ.
https://www.phakhaolao.la/kb/0000108?q=ດອກ&page=5&p=search

ດອກສາມປີ / Bachelor's button
ດອກ ແລະ ຕົ້ນມີລົດຫວານເປັນຢາສຸຂຸມອອກລິດຕໍ່ປອດ ແລະ ຕັບ, ໃຊ້ເປັນຢາແກ້ຕັບຮ້ອນ ຫຼື ທາດໄຟເຂົ້າຕັບ, ຊ່ວຍແກ້ເຈັບຕາ, ຕາມົວເນື່ອງມາຈາທາດໄຟເຂົ້າຕັບ
https://www.phakhaolao.la/kb/0000746?q=ດອກ&page=1&p=search

ພວງພີ່ຂາວ / East Indian Glory Bower
ໃບ ແລະ ຮາກພວງພີ່ຂາວເປັນຢາປົວລົງຂາວ
https://www.phakhaolao.la/kb/0000411?q=ດອກ&page=2&p=search

ດອກຊາຍເຫີນ / Butterfly lily
ໃຊ້ປູກເປັນໄມ້ປະດັບໄດ້ເພາະສາມາດອອກດອກໄດ້ຕະຫຼອດປີ ແລະ ດອກມີກິ່ນຫອມ
https://www.phakhaolao.la/kb/0000750?q=ດອກ&page=1&p=search

ຕົ້ນດອກພຸດ / Cape Jasmine
ໝາກດອກພຸດມີຣົດຂົມເຢັນມີລິດຂັບຄວາມຮ້ອນ
https://www.phakhaolao.la/kb/0000420?q=ດອກ&p=search

ດອກໄໝ / Shoe Flower
ດອກ ມີລົດຫວານເຢັນ ນໍາມາຕໍາຟອກ ຫຼື ທາບໍາລຸງເສັ້ນຜົມ
https://www.phakhaolao.la/kb/0000742?q=ດອກ&p=search

ຕົ້ນດອກຮັກ / Crown Flower
ດອກແກ້ອັກເສບ, ບຳລຸງຫົວໃຈ
https://www.phakhaolao.la/kb/0000293?q=ດອກ&p=search

ບົວຫຼວງ / Lotus
ບົວເປັນອາຫານ ແລະ ເປັນຢາຫ້າມເລືອດ ເມື່ອຖ່າຍໜັກອອກເລືອ, ຮາກອອກເລືອດ, ເລືອດດັງອອກ, ເລືອດໄຫຼໃນມົດລູກ, ກິນມື້ໜຶ່ງ 6-12 ກຼາມ ໃນຮູບຢາຕົ້ມ.
https://www.phakhaolao.la/kb/0000403?q=ດອກບົວ&p=search

 

 

ການປະກອບສ່ວນ