ຫຍ້າສີເຫຼືອງ / Bladderwort

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Utricularia bifida L / Lentibulariaceae
ຊື່ພ້ອງ
Nelipus bifida (L.) Raf.
Utricularia alata Benj.
Utricularia brevicaulis Benj.
Utricularia humilis Vahl
Utricularia recurva Lour.
Utricularia wallichiana Benj.
ຊື່ອື່ນ
Thai: ຫຍ້າສີທອງ
Eng: Bladderwort
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຫຍ້າສີທອງເປັນພືດທີ່ອາໃສຢູ່ໃນນໍ້າ, ມັກຂຶ້ນຕາມແຄມນໍ້າ ຫຼື ບ່ອນນໍ້າຖ້ວມຂັງ, ເປັນພືດກີນແມງໄມ້. ໂດຍມີໃບທີ່ປ່ຽນໄປເປັນຖົງນ້ອຍໆດັກຈັບແມງໄມ້ຂະໜາດນ້ອຍກີນເປັນອາຫານ. ອອກດອກເປັນຊໍ່, ຊໍ່ຍາວ 10-20 ຊັງຕິແມັດ, ດອກເປັນສີເຫຼືອງ, ຊໍ່ດອກມີດອກຍ່ອຍ 3-10 ດອກ, ກີບດອກຕອນກົກເຊື່ອມຕິດກັນ, ຕອນປາຍແຍກເປັນ 2 ສ່ວນ, ສ່ວນລຸ່ມຢື່ນຍາວເປັນຈະງອຍ, ດອກເມື່ອບານມີຂະໜາດກວ້າງ 0.6-1 ຊັງຕິແມັດ. ໝາກມີລັກສະນະກົມແປ, ເມື່ອແກ່ຈະແຕກອອກ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
  - ທັງຕົ້ນມີສັບພະຄຸນແກ້ໄຂ້, ບໍາລຸງເລືອດ, ຮັກສາພະຍາດລະບົບທາງເດີນປັດສະວະ.

ການປະກອບສ່ວນ