ດອກສາມປີ / Bachelor's button

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Gomphrena globosa L. / Amaranthaceae
ຊື່ພ້ອງ
Amaranthoides globosa (L.) M.Gómez
Amaranthoides globosus M. Gómez
Amaranthoides globosus var. albiflorus M. Gómez
Gomphrena eriopoda Gillies ex Moq.
Gomphrena globosa var. albiflora Moq.
Gomphrena globosa var. aureiflora Stuchlik
Gomphrena globosa var. carnea Moq.
Gomphrena rubra Moq.
Gomphrena tumida Seidl ex Opiz
Xeraea globosa (L.) Kuntze
ຊື່ອື່ນ
Thai: ບານໄມ່ຮູ້ໂຮຍ
Eng: Bachelor's button, Button agaga, Everlasting, Gomphrena, Globe amaranth, Pearly everlasting
ບັນຍາຍລັກສະນະພືດສາດ

ດອກສາມປີເປັນພືດລົ້ມລຸກຂະໜາດນ້ອຍ, ມີອາຍຸປະມານ 1 ປີ, ມີຄວາມສູງ 50 ຊມ, ແຕກກິ່ງກ້ານຢູ່ຍອດຕົ້ນ, ກິ່ງກ້ານເປັນຫຼ່ຽມ ແລະ ມີຮ່ອງ, ລໍາຕົ້ນອ່ອນມີຂົນສີຂາວປົກຄຸມ, ຂໍ້ຕົ້ນເປັນສີແດງ, ແຕ່ບາງຂໍ້ກໍ່ເປັນສີຂຽວ, ຂະຫຍາຍພັນດ້ວຍການເພາະແກ່ນ. ໃບເປັນໃບດ່ຽວອອກກົງກັນຂ້າມກັນ, ລັກສະນະເປັນຮູບຮີ, ປາຍໃບແຫຼມ, ໃບມີຂະໜານກວ້າງ 2-4 ຊມ ແລະ ຍາວ 5-10 ຊມ, ຫຼັງໃບ ແລະ ທ້ອງໃບມີຂົນສີຂາວ, ເນື້ອໃບມີລັກສະນະອວບໜາ. ອອກດອກເປັນກະຈຸກຊົງກົມບໍລິເວນປາຍກິ່ງ, ດອກຍ່ອຍອັດກັນແໜ້ນ, ແຕ່ລະຊໍ່ດອກຈະມີດອກຍ່ອຍ 2-3 ດອກ, ດອກມີສີຂາວ, ສີແດງແກ່, ສີມ່ວງ, ແລະ ສີບົວອ່ອນ (ແຕ່ໍຈະໃຊ້ດອກສີຂາວມາເປັນຢາ ເພາະສີຂາວເປັນສີບໍລິສຸດ, ເມື່ອນໍາມາເຮັດຢາຈະບໍ່ສີຫຍັງມາເຈືອປົນ), ກີບດອກຈະມີຂະໜາດນ້ອຍຮຽງຊ້ອນກັນເປັນຊັ້ນໆທັງດອກ ແລະ ຈະມີກາບດອກເປັນສີຂຽວມີຢູ່ 2 ກີບ. ໝາກເປັນໝາກແຫ້ງ, ປັນກະເປະ, ລັກສະນະເປັນຮູບຊົງກົມ ຫຼື ເປັນຮູບໄຂ່ແກມຮູບຂອບຂະໜານ, ພາຍໃນມີແກ່ນສີນໍ້າຕານອ່ອນ, ແກ່ນເປັນຮູບແປ ຫຼື ເປັນຮູບໄຂ່.

ບັນຍາຍການນຳໃຊ້

ປະໂຫຍດ 
    - ດອກສາມປີສາມາດນໍາມາໃຊ້ເຮັດເປັນດອກໄມ້ປະດິດ, ຮ້ອຍພວງມະໄລ, ຫຼື ນໍາມາໃຊ້ໃນງານພິທີຕ່າງໆ.
    - ດອກໄມ້ຊະນິດນີ້ນິຍົມປູກເປັນໄມ້ປະດັບທົ່ວໄປ.
ສັບພະຄຸນ:
    - ດອກ ແລະ ຕົ້ນມີລົດຫວານເປັນຢາສຸຂຸມອອກລິດຕໍ່ປອດ ແລະ ຕັບ, ໃຊ້ເປັນຢາແກ້ຕັບຮ້ອນ ຫຼື ທາດໄຟເຂົ້າຕັບ, ຊ່ວຍແກ້ເຈັບຕາ, ຕາມົວເນື່ອງມາຈາທາດໄຟເຂົ້າຕັບ.
    - ທັງຕົ້ນມີລົດຂື່ນເລັກນ້ອຍ ຕົ້ມເອົານໍ້າແກ້ໜອງໃນ, ກາມມະໂລກ, ຂັບປັດສະວະ, ແກ້ບິດ ແລະ ແກ້ລົງຂາວ.
    - ດອກໃຊ້ເປັນຢາບໍາລຸງຕັບ.
    - ຮາກມີສັບພະຄຸນເປັນຢາແກ້ພິດຕ່າງໆ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ແກ້ຫອບຫືດ ໂດຍໃຊ້ດອກສົດ 15-20 ດອກ, ລ້າງໃຫ້ສະອາດ, ຕົ້ມໃນນໍ້າ 1 ລິດ, ຄ່ຽວໃຫ້ເຫຼືອເຄິ່ງໜຶ່ງ ແລ້ວກອງເອົານໍ້າດື່ມຄັ້ງລະ 1 ແກ້ວ ຫຼື 200 ຊີຊີ.
   2) ຂັບປັດສະວະ, ນິ່ວ, ແກ້ພະຍາດນ້ອງໃນ ໂດຍໃຊ້ຕົ້ນສົດດອກສີຂາວທັ້ງຕົ້ນ 100 ກຼາມ ລ້າງໃຫ້ສະອາດຕົ້ມໃນນໍ້າ 1 ລິດ, ປະມານ 10-15 ນາທີ, ກອງເອົານໍາດື່ມ ມື້ລະ 3 ເວລາກ່ອນອາຫານ.

ການປະກອບສ່ວນ