ຕົ້ນດອກພຸດ / Cape Jasmine

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Gardenia jasminoides J.Ellis / Rubiaceae
ຊື່ພ້ອງ
Gardenia jasminoides f. albomarginata H.Hara
Gardenia jasminoides f. albovariegata H.Hara
Gardenia jasminoides f. aureovariegata Nakai
Gardenia jasminoides var. boninensis (Nakai) Nakai
Gardenia jasminoides var. fortuneana (Lindl.) H.Hara
Gardenia jasminoides f. grandiflora (Lour.) Makino
Gardenia jasminoides var. grandiflora (Lour.) Nakai
Gardenia jasminoides var. jasminoides
Gardenia jasminoides f. longicarpa Z.M.Xie & M.Okada
Gardenia jasminoides var. longisepala (Masam.) Metcalf
Gardenia jasminoides f. maruba (Siebold ex Blume) Nakai ex Ishii
Gardenia jasminoides var. maruba (Siebold ex Blume) Nakai
Gardenia jasminoides f. oblanceolata (Nakai) Nakai
Gardenia jasminoides f. ovalifolia (Sims) H.Hara
Gardenia jasminoides var. ovalifolia (Sims) Nakai
Gardenia jasminoides var. plena (Voigt) M.R.Almeida
Gardenia jasminoides var. radicans (Thunb.) Makino
Gardenia jasminoides f. simpliciflora (Makino) Makino
Gardenia jasminoides f. variegata (Carrière) Nakai
Gardenia jasminoides var. variegata (Carrière) Makino
ຊື່ອື່ນ
ລາວ: ຕົ້ນດອກພຸດ.
ໄທ: ຕົ້ນດອກພຸດຊ້ອນ, ເຄັດທະວາ, ແຄຖະວາ
ຈີນ: ກີຈື້, ຈືຈື່, ສຸ່ຍຈືຈື່.
Eng: gardenia, cape jasmine, cape jessamine, danh-danh or jasmi
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມເຕ້ຍ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງ 1–2 ແມັດ. ລຳຕົ້ນແຕກກີ່ງຫຼາຍ. ໃບດ່ຽວຈັບກົງກັນຂ້າມກັນ, ຮູບຮີ ຫຼື ຮູບຫອກ, ປາຍໃບແຫຼມ, ຂອບໃບລຽບ, ໃບກວ້າງ 2–5 ຊັງຕີແມັດ ແລະ ຍາວ 7–14 ຊັງຕີແມັດ, ແຜ່ນໃບລຽບມັນເປັນສີຂຽວເຂັ້ມ, ເນື້ອໃບໜາ, ກ້ານໃບສັ້ນ, ມີຫູໃບ 2 ອັນຢູ່ລະຫວ່າງກ້ານກ້ານໃບດ້ານລະອັນ. ດອກດ່ຽວຊື່ງຈະອອກຕາມງ່າມໃບ ແລະ ປາຍກີ່ງ, ດອກມີຂະໜາດໃຫຍ່, ສີຂາວ ແລະ ມີກີບດອກຊ້ອນກັນຫຼາຍຊັ້ນ, ໂຄນກີບແຫຼມ, ປາຍກີບມົນຮຽວ, ມີກີບດອກປະມານ 5–7 ກີບ, ມີຂະໜາດເສັ້ນຜ່າສູນກາງປະມານ 7 ຊັງຕີແມັດ, ເນື້ອນຸ່ມ ແລະ ມີກິ່ນຫອມແບບອ່ອນໆ, ດອກມີເກສອນເພດຜູ້ 6 ກ້ານຕິດຢູ່ປາຍຫຼອດກີບດອກເກສອນເພດແມ່, ກ້ານເກສອນຍາວ, ຍອດເກສອນເປັນຈຸກແໜ້ນ, ເຕົ້າໄຂ່ຈະຢູ່ໃຕ້ຖານຮອງດອກ, ສ່ວນກາບລ້ຽງມີປະມານ 5–8 ແສກ, ກ້ານດອກສັ້ນ. ໝາກກົມເປັນຮູບໄຂ່, ອອກແບບຫົວປິ່ນລົງ, ໝາກອ່ອນມີສີຂຽວເມື່ອແກ່ແລ້ວຈະເປັນສີເຫຼືອງທອງ ຫຼື ເປັນສີສົ້ມແດງ, ໝາກມີຂະໜາດເສັ້ນຜ່າສູນກາງປະມານ 1–1.5 ຊັງຕີແມັດ ແລະ ຍາວປະມານ 3–7 ຊັງຕີແມັດ. ເປືອກໝາກມີຫຼ່ຽມຕາມທາງຍາວປະມານ 5–7 ຫຼ່ຽມ, ພາຍໃນມີແກ່ນຢູ່ປະມານ 3–6 ແກ່ນ, ແກ່ນຈະມີເນື້ອເຍື້ອຫຸ້ມເປັນສີແດງ.

ບັນຍາຍການນຳໃຊ້

ຮາກໃຊ້ເປັນຢາແກ້ຕັບອັກເສບເນື່ອງຈາກມີການຕິດເຊື້ອ ແລະ ມີອາການໂຕເຫຼືອງ ໃຫ້ໃຊ້ຮາກສົດ 70 ກຼາມ, ຮາກໃບໄຜ່, ຮາກຫຍ້າຄາ ແລະ ເປືອກຕົ້ນມອນຢ່າງລະ 35 ກຼາມ ນຳມາລວມກັນຕົ້ມກັບນ້ຳຮັບປະທານ. ໝາກດອກພຸດມີຣົດຂົມເຢັນມີລິດຂັບຄວາມຮ້ອນ, ລະບາຍຄວາມຮ້ອນ, ແກ້ໄຂ້, ແກ້ງຸດງິດກະວົນກະວາຍ, ຊ່ວຍເສີມຄວາມຊຸ່ມ, ເຮັດໃຫ້ເລືອດເຢັນ, ແກ້ເລືອດກຳເດົາໄຫຼ, ແກ້ປັດສະວະ ແລະ ຮາກອອກເປັນເລືອດ ( ເນື່ອງຈາກເລືອດມີພິດຮ້ອນ ), ມີລິດບັນເທົາອາການພິດອັກເສບ, ແກ້ພິດອັກເສບຂອງແຜ, ຝີ, ອາການບວມຈາກການກະທົບກະເທືອນ, ຊ່ວຍລະງັບອາການປວດ.

ການປະກອບສ່ວນ