ເອື້ອງສາຍສາມສີ / Shiny Crystal Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium crystallinum Rchb.f. / Orchidaceae
ຊື່ພ້ອງ
Dendrobium crystallinum var. hainanense S.J.Cheng & C.Z.Tang
Callista crystallina (Rchb.f.) Kuntze
ຊື່ອື່ນ
Thai: Ueang Sai sam si, Ueang nang fawn
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງຂະໜາດກາງ, ອີງອາໄສ, ຫ້ອຍຢູ່ຕາມຕົ້ນໄມ້, ລຳຕົ້ນຮຽວຍາວ. ມີປ້ອງ 2-4 ປ້ອງ. ໃບຮູບຫອກ, ເນື້ອໃບອວບໜາ, ໃບຫຼົ່ນເມື່ອລຳຕົ້ນແກ່. ເກີດດອກເປັນຊໍ່ຕາມຂໍ້ຂອງລຳຕົ້ນ, ມີປະມານ 2-4 ດອກຕໍ່ຊໍ່. ດອກສີຂາວ, ປາຍກິບເປັນສີມ່ວງ, ກາງມີຈຸດສີເຫຼືອງ. ມັກອອກດອກໃນຊ່ວງລະດູໜາວ ຫຼື ລະດູແຫ້ງ.

ດອກເຜິ້ງຊະນີດນີ້ ພົບໃນປະເທດ ມຽນມາ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ. ໃນທຳມະຊາດພົບໃນປ່າດົງດິບ ແຫ້ງ ແລະ ປ່າເຄີ່ງປະສົມ, ປ່າປ່າສົມປ່ຽນໃບ, ປ່າໂຄກ. ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 900-1700 ມ.

ບັນຍາຍການນຳໃຊ້

Traditional use: Infusion, Part of plant used: Dry stem roll,Traditional purpose: Immune system enhancer and Blood tension regulator.

ການນໍາໃຊ້ແບບພື້ນເມືອງ: ຊົງນ້ຳຮ້ອນດື່ມຄ້າຍຊາ, ໂດຍໃຊ້ ມ້ວນລໍາຕົ້ນແຫ້ງ, ຈຸດປະສົງເພື່ອຮັກສາ ລະບົບພູມ ຕ້ານທານ ແລະ ລະບົບຄວາມດັນຂອງເລືອດ.

ການປະກອບສ່ວນ