ຍໍາໝາກລິ້ນໄມ້

bouavone
ຍໍາໝາກລິ້ນໄມ້ອາຫານສຳຫຼັບຜູ້ທີ່ມັກຂົມ ແຕ່ກໍ່ແຊບດີ ເປັນທີນິຍົມຫຼາຍໃນລາວ
ເຮືອນຄົວລາວ
phakhaolao.la
Unseen Laos-Thailand
  • ສ່ວນປະກອບມີ:
  1. ຊີ້ນງົວ                       0,2 kg
  2. ໜາກລິ່ນໄມ້                1 ໜ່ວຍ
  3. ເຂົ້າຂົ້ວບົດລະອຽດ         2 ບ່ວງກາເຟ     
  4. ຫອມລາບ                  10 ຍອດ                  
  5. ຫອມປ້ອມ                 4 ຕົ້ນ
  6. ໜາກເຜັດດິບ               4 ໜ່ວຍ
  7. ຄະນໍຜົງ (ລົດໝູ)         1 ບ່ວງກາເຟ
  8. ນໍ້າປາ                        2 ບ່ວງກາເຟ
  • ການກະກຽມ:
  1. ເອົາຊີ້ນງົວລ້າງນໍ້າໃຫ້ສະອາດແລ້ວຊອຍເປັນຕ່ອນ ແລ້ວນໍາໄປປີ້ງໃຫ້ສຸກປະມານ70%.
  2. ເອົາໝາກລິ່ນໄມ້ເຜົາໄຟໃຫ້ສຸກດີ ແລ້ວລ້າງນໍ້າໃຫ້ສະອາດ ຊອຍຕາມລວງຂວາງບາງໆ.
  3. ໝາກເຜັດ, ຫອມປ້ອມ, ຫອມລາບ ລ້າງນໍ້າໃຫ້ສະອາດ ແລ້ວຊອຍເປັນຕ່ອນແລບໆປະໄວ້.

ວິທີເຮັດ:  ນໍາເອົາຊີ້ນປີ້ງພ້ອມກັບໝາກລິ່ນໄມ້ທີ່ຊອຍປະໄວ້ມາປຸງລົດດ້ວຍນໍ້າປາ, ຄະນໍຜົງ, ເຂົ້າຂົ້ວ, ໝາກເຜັດ ຊີມລົດຊາດແລ້ວຈຶ່ງນໍາເອົາຫອມປ້ອມ, ຫອມລາບຄົນໃຫ້ເຂົ້າກັນອີກເທື່ອໜຶ່ງແລ້ວຈຶ່ງຕັກໃສ່ຈານພ້ອມຮັບປະທານໄດ້ແລ້ວ.

ເຄັບລັບ: ວິທີເຮັດໃຫ້ໝາກລິ່ນໄມ້ບໍ່ຂົ່ມຫຼາຍແມ່ນເອົາໝາກລິ່ນໄມ້ທີ່ເຜົາສຸກມາຊອຍແລ້ວແຊ່ນໍ້າເກືອໂດຍໃສ່ເກືອປະມານ 4-5 ບ່ວງ ຄົນແລ້ວປະໄວ້ປະມານ 5 ນາທີ ແລ້ວນໍາມາລ້າງໃຫ້ສະອາດ ແລ້ວຈຶ່ງນໍາໄປຍໍາ.

ການປະກອບສ່ວນ