1. ຄຸນປະໂຫຍດດ້ານໂພຊະນາການ

  •     ຊີ້ນໝູເປັນແຫຼ່ງທາດຊີ້ນທີ່ສໍາຄັນທີ່ສຸດ ແລະ ໄດ້ຮັບຄວາມນິຍົມສູງສຸດໃນປະຈຸບັນ, ຊີ້ນສັນໃນເປັນຊີ້ນທີ່ມີຄຸນນະພາບ (ທາດຊີ້ນ) ຫຼາຍທີ່ສຸດ ແລະ ຍັງອຸດົມໄປດ້ວຍສານອາຫານອືື່ນໆ ເຊັ່ນ: ວິຕາມິນບີ 1, ວິຕາມິນເອ, ຟົດສະຟໍລັດ ແລະ ວິຕາມີນບີ 3.
  •     ຊີ້ນໝູເນື້ອແດງມີທາດຊີ້ນ 22,8%, ໄຂມັນ 1,2%, ເຖົ່າ 1.1%, ນ້ຳ 75%.

2.  ການສ້າງລາຍໄດ້

  •     ການລ້ຽງໝູຂຸມເປັນເຕັກນິການລ້ຽງທີ່ໃຊ້ຕົ້ນທຶນການລ້ຽງຕ່ຳ ເພາະເປັນການນໍາໃຊ້ວັດຖຸດິບໃນທ້ອງຖິ່ນທີ່ມີລາຄາຖືກ ແລະ ນໍາໃຊ້ເສດເຫລືອຈາກຄົວເຮືອນມາປຸງແຕ່ງເປັນອາຫານ.
  •     ຊີ້ນໝູມີເນື້ອແໜ້ນ, ມີໄຂມັນໜ້ອຍ, ປອດສານພິດ, ບໍ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ແລະ ເປັນທີ່ຕ້ອງການຂອງຕະລາດທົ່ວໄປ.
  •     ເປັນເຕັກນິກທີ່ດີເພາະບໍ່ທໍາລາຍສະພາບແວດລ້ອມໂດຍສະເພາະການລ້ຽງໃນເຂດຊຸມຊົນ.
  •     ໝູຢູ່ສະບາຍ, ບໍ່ເຈັບຂໍ້ຕີນ, ຂໍ້ຂາ, ບໍ່ແພ້ຜິວໜັງ.
  •     ປະຢັດແຮງງານ ແລະ ນ້ຳໃນການອະນາໄມຄອກ.
  •     ການລ້ຽງໝູ ຂຸມສາມາດຫຼຸດຕົ້ນທຶນການຜະລິດໄດ້ເຖິງ 50%, ຊາວກະສິກອນຈະມີລາຍຮັບຈາກການລ້ຽງໝູເພີ່ມຂຶ້ນ.
  •     ຂີ້ສັດ ແລະ ວັດຖຸທີ່ຍ່ອຍສະລາຍຈະຖືກໝັກໂດຍເຊື້ອຈຸລິນຊີທີ່ມີປະໂຫຍດ ເຮັດໃຫ້ກາຍເປັນຝຸ່ນທີ່ດີໃນການປັບປຸງດິນຊຶ່ງເປັນປະໂຫຍດ ຕໍ່ການຈະເລີນເຕີບໂຕຂອງພືດ ແລະ ສາມາດນໍາໄປໃຊ້ກັບໜອງປາໄດ້ອີກດ້ວຍ.
ການປະກອບສ່ວນ