ການລ້ຽງ ແລະ ການຈັດການ
  1.    ການຈັດການພໍ່ໝູ: ພໍ່ໝູທີ່ຈະເອົາມາເປັນພໍ່ພັນ ຄວນມີອາຍຸ 8 ເດືອນຂຶ້ນໄປ ໃຫ້ອາຫານໂປຕິນ 16ເປີເຊັນ, ໃຫ້ກິນອາຫານວັນລະ 2 ກິໂລກຼາມ ຂຶ້ນກັບສະພາບຂອງພໍ່ໝູນຳວ່າຕຸ້ຍ ຫຼື ຈ່ອຍເກີນໄປ.
  2.    ການຈັດການແມ່ໝູ: ໃຫ້ອາຫານໂປຕິນ 16 ເປີເຊັນ,ໃຫ້ກິນອາຫານວັນລະ 2 ກິໂລກຼາມ, ແມ່ໝູຄວນມີອາຍຸ 7-8 ເດືອນ, ນໍ້າໜັກ 100-120 ກິໂລກຼາມ ຈຶ່ງນຳມາປະສົມພັນ(ການເປັນສັດຄັ້ງທີ 2-3), ປະສົມພັນ 2 ຄັ້ງ(ເຊົ້່າ-ເຊົ້າ ຫຼື ແລງ-ແລງ) ເມື່ອປະສົມພັນແລ້ວຄວນຫຼຸດອາຫານ ໃຫ້ເຫຼືອ 1,5-2 ກິໂລກຼາມ, ເມື່ອຖືພາໄດ້ 90-108 ວັນ ຄວນເພີ່ມອາຫານເປັນ 2-2,5 ກິໂລກຼາມ ແລະ ເມື່ອຖືພາໄດ້ 108 ວັນ-ເກີດລູກ ໃຫ້ຫຼຸດອາຫານລົງເຫຼືອ 1-1,5 ກິໂລກຼາມ(ປົກກະຕິໝູຈະຖືພາປະມານ 114 ວັນ) ແມ່ໝູຄວນຢູ່ໃນສະພາບປານກາງ ບໍ່ຕຸ້ຍເກີນໄປ ຫຼື ຈ່ອຍເກີນໄປ, ແມ່ໝູຈະໃຫ້ລູກດີທີ່ສຸດໃນ 3-5 ຊຸດ ແລະ ຄວນຄັດແມ່ໝູອອກໃນ 7 ຫຼື 8 ຊຸດ (ແມ່ໝູໃຫ້ລູກເກີນກວ່າຊຸດທີ 7 ຂຶ້ນໄປ ມັກຈະໃຫ້ຈຳນວນລູກໝູ ເກີດໃໝ່ມີຊີວິດ ແລະ ຈຳນວນລູກໝູເຊົານົມຫຼຸດລົງ).
   •   ການຈັດການແມ່ໝູກ່ອນເກີດ ລະວັງຢ່າໃຫ້ເຈັບປ່ວຍ ຫຼື ເຈັບທ້ອງ ຄວນຈັດການດັ່ງນີ້:

  •  ການຈັດການແມ່ໝູກ່ອນເກີດ 7 ວັນ ໃຫ້ອາບນໍ້າດ້ວຍສະບູເຮັດຄວາມສະອາດແມ່ໝູໂດຍສະເພາະຮາວນົມ, ກົ້ນ ແລະ ອະໄວຍະວະເພດ ແລ້ວພົ່ນອາບດ້ວຍນໍ້າຢາຂ້າເຊື້ອພະຍາດ(ລະລາຍນໍ້າຕາມອັດຕາສ່ວນ) ແລະ ພົ່ນຢາຂ້າພະຍາດພາຍນອກ ແລ້ວເອົາເຂົ້າຄອກເກີດ.
  • ກ່ອນແມ່ໝູເກີດ 4 ວັນ ຄວນຫຼຸດອາຫານລົງເຫຼືອ 1-1,5 ກິໂລກຼາມ/ວັນ, ຄວນປະສົມຮຳບົດລະອຽດເພີ່ມອີກ 20 ເປີເຊັນໃນອາຫານ ໂດຍໃຫ້ແມ່ໝູ 4-6 ວັນກ່ອນເກີດລູກ ຫຼື ປະສົມແມັກນິຊ່ຽມຊັນເຟດ(ດີນເກືອ) ປະມານ 10 ກຼາມ ໂດຍຄົນອາຫານໃຫ້ທົ່ວໃຫ້ແມ່ໝູກິນ ວັນລະຄັ້ງ 1-3 ວັນກ່ອນເກີດລູກ, ເພື່ອປ້ອງກັນບໍ່ໃຫ້ແມ່ໝູເຈັບທ້ອງ ຊ່ວຍຫຼຸດບັນຫາການເກີດລູກຍາກ.
  •   ແມ່ໝູປົກກະຕິຖືພາ 114 ວັນ ± 3, ຖ້າແມ່ໝູຖືພາ 144 ວັນ ແລ້ວຍັງບໍ່ເກີດ ຖ້າຢ້ານວ່າຈະມີບັນຫາເກີດລູກຍາກ ໃຫ້ສີດດ້ວຍຮໍໂມນລູທາໄລ 2 ຊີຊີ(Hormone Prostaglandin F2α) ເຂົ້າກ້າມຊີ້ນແມ່ໝູ ຈະຊ່ວຍໃຫ້ແມ່ໝູເກີດລູກ ພາຍໃນ 36 ຊົ່ວໂມງ ເປັນການປ້ອງກັນລູກໝູຕາຍ ເນື່ອງຈາກການຜິດປົກກະຕິຂອງການຖືພາຂອງແມ່ໝູ.
  •   ເບິ່ງແຍງແມ່ໝູຢ່າງໃກ້ສິດ ຢ່າໃຫ້ແມ່ໝູປ່ວຍ ເຊັ່ນ: ສັງເກດວ່າແມ່ໝູກິນອາຫານໝົດ ຫຼື ບໍ່ ຖ້າຂີ້ໜ້ອຍເປັນເມັດນ້ອຍໆ, ເຈັບທ້ອງ, ຫອບແຮງ, ເປັນຕົ້ນ, ຖ້າແມ່ໝູປ່ວຍກໍ່ຮັກສາຕາມອາການ.
  •   ຄອກເກີດ: ກ່ອນເອົາແມ່ໝູເຂົ້າຄອກເກີດ, ຄອກຕ້ອງສະອາດ, ລາດຫຼືພົ່ນດ້ວຍນໍ້າຢາຂ້າເຊື້ອພະຍາດ ແລະ ໂຮຍປູນຂາວ, ຕ້ອງມີການພັກຄອກໄວ້ຢ່າງໜ້ອຍ 7 ວັນ ຊຶ່ງຈະເປັນການຕັດວົງຈອນຂອງເຊື້ອພະຍາດ.

3.    ການຈັດການລູກໝູເມື່ອເກີດ: ແມ່ໝູກ່ອນເກີດ 24 ຊົ່ວໂມງ ເມື່ອບີບເຕົ້ານົມຈະມີນໍ້ານົມໄຫຼອອກມາຈາກເຕົ້ານົມ ລູກໝູເກີດມາຄວນລ້ຽງດູເບີ່ງແຍງດັ່ງນີ້:

  •  ໃຊ້ຜ້າທີ່ສະອາດ ຫຼື ເຟືອງເຊັດລູກໝູໃຫ້ແຫ້ງ ຄັວກເອົານໍ້າເມືອກໃນປາກ ແລະ ດັງອອກ.
  •  ຕັດສາຍສະບື ໃຊ້ດ້າຍມັດສາຍສະບື ໃຫ້ຫ່າງຈາກພື້ນທ້ອງ 1-2 ນິ້ວ, ຕັດສາຍສະບືດ້ວຍມີດຕັດ, ທາບາດແຜດ້ວຍທິງເຈິ້ໄອໂອດິິນ ເພື່ອຂ້າເຊື້ອພະຍາດ.
  •  ຕັດແຂ້ວອອກໃຫ້ໝົດ (ແຂ້ວມີ 8 ເຫຼັ້ມ, ທາງເທິງ 4 ເຫຼັ້ມ ທາງລຸ່ມ 4 ເຫຼັ້ມ), ການຕັດແຂ້ວໃຫ້ໃຊ້ມີດຕັດແຂ້ວທີ່ມີຂາຍຕາມຮ້ານຂາຍເຄື່ອງກະເສດ ຫຼື ໃຊ້ຄີມປອກສາຍໄຟ ຫຼື ມີດຕັດເລັບຂະໜາດໃຫ່ຍ, ການຕັດແຂ້ວເພື່ອປ້ອງກັນບໍ່ໃຫ້ລູກໝູກັດເຕົ້ານົມແມ່ເປັນບາດໃນຂະນະທີ່ດູດນົມ.
  •   ຮີບເອົາລູກໝູກິນນໍ້ານົມເຫຼືອງຈາກເຕົ້ານົມແມ່ ໃນນໍ້ານົມເຫຼືອງຈະມີສານອາຫານ ແລະ ພູມຄຸ້ມກັນພະຍາດ ປົກກະຕິນໍ້ານົມເຫຼືອງຈະມີຢູ່ປະມານ 36 ຊົ່ວໂມງ ຫຼັງເກີດ, ຈາກນັ້ນຈະປ່ຽນເປັນນໍ້ານົມທຳມະດາ.

4.    ການຈັດການໝູແລກເກີດ-ເຊົານົມ.

  • ລູກໝູໃນໄລຍະ 15 ວັນທຳອິດ ຕ້ອງການຄວາມອົບອຸ່ນ ຕ້ອງຈັດຫາໄຟກົກ ໃຊ້ຫຼອດໄຟຂະໜາດ 100 ແຮງທຽນ ມີໂຄມໄຟ ອຸນນະພູມປະມານ 32-34 ອົງສາເຊວຊຽດ, ຫຼັງຈາກຜ່ານ 15 ວັນແລກໄປແລ້ວ ໃຊ້ກ່ອງແທນໄຟກົກ ເຊິ່ງຈະຫຼຸດການສີ້ນເປືອງຄ່າໄຟຟ້າ, ລູກໝູຈະເຂົ້າໄປນອນໃນກ່ອງດ້ວຍຄວາມອົບອຸ່ນ (ກ່ອງເຮັດດ້ວຍເຫຼັກເສັ້ນ 3 ຫຸນ, ຍາວ 80 ຊັງຕີແມັດ, ກວ້າງ 35 ຊັງຕີແມັດ,ສູງ 35 ຊັງຕີແມັດ ແລ້ວສວມດ້ວຍເປົາໃສ່ເຂົ້າ).
  • ລູກໝູອາຍຸ 1-3 ວັນ ໃຫ້ສີດທາດເຫຼັກເຂົ້າກ້າມຊີ້ນ ໂຕລະ 2 ຊີຊີ ເພື່ອປ້ອງກັນພະຍາດເລືອດຈາງ.
  • ລູກໝູອາຍຸ 10 ວັນ ເລີ່ມໃຫ້ອາຫານໝູນົມ ຫຼື ອາຫານໝູອ່ອນ ເພື່ອເຝິກໃຫ້ລູກໝູກິນອາຫານ ໂດຍໃຫ້ກິນເທື່ອລະໜ້ອຍ ແຕ່ກິນຫຼາຍເທື່ອ.
  • ລູກໝູທົ່ວໄປເຊົານົມເມື່ອອາຍຸ 28 ວັນ

5.    ການຈັດການລູກໝູເມື່ອເຊົານົມ

  •  ລູກໝູເຊົານົມເມື່ອອາຍຸ 28 ວັນ ນໍ້າໜັກປະມານ 6 ກິໂລກຼາມ, ຄວນຍ້າຍແມ່ໝູອອກໄປກ່ອນ ໃຫ້ລູກໝູຢູ່ຄອກເກົ່າ 3-5 ວັນ ແລ້ວຈຶ່ງຍ້າຍລູກອອກໄປຄອກອະນຸບານ ເພື່ອປ້ອງກັນບໍ່ໃຫ້ລູກໝູມີຄວາມກັງວົນ ແລະ ຄວນໃຊ້ວິຕາມິນ ແລະ ຢາປະຕິຊີວະນະລະລາຍນໍ້າ ໃຫ້ລູກໝູກິນ ຫຼັງຈາກເຊົານົມ 3-5 ວັນ.
  • ລູກໝູອາຍຸ 6 ອາທິດ ໃຫ້ສັກວັກຊິນປ້ອງກັນພະຍາດອະຫິວາໝູ ແລະ ສັກວັກຊິນຊໍ້າທຸກໆ 6 ເດືອນໃນໝູພໍ່ແມ່ພັນ(ວັກຊິນມີຄວາມຄຸ້ມພະຍາດໄດ້ 6-12 ເດືອນ).
  • ລູກໝູອາຍຸ 7 ອາທິດ ໃຫ້ສັກວັກຊິນປ້ອງກັນພະຍາດ ປາກເປື່ອຍລົງເລັບ ແລະ ສັກວັກຊິນຊໍ້າທຸກໆ 4-6 ເດືອນ (ວັກຊິນມີຄວາມຄຸ້ມພະຍາດໄດ້ 4-6 ເດືອນ).
  • ລູກໝູອາຍຸ 2 ເດືອນເຄີ່ງ ຄວນໃຫ້ຢາຖ່າຍພະຍາດ ແລະ ໃຫ້ຊໍ້າຫຼັງຈາກໃຫ້ຄັ້ງທຳອິດ 21 ວັນ ໃນໝູພໍ່ແມ່ພັນ ຄວນຖ່າຍພະຍາດທຸກໆ 6 ເດືອນ.

6.  ການຈັດການແມ່ໝູຫຼັງເກີດ

  • ສັກຢາປະຕິຊີວະນະໃຫ້ແມ່ໝູຫຼັງເກີດລູກທັນທີຕິດຕໍ່ກັນເປັນເວລາ 1-2 ວັນ ເພື່ອປ້ອງກັນມົດລູກອັກເສບ(ຢາເພັນສະເຕັບ, ແອມພິຊິລິນ, ເທີລາໄມຊິນ ເປັນຕົ້ນ).
  • ຫຼັງເກີດລູກ 1-3 ວັນ ຄວນໃຫ້ອາຫານແມ່ໝູເລີ່ມແຕ່ໜ້ອຍ(ວັນລະ 1-2 ກິໂລກຼາມ) ແລະ ເພີ່ມຂຶ້ນເລື້ອຍໆ ຈົນໃຫ້ອາຫານເຕັມທີ່ເມື່ອຫຼັງເກີດ 14 ວັນ(ໃຫ້ອາຫານວັນລະ 4-6 ກິໂລກຼາມ) ຫຼື ຖ້າແມ່ໝູມີລູກເກີນ 10 ໂຕຂຶ້ນໄປ ອາດຈະໃຫ້ອາຫານແມ່ໝູ 8-10 ກິໂລກຼາມຕໍ່ວັນ, ຫຼັງເກີດ 14-28 ວັນ ຫຼື ຈົນກວ່າແມ່ໝູເຊົານົມ ລະວັງຢ່າໃຫ້ແມ່ໝູຈ່ອຍເມື່ອເຊົານົມ ເຊິ່ງຈະມີຜົນເຮັດໃຫ້ແມ່ໝູບໍ່ສົມບູນ ແມ່ໝູຫຼັງເຊົານົມຄວນຂັງຄອກລະປະມານ 2-5 ໂຕ(ຂະໜາດໄກ້ຄຽງກັນ)ເພື່ອໃຫ້ເກີດຄວາມກັງວົນຈະເປັນສັດໄດ້ງ່າຍ ແລະ ຈະເປັນສັດພາຍໃນ 3-10 ວັນ, ຖ້າແມ່ໝູເປັນສັດກໍ່ເຮັດການປະສົມພັນໄດ້ເລີຍ.
  •  ໝູຮາມ ຫຼື ແມ່ໝູຫຼັງຈາກເຊົານົມ ແລ້ວບໍ່ເປັນສັດ ຫຼື ເປັນສັດງຽບ ຈະພົບເຫັນໄດ້ເລື້ອຍໆ ມີວິທີແກ້ໄຂໄດ້ດັ່ງນີ້:
    - ຕ້ອນແມ່ໝູມາຂັງລວມກັນ ເພື່ອໃຫ້ເກີດຄວາມກັງວົນ.
    - ລ້ຽງພໍ່ໝູຢູ່ໃກ້ໆ ຫຼື ໃຫ້ພໍ່ໝູເຂົ້າມາຫາແມ່ໝູແດ່ເປັນຄັ້ງຄາວ.

ການປະສົມພັນເພື່ອໃຫ້ໄດ້ລູກດົກ

  • ຄັດເລືອກສາຍແມ່ພັນເຊັ່ນ: ຄວນໃຊ້ແມ່ພັນລາຣໄວທ໌, ແມ່ພັນແລນເລດ ຫຼື ລູກປະສົມແລນເລດ-ລາຣໄວທ໌.
  • ປະສົມເມື່ອແມ່ໝູເປັນສັດເຕັມທີ ຊຶ່ງຈະເຮັດໃຫ້ໄຂ່ຕົກຫຼາຍ ຈະຢູ່ໃນຊ່ວງວັນທີ 2-3 ຂອງການເປັນສັດ, ປະສົມ 2 ຄັ້ງ ຫ່າງກັນ 24 ຊົ່ວໂມງ(ເຊົ້າ-ເຊົ້າ ຫຼື ແລງ-ແລງ).
  • ຖ້າມີພໍ່ໝູຫຼາຍໂຕ ແລະ ຜະລິດໝູຂຸນເປັນການຄ້າ ຄວນໃຊ້ພໍ່ໝູ 2 ໂຕ ປະສົມສະຫຼັບກັນ ຈະໃຫ້ລູກຈຳນວນຫຼາຍຂຶ້ນ.
  • ແມ່ໝູຫຼັງຈາກເຊົານົມແລ້ວ 1 ວັນ ຄວນເພີ່ມອາຫານໃຫ້ຈົນຮອດຍາມເປັນສັດ ໂດຍໃຫ້ອາຫານວັນລະ 3-4 ກິໂລກຼາມ (ບໍ່ເກີນ 15 ວັນ) ເພື່ອເຮັດໃຫ້ໄຂ່ຕົກຫຼາຍຂຶ້ນ ແລະ ເມື່ອປະສົມພັນແລ້ວ ໃຫ້ຫຼຸດອາຫານແມ່ໝູລົງ ເຫຼືອວັນລະ 1,5-2 ກິໂລກຼາມ ຕາມປົກກະຕິ.
ການປະກອບສ່ວນ