1. ການສ້າງຄອກ

  •     ຮູບແບບຄອກມີ:ສ້າງໂຮງເຮືອນແບບເພີງໝາແຫງນ, ເພີງໝາແຫງນກາຍ, ແບບໜ້າຈົ່ວຊັ້ນດຽວ ແລະ ແບບໜ້າຈົ່ວສອງຊັ້ນ
  •     ທິດທາງຂອງຄອກຄວນສະຫຼຽງເລັກນ້ອຍຕາມທິດຕາເວັນອອກ-ຕາເວັນຕົກ ເພືື່ອໃຫ້ແສງແດດສ່ອງເຂົ້າບໍລິເວນຄອກໄດ້ດີ
  •     ໂຄງສ້າງຂອງຄອກຕ້ອງແຂງແກ່ນ, ທົນທານ, ອີງໃສ່ວັດຖຸທີ່ຫາໄດ້ງ່າຍ, ຫຼັງຄາມຸງດ້ວຍຫຍ້າ, ສັງກະສີ,... ຮັບປະກັນບໍ່ໃຫ້ຝົນຮົ່ວ
  •     ຕາມຊາຍຄາຄອກຄວນເຮັດຮ່ອງເພື່ອລະບາຍນ້ຳໄດ້ໄວ
  •     ຂຸດຂຸມເລິກປະມານ 70-90 ຊັງຕີແມັດພື້ນດິນບ່ອນເຮົາຈະລ້ຽງໝູແລ້ວນໍາເອົາວັດສະດຸທີ່ຍ່ອຍສະລາຍໄດ້ ເຊັ່ນ: ຂີ້ແກບ, ຂີ້ເລື່ອຍ,...ໃສ່ລົງໄປແທນດີນທີ່ຂຸດອອກໃຫ້ເຕັມ
  •     ກໍ່ດິນບັອກອ້ອມຂ້າງຂຸມສູງປະມານ 40-50 ຊັງຕີແມັດ ຫຼື ອາດໃຊ້ໄມ້ປ່ອງ ຫຼື ໄມ້ຈິງກໍໄດ້ເພືື່ອລົດຕົ້ນທຶນໂດຍເນັັ້ນວັດຖຸທີ່ຫາໄດ້ງ່າຍໃນທ້ອງຖິິ່ນ ແລະ ບໍ່ມີລາຄາແພງ, ຝາຕ້ອງແໜ້ນ ມີຄວາມທົນທານໃຊ້ງານໄດ້ຫຼາຍປີ, ຮັບປະກັນບໍ່ໃຫ້ນ້ຳຝົນໄຫຼເຂົ້າໃນຄອກ
  •     ຂະໜາດຄວາມກວ້າງຂອງຄອກຂຶ້ນກັບຈໍານວນໝູທີີ່ຈະລ້ຽງຄື 1 ໂຕ/1,2-1,5 ມ2 (ສົມມຸດລ້ຽງ 10 ໂຕຈະໃຊ້ພື້ນທີ່ປະມານ 2-15 ມ2).

2. ການຂຸດຂຸມຄອກ

  •     ວັດແທກຄວາມຍາວຊຶື່ງເປັນທິດທາງດຽວກັບຝາຄອກແທກເຂົ້າໄປດ້ານໃນທັງ 4 ດ້ານໆລະ 30-40 ຊັງຕີແມັດ ແລ້ວຂຸດດິນໃຫ້ເລິກປະມານ 70-90 ຊັງຕີແມັດ ຫຼື ຕື້ນກວ່ານີ້ກໍໄດ້.
  •     ແບ່ງເຄິິ່ງຂອບຂຸມທີ່ເຫຼືອທັງສີ່ດ້ານ ແລະ ຂຸດໃຫ້ເລິກລົງໄປ 30 ຊັງຕີແມັດ ຂຸດເປັນຮູບຄ້າຍໂຕແອວ (L).
  •     ໃຊ້ດິນບ໊ອກກໍ່ໃສ່ເທິງໂຕ (L) ທັງສີ່ດ້ານ ຫຼື ອາດຈະໃຊ້ໄມ້ແບບຕີແບບ ແລະ ເທຊີມັງກໍໄດ້ເພືື່ອເຮັດເປັນເລັບຄອນກີດລົງໄປຕາມຂອບຫຼຸມ ເພື່ອປ້ອງກັນບໍ່ໃຫ້ໝູໃຊ້ປາກດຸດຂອບຫຼຸມເພເສຍຫາຍ.

3. ການກຽມພື້ນຄອກ

  •     ຂີ້ແກບ, ຂີ້ເລື່ອຍ, ໃບໄມ້ແຫ້ງ, ຫຍ້າແຫ້ງ, ເຟືອງຕັດເປັນທ່ອນ, ຕົ້ນສາລີແຫ້ງ (ຫຼັງເກັບກູ່ຽວ) ຫຼື ເສດເຫຼືອອືື່ນໆທີ່ສາມາດຍ່ອຍສະລາຍໄດ້ງ່າຍ.
  •     ດິນທີ່ຂຸດອອກຈາກຂຸມ ຫຼື ດິນແດງ.
  •     ຖ່ານໄມ້, ເກືອ, ຂີ້ສັດ.
  •     ນໍ້າໝັກທີ່ກຽມໄວ້.
  •     ເຊື້ອຣາຂາວທີ່ໄດ້ຈາກທໍາມະຊາດທີ່ຢູ່ຕາມໃຕ້ຕົ້ນໄມ້ໄຜ່ຊະນິດຕ່າງໆ.
  •     ນ້ຳໝັກຈຸລິນຊີຈາກທໍາມະຊາດທັງຈາກພືດ ແລະ ສັດ.

4. ຂັ້ນຕອນການເຮັດຄອກ

  •     ກຽມຂຸມໃຫ້ໄດ້ຕາມຂະໜາດ ແລະ ພຽງພໍກັບໝູທີ່ຈະລ້ຽງ .
  •     ຊັ້ນທີ 1: (ຊັ້ນລຸ່ມສຸດ) ໃສ່ແກບ, ຂີ້ເລື່ອຍ ຫຼື ວັດສະດຸອືື່ນທີ່ຍ່ອຍສະລາຍໄດ້ ທີ່ໄດ້ກຽມໄວ້ ເທລົງໃຫ້ສູງປະມານ 35 ຊັງຕີແມັດ ຫຼື ເຄິ່ງໜຶື່ງຂອງຂຸມຖ້າຂະໜາດຂຸມກວ້າງ 3 ແມັດ ຍາວ 3 ແມັດ ເລິກ 70 ຊັງຕີແມັດຈະຕ້ອງໃສ່ແກບ, ຂີ້ເລື່ອຍປະມານ 400 ກິໂລ.
  •     ຊັ້ນທີ 2: ໃສ່ດິນແດງ ຫຼື ດິນທີ່ຂຸດອອກນັ້ນລົງໄປປະມານ 10% ຂອງຊັ້ນທີ 1 ຄືປະມານ 40 ກິໂລ.
  •     ຊັ້ນທີ 3: ໃສ່ຖ່ານໄມ້ 10% ຂອງຊັ້ນທີ 1 ຫຼື ປະມານ 40 ກິໂລ, ຖ່ານຄວນທຸບໃຫ້ມີຂະໜາດນ້ອຍທີ່ສຸດ (ທັບໃຫ້ມຸ່ນ).
  •     ຊັ້ນທີ 4: ໃສ່ເກືອໂດຍໃສ່ 1% ຂອງຊັ້ນທີ 1 ປະມານ 4 ກິໂລໃຫ້ທົ່ວ.
  •     ຊັ້ນທີ 5: ໃສ່ຂີ້ສັດແຫ້ງ (ຂີ້ງົວ, ຄວາຍ, ແບ້, ໝູ, ສັດປີກ) ໃສ່ 10% ຂອງຊັ້ນທີ 1 ຫຼື ປະມານ 40 ກິໂລ.
  •     ຊັ້ນທີ 6: ໃສ່ແກບ ຫຼື ຂີ້ເລື່ອຍລົງໄປໃຫ້ເຕັມຂຸມໃຫ້ພຽງ ຫຼື ໂນນເລັກນ້ອຍ.
  •     ເມືືື່ອໃສ່ວັດສະດຸຄົບທຸກຊັ້ນແລ້ວໃຫ້ຫົດນ້ຳໝັກຈຸລິນຊີຈາກທໍາມະຊາດ ແລະ ເຊື້ອລາຂາວໃນອັດຕາສ່ວນ 2 ບ່ວງແກງຕໍ່ນ້ຳ 10 ລິດ.
  •     ປະໄວ້ 4 ມື້ແລ້ວຈຶື່ງເອົາໝູເຂົ້າລ້ຽງໄດ້.
  •     ເມືື່ອເອົາໝູເຂົ້າລ້ຽງແລ້ວໃຫ້ໃຊ້ນ້ຳສູດປະສົມຂ້າງເທິງຫົດຕາມຕົນໂຕຂອງໝູລົງຊະລ້າງລົງພື້ນອາທິດລະ1-2 ຄັ້ງ.
  •     ປະສົມນ້ຳໝັກຈຸລິນຊີໃນນ້ຳດືື່ມໃຫ້ໝູໄດ້ກິນໃນອັດຕາສ່ວນທີື່ໄດ້ບອກໄວ້ໃນແຕ່ລະຊະນິດ.
  •     ພາຍໃນຄອກໝູບໍ່ຄວນໃຫ້ອົບເອົ້າ ໃຫ້ມີອາກາດລ່ວງໄດ້ດີ

5. ການກຽມຮາງນ້ຳ ແລະ ຮາງອາຫານ

  •     ຮາງອາຫານ ແລະ ຮາງນ້ຳຕ້ອງຕັ້ງໄວ້ຢູ່ໃນຄອກ ສະນັ້ນຕ້ອງເຮັດໃຫ້ດີ ຫຼື ຊອກອຸປະກອນທີ່ແຂງແກ່ນ ແລະ ທົນທານ.
  •     ມີບົວຫົດນ້ຳ, ຊວ້ານ ແລະ ຈົກ.
ການປະກອບສ່ວນ