ການປັບປຸງພັນ: ຫຼັກການປັບປຸງພັນໝູນັ້ນມີ 2 ຂໍ້ດັ່ງນີ້:
  1. ການຄັດເລືອກພັນ: ໝູທ່ີ່ຈະໃຊ້ເຮັດພັນນັ້ນຈະຕ້ອງຄັດເລືອກຈາກລັກສະນະພາຍນອກ ແລະ ຈາກພັນ
ປະວັດ, ການຄັດເລືອກຈາກລັກສະນະພາຍນອກເຊັ່ນ: ຮູບຮ່າງລັກສະນະຖືກຕ້ອງຕາມສາຍພັນ ພິຈາລະນາຄວາມແຂງແຮງຂອງຂາ, ຂາບໍ່ແອນຄືຕີນເປັດ, ລຳໂຕຍາວ, ອະໄວຍະວະເພດປົກກະຕິ, ເຕົ້ານົມບໍ່ໜ້ອຍກວ່າ 12 ເຕົ້າ, ຫົວນົມບໍ່ບອດ, ສ່ວນຈາກພັນປະວັດໄດ້ຈາກການທົດສອບພັນ ເບິ່ງອັດຕາການຈະເລີນເຕີບໃຫ່ຍ, ປະສິດທິພາບການໃຊ້ອາຫານ, ຄວາມໜາໄຂມັນສັນຫຼັງ ແລະ ຜົນຜະລິດຈາກແມ່ພັນ(ລູກດົກ).
  2.  ການປະສົມພັນ: ເມື່ອຄັດເລືອກພັນໄດ້ແລ້ວກໍ່ນຳມາປະສົມພັນ ເພື່ອຜະລິດລູກຕໍ່ໄປ ແນວໃດກໍ່ຕາມຈຳເປັນຕ້ອງເອົາໝູຈາກບ່ອນອື່ນເຂົ້າມາປັບປຸງດ້ວຍ ເພື່ອປ້ອງກັນເລືອດໃກ້, ໝູເພດຜູ້ຈະເລີ່ມໃຊ້ປະສົມພັນເມື່ອອາຍຸ 8 ເດືອນຂຶ້ນ, ສ່ວນເພດແມ່ ເລີ່ມໃຊ້ປະສົມພັນເມື່ອອາຍຸ 7-8 ເດືອນ  ນໍ້າໜັກປະມານ 100-120 ກິໂລກຼາມ, ໝູແມ່ພັນຄວນຈະໃຫ້ລູກຄອກທຳອິດ ເມື່ອອາຍຸໄດ້ 1 ປີ, ແມ່ໝູເປັນສັດແຕ່ລະຮອບໄລຍະເວລາຫ່າງກັນ 21 ວັນ, ຕັ້ງທ້ອງ 114 ວັນ, ຄວນເຮັດການປະສົມແມ່ພັນ 2 ຄັ້ງ ຫ່າງກັນ 24 ຊົ່ວໂມງ(ເຊົ້າ-ເຊົ້າ ຫຼື ແລງ-ແລງ) ຫຼື ຫຼາຍກວ່າ 2 ຄັ້ງ, ໂດຍເລີ່ມປະສົມພັນໃນວັນທີ່ສອງຂອງການເປັນສັດ.
ແມ່ໝູທີ່ອອກລູກແລ້ວ ຄວນເຊົານົມເມື່ອລູກອາຍຸ 4 ອາທິດ ແລະ ແມ່ໝູຈະເປັນສັດຫຼັງຈາກເຊົານົມພາຍໃນ 3-10 ວັນ, ເຮັດການປະສົມພັນຕໍ່ໄດ້ເລີຍ, ແມ່ໝູຄວນໃຫ້ລູກປີໜື່ງບໍ່ຕໍ່າກວ່າ 2 ເທື່ອ ແລະ ຜະລິດລູກໄດ້ບໍ່ຕໍ່າກວ່າ 15 ໂຕ/ແມ່/ປີ ໃນແມ່ໝູພັນແທ້, ສ່ວນແມ່ໝູພັນປະສົມ (ແລນເລດ-ລາຣໄວທ໌) ຄວນຜະລິດລູກໄດ້ບໍ່ຕໍ່າກວ່າ 18 ໂຕ/ແມ່/ປີ, ແມ່ໝູທີ່ປະສົມບໍ່ຕິດເກີນ 3 ຄັ້ງ ຄວນຄັດອອກຈາກຝູງ


  •  ການປະສົມພັນ ມີ 2 ວິທີ:

ການປະສົມພັນຕາມທຳມະຊາດ ໂດຍໃຊ້ພໍ່ພັນປະສົມກັບແມ່ພັນ ໃນອັດຕາສ່ວນ 1:10 ພໍ່ພັນສາມາດໃຊ້ປະສົມພັນຈົນເຖິງອາຍຸ 3-4 ປີ ຂະບວນການທີ່ພໍ່ພັນຂື້ນທັບ ແລະ ປະສົມໂຕແມ່ ໃຊ້ເວລາ 3-20 ນາທີ ຈະມີອະສຸຈິອອກມາປະມານ 250 ຊີຊີ ຫຼື ລະຫວ່າງ 100-500 ຊີຊີ ,ການລັ່ງນໍ້າເຊື້ອຈະປະກອບດ້ວຍ 3 ໄລຍະຄື:

  1. ໄລຍະທີ 1 ໃຊ້ເວລາ 1-5 ນາທີ ໝູເພດຜູ້ຈະຂັບນໍ້າຫຼໍລື່ນໃສໆອອກມາ ຊຶ່ງບໍ່ມີໂຕອະສຸຈິຢູ່ເລີຍ, ມີຢູ່ປະມານ 5-20% ຂອງນໍ້າເຊື້ອທັງໝົດ.
  2. ໄລຍະທີ 2 ໃຊ້ເວລາ 2-5 ນາທີ ຕໍ່ຈາກໄລຍະທຳອິດ ຊຶ່ງເປັນສ່ວນທີ່ມີໂຕອະສຸຈິ ປະມານ 30-50% ຂອງນໍ້າເຊື້ອທັງໝົດ.
  3. ໄລຍະທີ 3-4 ນາທີ ຕໍ່ຈາກໄລຍະທີ 2 ຊຶ່ງເປັນສ່ວນທີ່ມີໂຕອະສຸຈິໜ້ອຍ ຈະຟອມເປັນເມັດສາຄູກັ້ນບໍ່ໃຫ້ນໍ້າອະສູຈິໄຫຼອອກມາຈາກຊ່ອງຄອດ ຊຶ່ງມີ 40-60% ຂອງນໍ້າເຊື້ອທັງໝົດ, ເມື່ອໝົດໄລຍະທີ 3 ແລ້ວ ໂຕຜູ້ຈະຄ່ອຍໆລົງຈາກໂຕເເມ່.

ປະສົມພັນທຽມ: ໂດຍການສີດນໍ້າເຊື້ອໝູໂຕຜູ້ເຂົ້າໃນອະໄວຍະວະເພດໂຕແມ່ ໃນຂະນະທີ່ໂຕແມ່ເປັນສັດເຕັມທີ່, ໃນປະຈຸບັນຟາມໝູຂະໜາດໃຫ່ຍ ແລະ ຂະໜາດກາງນິຍົມໃຊ້ການປະສົມພັນທຽມຫຼາຍ ເນື່ອງຈາກມີຂໍ້ດີຫຼາຍຂໍ້ ເຊັ່ນ: ໄດ້ພໍ່ພັນທີ່ມີຄຸນນະພາບດີ, ປະຫຍັດຄ່າອາຫານທີ່ໃຊ້ລ້ຽງພໍ່ພັນ ປະສົມທຽມໃຊ້ພໍ່ພັນກັບແມ່ພັນ ໃນອັດຕາສ່ວນ 1:50 ແລະ ຊາວກະສິກອນສາມາດເຮັດການປະສົມທຽມເອງໄດ້, ວິທີການປະສົມທຽມງ່າຍ ແລະ ສະດວກ.

ການປະກອບສ່ວນ