ພະຍາດ ແລະ ການປ້ອງກັນ
ພະຍາດຂອງນົກກະທາ: ພະຍາດທີ່ເກີດກັບນົກກະທາຄ້າຍຄືກັນກັບໄກ່ ແຕ່ນົກກະທາມີຄວາມຕ້ານທານພະຍາດໄດ້ຫລາຍກວ່າໄກ່, ມີ
ຫຼາຍພະຍາດທີ່ແຜ່ຕິດຕໍ່ຈາກແມ່ນົກໄປສູ່ໄຂ່ ເຮັດໃຫ້ໂຕອ່ອນໃນໄຂ່ໄດ້ຮັບໄພຈາກເຊື້ອພະຍາດໃນລະຫວ່າງການຟັກໄຂ່ເຊັ່ນ: ຈຳພວກຊັນໂມເນລລາ, ໄມໂຄພັສມາ, ໄວລັດຂອງພະຍາດໄຂ້ສະໝອງອັກເສບ ພວກ lym-phoid leukosis,ພະຍາດຫລອດລົມອັກເສບ, ພະຍາດນິວຄາສເຊີນ. ສຳລັບພະຍາດທີ່ເກີດກັບນົກກະທາ ທັງຕິດຕໍ່ ແລະ ບໍ່ຕິດຕ່ໍເທົ່າທີ່ພົບແລ້ວໄດ້ແກ່: ພະຍາດນິວຄາສເຊີນ, ຝີດາດ, ຫວັດມີເຊື້ອ, ບິດມີເລືອດ, ມາເລັກເປັນຕົ້ນ. ນອກຈາກນີ້ພະຍາດຕ່າງໆທີ່ພົບໃນໄກ່ກໍ່ອາດພົບໃນນົກກະທາໄດ້ໃນປະຈຸບັນມີການພົບການລະບາດຂອງພະຍາດນິວຄາສເຊີນໃນນົກກະທາ ແຕ່ການຕາຍຈະບໍ່ຮ້າຍແຮງຄືກັບໄກ່.

ການປ້ອງກັນ:
ວິທີປ້ອງກັນຮັກສາພະຍາດຕ່າງໆ ກໍ່ຄ້າຍຄືກັບໄກ່ ແລະ ເປັດ ເຊິ່ງຕ້ອງອາໄສຫລັກ ແລະ ວິທີການຕ່າງໆ
ທັງການລະວັງບໍ່ໃຫ້ເຊື້ອແພ່ເຂົ້າມາ ແຕ່ຕ້ອງມີການຮັກສາສຸຂະພາບອະນາໄມຕະຫລອດ, ວິິທີການເລົ່ານີ້ມີຜົນໂດຍຕົງຕໍ່ການປ້ອງກັນເຊື້ອພະຍາດສຳລັບນົກທີ່ມາຈາກຟາມອື່ນ ຄວນແຍກໄວ້ຕ່າງຫາກກ່ອນສັກໄລຍະໜື່ງບໍ່ຟ້າວເອົາມາລ້ຽງປົນກັບນົກໃນຝູງ ເພື່ອໃຫ້ແນ່ໃຈວ່າຈະບໍ່ເປັນການນຳພະຍາດຈາກພາຍນອກເຂົ້າມາໃສ່ຝູງ. ຫລັກການຮັກສາຄວາມປອດໄພຈາກພະຍາດຄວນມີດັ່ງນີ້:
1. ຄວນຊື້ໄຂ່ ຫລື ນົກ ຈາກຟາມທີ່ຢູ່ໂດດດ່ຽວ ແລະ ຫ່າງຈາກຟາມສັດປີກຕ່າງໆ.
2. ຄວນຊື້ນົກຈາກບ່ອນທີ່ແນ່ໃຈວ່າປອດໄພຈາກພະຍາດຕິດຕ່ໍຕ່າງໆ ໂດຍມີບັນທຶກ ຫລື ການຮັບຮອງການໃຫ້ວັກຊິນຕ່າງໆ ແລະ ການໃຊ້ຢາປ້ອງກັນພະຍາດຕ່າງໆໃນລະຫວ່າງການລ້ຽງນົກນັ້ນໆ.
3. ຕ້ອງມີການດຳເນີນການເຮັດວັກຊິນຕາມກຳນົດເວລາ ເພື່ອປ້ອງກັນພະຍາດ.
4. ບໍ່ຄວນໃຊ້ໄຂ່ຟັກຈາກຝູງນົກທີ່ກຳລັງປ່ວຍ.
5. ຄວນຊື້ສະເພາະໄຂ່ຟັກ ຫລື ລູກນົກຈາກຝູງທີ່ໄດ້ກວດກາ ແລະ ປອດໄພຈາກພະຍາດຂີ້ຂາວ.
6. ຄວນກວດກາຝູງນົກ ແລະ ຕູ້ໄຂ່ເປັນປະຈຳ ເພື່ອຮັກສາຄວາມສະອາດ ແລະ ປ້ອງກັນພະຍາດ.

https://baxili.ru/th/uvolnenie/kak-pravilno-soderzhat-perepelov-na-dache-sobstvennoe-hozyaistvo-na-dache.html
ນົກຂົນຫຼົ່ນເນື່ອງຈາກຕິດພະຍາດ @ https://baxili.ru/th/

ສຳລັບພະຍາດທີ່ເກີດກັບນົກກະທາ ທັງຕິດຕໍ່ ແລະ ບໍ່ຕິດຕ່ໍເທົ່າທີ່ພົບແລ້ວໄດ້ແກ່: ພະຍາດນິວຄາສເຊີນ, ຝີດາດ, ຫວັດມີເຊື້ອ, ບິດມີເລືອດ, ມາເລັກ ເປັນຕົ້ນ. ນອກຈາກນີ້ພະຍາດຕ່າງໆທີ່ພົບໃນໄກ່ກໍ່ອາດພົບໃນນົກກະທາໄດ້ ໃນປະຈຸບັນມີການພົບການລະບາດ ຂອງພະຍາດນິວຄາສເຊີນໃນນົກກະທາ ແຕ່ການຕາຍຈະບໍ່ຮ້າຍແຮງຄືກັບໄກ່.

ການປະກອບສ່ວນ