ອຸປະກອນໃນການລ້ຽງນົກກະທາ
- ຄອກສຳລັບລູກນົກ: ໂດຍທົ່ວໄປຈະໃຊ້ຂະໜາດກ້ວາງ 1 ແມັດ, ຍາວ 1,50 ແມັດ, ສູງ 0,5 ແມັດ, ສຳລັບລຸກນົກອາຍຸ 10-20 ວັນໄດ້ປະມານ 250-300 ໂຕ, ດ້ານກ້ວາງຂອງຄອກຄວນທຶບ ທັງ 4 ດ້ານ, ພື້ນຄອກໃຊ້ລວດຕາໜ່າງສີ່ລ່ຽມ ຂະໜາດ ½ X ½  ນີ້ວ.
- ຄອກນົກໃຫ່ຍ: ຈະເປັນຄອກຂັງດ່ຽວ ຫລື ຂັງລວມກັນເປັນຝູງໃຫ່ຍກໍ່ໄດ້ ຄອກຂັງດ່ຽວເໝາະສຳລັບຜູ້ທີ່ຕ້ອງການຮູ້ຂໍ້ມູນ ຂອງນົກເປັນລາຍໂຕວ່າ ໃຫ້ຜົນຜະລິດໄຂ່ຫລາຍໜ້ອຍເທົ່າໃດ, ຄວນອອກແບບໃຫ້ພື້ນຄອກອ່ຽງປະມານ 15 ອົງສາເພື່ອໃຫ້ໄຂ່ລອດອອກມາໄດ້ສະດວກຕໍ່ການເກັບ, ຮາງນໍ້າ ແລະ ອາຫານຈະວາງຢູ່ດ້ານໜ້າ ຫລື ຫລັງກໍ່ໄດ້.
- ອຸປະກອນໃຫ້ອາຫານ ສຳລັບລູກນົກໃນຊ່ວງ 2-3 ວັນທຳອິດຄວນໃຊ້ຖາດກວ້າງ ທີ່ມີຂອບສູງບໍ່ເກີນ 1 ຊມ  ມີ ຕາໜ່າງ 1x1 ຊມ ປິດດ້ານເທິງເພື່ອປ້ອງກັນລູກນົກເຂ່ຍອາຫານອອກຈາກຖາດ, ພໍອາຍຸ 4-28 ວັນອາດປ່ຽນມາເປັນແບບຮາງທີ່ລ້ຽງເປັດໄກ່ ໄດ້ເຊັ່ນ: ຂະໜາດ 24 ນີ້ວເປັນຕົ້ນ.
- ອຸປະກອນໃຫ້ນໍ້າ: ສຳລັບລູກນົກໃຫ້ໃຊ້ແບບໃຫ້ນໍ້າເປັນຕຸກຢ່າງຂ້ວມລົງ ອາດຈະໃສ່ກ້ອນຫີນກ້ອນນ້ອຍໆເພື່ອປ້ອງກັນລູກນົກຕົກນໍ້າ.
- ເຄື່ອງຕັດປາກນົກ: ເມື່ອລູກນົກມີອາຍຸປະມານ 30 ວັນ ກ່ອນທີ່ຈະແຍກໄປລ້ຽງໃນກົງນົກໃຫ່ຍ ຄວນຈະຕັດປາກເສຍກ່ອນ ເພື່ອປ້ອງກັນບໍ່ໃຫ້ນົກຈິກກັນ ເຊິ່ງເປັນສາເຫດໃຫ້ນົກຕາຍໄດ້, ວິທີການຕັດປາກນົກເຮັດແບບດຽວກັນກັບການຕັດປາກໄກ່.

ການລ້ຽງນົກກະທາ
ການລ້ຽງນົກກະທາ

 

ການປະກອບສ່ວນ