ການລ້ຽງນົກກະທາຈະປະສົບຜົນສຳເລັດ ຫລື ບໍ່ນັ້ນ ຜູ້ລ້ຽງຈະຕ້ອງຮູ້ຈັກຄັດເລືອກພໍ່ແມ່ພັນທີ່ດີ ເຊັ່ນ:
ລັກສະນະການຈະເລີນເຕີບໂຕ, ການໃຫ້ຜົນຜະລິດໄຂ່ ເປັນຕົ້ນ. ການລ້ຽງນົກກະທາກໍ່ຄືກັບການລ້ຽງສັດປີກຊະນິດອື່ນໆ ທີ່ຈະຕ້ອງອາໃສປັດໄຈຫລາຍໆຢ່າງໃນການລ້ຽງເຊັ່ນ:

1. ຄອກລ້ຽງນົກກະທາ  ແລະ ອຸປະກອນ
1.1. ຄອກ
- ຄວນສ້າງແບບກະຕູບໝາແຫງນ ຫລື ແບບໜ້າຈົ່ວ ຕ້ອງໃຫ້ສະດວກໃນການລ້ຽງ ແລະ ເຮັດຄວາມສະອາດ, ປອດໄພຈາກສັດຕູ ແລະ ສິ່ງລົບກວນຕ່າງໆ ເນື່ອງຈາກນົກກະທາເປັນສັດທີ່ມີຄວາມຮູ້ສຶກໄວຕໍ່ການລົບກວນ ເຊັ່ນ: ແສງ ຫລື ສຽງດັງ ຈະເຮັດໃຫ້ນົກຕົກໃຈໄດ້ງ່າຍ.
- ໂຮງເຮືອນຈະຕ້ອງມີການລະບາຍອາກາດທີ່ດີ ເນື່ອງຈາກນົກກະທາກິນອາຫານທີ່ມີໂປຼຕິນສູງ ຈຶ່ງຂັບຖ່າຍໄນໂຕຣເຈນອອກມາຫລາຍ, ດັ່ງນັ້ນ ຖ້າການລະບາຍອາກາດບໍ່ດີ ກໍ່ຈະເຮັດໃຫ້ມີກິ່ນແກ໊ດແອັມໂມເນຍສະສົມຫລາຍ ຈະເປັນອັນຕະລາຍຕໍ່ມ້ານກັນຕາຂອງຄົນລ້ຽງ,  ນົກກະທາ ແລະ ມີຜົນຕໍ່ການໃຫ້ຜົນຜະລິດໄຂ່.

Thong’s Organic FARM
ຄອກນົກກະທາແບບສອງຊັ້ນ @ Thong’s Organic FARM

- ຄວາມສູງຂອງຄອກຕ້ອງສູງເປັນພິເສດໂດຍສະເພາະການລ້ຽງແບບຄອກຊ້ອນກັນຫລາຍຊັ້ນ ຕ້ອງບໍ່ໃຫ້ຄອກຊັ້ນເທິງສຸດໃກ້ກັບເພດານ ຫລື ຫລັງຄາຫລາຍເກີນໄປ ເພາະຄວາມຮ້ອນຈາກຫລັງຄາຈະມີຜົນກະທົບຫລາຍ.
- ການໃຫ້ແສງສະຫວ່າງຄວນລະມັດລະວັງເປັນພິເສດ ເພາະນົກກະທາຕື່ນຕົກໃຈງ່າຍກັບແສງທີ່ປິດໆເປີດໆ ຄວນລະເວັ້ນ ການເປີດໆ-ປິດໆແສງໄຟໃນຕອນກາງຄືນ. ຟາມນົກກະທາສ່ວນຫລາຍຈະບໍນິຍົມໃຊ້ຫລອດໄຟຟລູອໍເຣສເຊນ ໃຫ້ແສງສະຫວ່າງ ແກ່ນົກກະທາ ເນື່ອງຈາກແສງໄຟຈະກະພິບ ອາດໃຊ້ສະວິດລີ່ໄຟຈະສາມາດແກ້ອາການຕົກໃຈ ຂອງນົກກະທາໄດ້, ສ່ວນລະດັບຄວາມເຂັ້ມແງ່ແສງສະຫວ່າງຄື: 1 ຟຸດ-ທຽນ (10 ລັກ) ທີ່ລະດັບຄອກນົກ ຫລື ປາກຮາງອາຫານ ຫລື ອາດໃຊ້ຫລອດໄຟກົມ 20-40 ວັດ ຫ້ອຍສູງຈາກພື້ນ 2 ແມັດກໍ່ພຽງພໍ, ຊ່ວງແສງທີ່ເໝາະສົມສຳລັບນົກກະທາຄື: ນົກນ້ອຍຄວນໃຫ້ແສງຕະຫລອດ 24 ຊົ່ວໂມງ, ນົກຮຸ່ນ 14 ຊົ່ວໂມງ/ວັນ, ນົກໄຂ່, ນົກພັນ 16 ຊົ່ວໂມງ/ວັນ.

ການປະກອບສ່ວນ