ການຈັດການລ້ຽງດູນົກກະທາ
- ໂດຍການຊື້ພັນນົກກະທາຈາກຟາມທີ່ລ້ຽງລູກນົກຂາຍ ເຊິ່ງຈະຂາຍລູກນົກອາຍຸປະມານ 18 ວັນ.
- ໂດຍຊື້ໄຂ່ມີເຊື້ອມາຟັກເອງ ເຊິ່ງບໍ່ຄອຍນິຍົມກັນປານໃດ
- ການຄັດເລືອກເພດນົກກະທາ:
ໂດຍທົ່ວໆໄປແລ້ວ ການຄັດເພດນົກກະທານັ້ນ ຈະໃຊ້ວິທີສັງເກດຈາກລັກສະນະພາຍນອກຂອງ
ນົກຄື: ສີຂອງນົກໂຕຜູ້ຈະມີສີນໍ້າຕານປົນແດງເຊັ່ນກັນ ເຊິ່ງຜູ້ຮູ້ບາງຄົນເອີ້ນຂົນບໍລິເວນແກ້ມນີ້ວ່າ ເຄົາ, ນົກ
ໂຕຜູ້ທີ່ມີອາຍຸ 30-40 ວັນ ຈະມີສຽງຮ້ອງຂັນ, ສ່ວນນົກໂຕແມ່ຂົນບໍລິເວນຄໍ ສີບໍ່ຄ່ອຍເຂັ້ມ ຫລື ອາດມີສີນໍ້າຕານປົນເທົາ ແລະ ມີລາຍດຳປົນຂາວ ຖ້າຈະຄັດເພດໃຫ້ໄດ້ຜົນແນ່ນອນ ຄວນກວດເບີ່ງຊ່ອງຮູທະວານ ເມື່ອປີ້ນຊ່ອງຮູທະວານຫາກສັງເກດເຫັນຕິ່ງນ້ອຍໆ ນົກໂຕນັ້ນເປັນໂຕຜູ້, ສ່ວນນົກໂຕແມ່ຈະເຫັນຊ່ອງເປີດຂອງປາກທໍ່ໄວ້ຊັດເຈນ.

ການປະສົມພັນນົກກະທາ
ນົກກະທາທີ່ຈະນຳມາເປັນພໍ່ແມ່ພັນນັ້ນຈະຕ້ອງຄັດເລືອກໂຕທີ່ມີລັກສະນະດີເຊັ່ນ: ໂຕຜູ້ຈະຕ້ອງເປັນນົກທີ່ມີ ຄວາມຈະເລີນເຕີບໂຕໄວ ແຂງແຮງ, ສ່ວນໂຕແມ່ກໍ່ຕ້ອງເປັນນົກທີ່ມີຄວາມຈະເລີນເຕີບໂຕໄວ ແຂງແຮງເຊັ່ນດຽວກັນ ແລະ ເມື່ອເລີ້ມເປັນສາວ ຈະພົບວ່າ ສ່ວນທ້ອງຕິດກົ້ນມີລັກສະນະໃຫ່ຍ, ທັງນົກໂຕຜູ້ ແລະ ໂຕແມ່ ທີ່ຈະນຳມາໃຊ້ເປັນພໍ່ແມ່ພັນຈະຕ້ອງມີອາຍຸຢູ່ລະຫວ່າງ 50-70 ວັນ ໃນການປະສົມພັນເພື່ອໃຫ້ໄດ້ຜົນດີ ຄວນລະວັງຢ່າໃຫ້ມີການປະສົມເລືອດໃກ້ກັນຈົນເກີນໄປ (ພັນດຽວກັນ) ເພາະຈະເຮັດໃຫ້ລູກນົກທີ່ເກີດມາພິການ ຫລື ເປີເຊັນການຟັກອອກເປັນໂຕຫລຸດລົງ, ຄວນຈະໃຫ້ວິທີປະສົມເລືອດຫ່າງໆ ຫລື ປະສົມຂ້າມພັນ ເພື່ອຈະໄດ້ຮັກສາພັນໄວ້ໄດ້ຕໍ່ໄປ, ອັດຕາສ່ວນຂອງພໍ່ພັນແມ່ນ 1 ໂຕຕໍ່ແມ່ພັນ 2 ໂຕ ເພື່ອຈະໄດ້ໄຂ່ຟັກ ທີ່ມີເຊື້ອດີ, ບໍ່ຄວນໃຊ້ພໍ່ພັນ 1 ໂຕຕໍ່ແມ່ພັນເກີນ 3 ໂຕ, ໂດຍທົ່ວໄປແລ້ວເມື່ອແມ່ພັນນົກໄດ້ຮັບການປະສົມພັນແລ້ວ ໄຂ່ຈະເລີ້ມມີເຊື້ອໃນວັນທີສອງ ແລະ ຈະມີເຊື້ອຕໍ່ໄປເຖິງ 6 ວັນແຕ່ບໍ່ເກີນ 10 ວັນຫລັງຈາກແຍກໂຕຜູ້ອອກແລ້ວ, ການມີເຊື້ອຂອງໄຂ່ຈະຫລຸດລົງເມື່ອພໍ່ແມ່ພັນ ມີອາຍຸຫລາຍກວ່າ 8 ເດືອນ.

ການເກັບຮັກສາໄຂ່ຟັກ:
ໄຂ່ນົກກະທາທີ່ນຳມາໃຊ້ຟັກໝາຍເຖິງໄຂ່ທີ່ເກັບຈາກແມ່ນົກທີ່ໄດ້ຮັບການປະສົມພັນຈາກພໍ່ນົກແລ້ວ
ປະມານ 5 ວັນ ແລະ ຫລັງຈາກນຳພໍ່ນົກອອກມາຈາກການປະສົມພັນແລ້ວບໍ່ເກີນ 1 ອາທິດ.
ໄຂ່ນົກກະທາທີ່ຈະເອົາມາຟັກນັ້ນ ຖ້າບໍ່ໄດ້ເອົາເຂົ້າມາຟັກທັນທີໃນແຕ່ລະມື້ ຈຳເປັນຕ້ອງຮວບຮວມ
ໄວ້ກ່ອນ ເຊິ່ງມີວິທີການເກັບຮັກສາໄຂ່ໃຫ້ນໍ້າເຊື້ອຍັງແຂງແຮງ ຄືດັ່ງລຸ່ມນີ້:
-    ເກັບໄວ້ບອ່ນທີ່ມີອາກາດເຢັນ ແລະ ສະອາດ
-    ເກັບໄວ້ບ່ອນທີ່ມີອາກາດຖ່າຍເທດີ.
-    ຖ້າເຮັດໄດ້ ຄວນເກັບໄຂ່ໄວ້ບ່ອນທີ່ມີອຸນນະພູມ 50-60 ອົງສາຟາເລັນຮາຍ, ຄວາມຊຸ່ມສຳພັດ 70%.
-    ບໍ່ຄວນເກັບໄຂ່ຟັກໄວ້ດົນກາຍ 7 ວັນ ເພາະຈະເຮັດໃຫ້ເປີເຊັນການຟັກອອກເປັນໂຕຫລຸດລົງ.
ເນື່ອງຈາກສີຂອງເປືອກໄຂ່ນົກກະທາມີຫລາຍສີ ມີຈຸດລາຍສີດຳ, ມີສີນໍ້າຕານ ແລະ ສີອື່ນໆ ເຊິ່ງອາດ
ຈະຍາກຕໍ່ການສ່ອງເບິ່ງໄຂ່ວ່າເປັນໄຂ່ມີເຊື້ອຫລືບໍ່ ຫລື ເຊື້ອຕາຍ, ດັ່ງນັ້ນ ຖ້າຕ້ອງການລ້າງເອົາສີຂອງເປືອກໄຂ່ອອກ ສາມາດເຮັດໄດ້ນີ້:
-    ຈຸ່ມໄຂ່ລົງໃສ່ນໍ້າຢາສານຄວາເຕີນາລີ ແອັມໂມເນຍ ທີ່ມີອຸນນະພູມ 85-95 ອົງສາຟາເລັນຮາຍ.
-    ໃຊ້ຝອຍຂັດໝໍ້ ຂັດຄ່ອຍໆໃຫ້ສີຂອງເປືອກໄຂ່ຫລຸດອອກ.
-    ປະໄວ້ໃຫ້ເປືອກໄຂ່ແຫ້ງ ຈື່ງເກັບໄປຟັກ.

ການເຮັດໃຫ້ໄຂ່ຟັກມີເຊື້ອ:
-  ຊ່ວງໄລຍະເວລາທີ່ເອົາໂຕຜູ້ເຂົ້າປະສົມ ຕາມປົກກະຕິໄຂ່ອາດມີເຊື້ອໄດ້ພາຍໃນເວລາ 24 ຊົ່ວໂມງຫລັງການປະສົມພັນ ຖ້າປະສົມພັນແບບທຳມະຊາດ ຫລື ປະສົມພັນແບບຝູງ ປະມານ 3-5 ວັນໃຫ້ເກັບໄຂ່ໄປຟັກໄດ້, ຖ້າເປັນຝູງໃຫ່ຍ ຄວນປ່ອຍໂຕຜູ້ໄວ້ປະມານ 1 ອາທິດ ຈຶ່ງຄ່ອຍເກັບໄຂ່ໄປຟັກ ຖ້າເຮົາເກັບໄຂ່ໄປຟັກໄວເກິນໄປອາດໄດ້ໄຂ່ທີ່ມີນໍ້າເຊື້ອໜ້ອຍ.
-  ລະດູຟັກໄຂ່ ຄວນເລີ້ມຕັ້ງແຕ່ປາຍລະດູໄປຈົນຮອດເດືອນ ມີນາ(03) ເຊິ່ງໂອກາດທີ່ເຊື້ອແຂງແຮງ ແລະ ປະສົມຕິດຈະມີຫລາຍກວ່າລະດູຮ້ອນ ເນື່ອງຈາກສັດປີກມີອັນທະຢູ່ໃນຮ່າງກາຍທີ່ມີອຸນນະພູມສູງຢູ່ແລ້ວ, ດັ່ງນັ້ນຖ້າອາກາດພາຍນອກສູງກວ່າ 94 ອົງສາຟາເລັນຮາຍ ຈະເຮັດໃຫ້ໂຕອະສຸຈິເຊື່ອມສະມັດຕະພາບ ແລະ ເປັນໝັນຊົ່ວຄາວ ສະນັ້ນໃນລະດູຮ້ອນຈຶ່ງມັກຈະມີເຊື້ອຕໍ່າກວ່າລະດູທຳມະດາ.
-  ອາຫານໃນລະດູປະສົມພັນຄວນໃຫ້ອາຫານທີ່ມີຄຸນນະພາບດີຢ່າງພຽງພໍສຳລັບພໍ່ແມ່ພັນ, ການໃຫ້ອາຫານທີ່ຂາດວິຕາມິນອີ ຫລື ວິຕາມິນອື່ນໆ ເປັນເວລາດົນ ຫລື ພໍ່ພັນກິນອາຫານບໍ່ພຽງພໍ ອາດມີຜົນຕໍ່ສຸຂະພາບເຮັດໃຫ້ພໍ່ພັນ ໃຫ້ນໍ້າເຊື້ອບໍ່ແຂງແຮງ, ພໍ່ແມ່ທີ່ໃຊ້ເຮັດພັນຄວນໃຫ້ອາຫານທີ່ມີໂປຼຕິນສູງກວ່າໄລຍະໃຫ້ໄຂ່ຄື: ມີໂປຼຕິນ 24%.
-  ການປະສົມພັນ ພັນທຸກຳມີຜົນຕໍ່ການມີເຊື້ອ ແລະ ການຟັກອອກ ການປະສົມເລືອດຊິດຫລາຍໆລູ້ນ(generation) ຈະເຮັດໃຫ້ຄວາມສົມບູນພັນຂອງໄຂ່ຫລຸດລົງ ເພາະຖ່າຍທອດລັກສະນະທີ່ອ່ອນແອອອກມານຳ.
ຕາຕະລາງສະແດງຊ່ວງອາຍຸການຟັກອອກມາເປັນໂຕ ສຳລັບການຟັກໄຂ່ນົກກະທາທຽບໃສ່ ໄກ່ ແລະ ເປັດ

 

ນົກກະທາ

ໄກ່

ເປັດ

ອາຍຸຟັກ(ວັນ)

17

21

28

ອຸນນະພູມ (ອົງສາຟາເລັນຮາຍ-ຕຸ້ມແຫ້ງ)

99,75

99,75

99,5

ຄວາມຊຸ່ມ (ອົງສາຟາເລັນຮາຍ-ຕຸ້ມປຽກ)

84-86

85-87

84-86

ບໍ່ຄວນເກັບໄຂ່ ຫລັງຈາກວັນ

15

19

25

ອຸນນະພູມໃນຊ່ວງ 3 ວັນສຸດທ້າຍຂອງການຟັກ

(ອົງສາຟາເລັນຮາຍ-ຕຸ້ມປຽກ)

90-94

90-94

90-94

ເປີດຊ່ອງລະບາຍອາກາດ 1/4

8

10

12

ໝາຍເຫດ: ໃນກໍລະນີໃຊ້ເຄື່ອງແທກຄວາມຮ້ອນ ແລະ ຄວາມປຽກແບບຕຸ້ມແຫ້ງ-ຕຸ້ມປຽກ

ການລ້ຽງລູກນົກແຕ່ເກີດຈົນເຖິງອາຍຸ 15 ວັນ
ເມື່ອລູກນົກຟັກອອກຈາກໄຂ່ໝົດແລ້ວ ສັງເກດເບິ່ງເມື່ອເຫັນວ່າຂົນແຫ້ງດີແລ້ວ ຈຶ່ງຄ່ອຍນຳອອກມາ
ຈາກຕູ້ຟັກນຳມາລ້ຽງໃນຄອກລູກນົກ ພື້ນຄອກຄວນປູດ້ວຍເປົ່າປ່ານ ບໍ່ຄວນໃຊ້ເຈ້ຍໜັງສືພິມ ຫລືຖົງເຈ້ຍໃສ່ອາຫານ ເພາະຈະເຮັດໃຫ້ລູກນົກມື່ນເກີດຂາຫັກ ຫລື ຂາພິການໄດ້ ໂດຍສະເລ່ຍແລ້ວນໍ້າໜັກໂຕລູກນົກເມື່ອອາຍຸ 1 ວັນຈະໜັກປະມານ 6.8-7.0 ກລາມ. ນຳລູກນົກມາລ້ຽງໃນຄອກເພື່ອໃຫ້ຄວາມອົບອຸ່ນຕະຫລອດ 24 ຊົ່ວໂມງຄວນຈະໃຊ້ດອກໄຟຟ້າ 60 ວັດຫ້ອຍໃສ່ໃຫ້ສູງຈາກພື້ນປະມານ 30 ຊມ ແຕ່ຖ້າສັງເກດວ່າລູກນົກໜາວຄວນຈະປ່ຽນເປັນດອກໄຟຟ້າ 100 ວັດ, ປົກກະຕິແລ້ວຈະປິດດອກໄຟໃຫ້ລູກນົກພຽງແຕ່ 1-2 ອາທິດເທົ່ານັ້ນ ແຕ່ຖ້າເປັນລະດູໜາວກໍ່ອາດຈະກົກລູກນົກຮອດອາຍຸ 3 ອາທິດກໍ່ໄດ້. ເມື່ອລູກນົກໄດ້ 1 ອາທິດແລ້ວຄວນປ່ຽນແນວປູຮອງພື້ນຈະເອົາເຈ້ຍໜັງສືພິມ ຫລື ຖົງເຈ້ຍໃສ່ອາຫານກໍ່ໄດ້, ເມື່ອລູກນົກອາຍຸໄດ້ 15 ວັນຄວນຍ້າຍໄປໃສ່ຄອກນົກຮຸ່ນ ຕາມປົກກະຕິນົກຈະມີຂົນຂຶ້ນເຕັມໂຕເມື່ອອາຍຸ 3-4 ອາທິດ ແລະ ຈະເປັນນົກຮາມເມື່ອອາຍຸ 6 ອາທິດ. ຈະໃຊ້ອາຫານສຳເລັດຮູບລ້ຽງລູກນົກກໍ່ໄດ້ ຫລື ຈະປະສົມອາຫານເອງກໍ່ໄດ້ ໂດຍໃຫ້ມີໂປຼຕິນ ປະມານ 24-28% ຫລື ຈະໃຊ້ອາຫານໄກ່ງ່ວງກໍ່ໄດ້. ການໃຫ້ນໍ້າຄວນໃຊ້ນໍ້າສະອາດ 3-7 ວັນທຳອິດຄວນລະລາຍພວກຢາປະຕິຊີວະນະໃສ່ນໍ້າໃຫ້ລູກນົກກິນ ຈະຊ່ວຍໃຫ້ຈະເລີນເຕີບໂຕໄວຂື້ນ ແລະ ແຂງແຮງ ທັງນໍ້າ ແລະ ອາຫານຈະຕ້ອງມີໃຫ້ນົກກິນຕະຫລອດເວລາ.

ການລ້ຽງນົກກະທາໄຂ່(ອາຍຸ 35 ວັນຂຶ້ນໄປ).
ເມື່ອນົກອາຍຸ 35 ວັນ ແລ້ວຄວນປ່ຽນອາຫານ ໂດຍໃຫ້ອາຫານທີ່ມີໂປຼຕິນ 20% ເພື່ອນົກຈະໄດ້
ຈະເລີນເຕີບໂຕເຕັມທີ ມີຂົນເປັນມັນເຕັມໂຕ. ໃຫ້ນົກໄດ້ກິນອາຫານ, ນໍ້າສະອາດຕະຫລອດເວລາຕາມຄວາມຕ້ອງການ ການໃຫ້ອາຫານຄວນໃຫ້ແຕ່ເຄີ່ງຮາງເພື່ອຊ່ວຍຫລຸດການສູນເສຍອາຫານຈາກການເຂ່ຍຂອງນົກ, ການປ່ຽນອາຫານໃນໄລຍະນົກໃຫ້ໄຂ່ນີ້ບໍ່ຄວນປ່ຽນກະທັນຫັນເພາະຈະມີຜົນຕໍ່ການໃຫ້ໄຂ່, ການໃຫ້ແສງສະຫວ່າງເພີ້ມໃນຊ່ວງການຄືນຈະຊ່ວຍໃຫ້ນົກກະທາໄຂ່ໄດ້ດີຂຶ້ນ, ຄວນໃຫ້ຄວາມຍາວແສງປະມານ 16 ຊົ່ວໂມງ/ວັນ ເນື່ອງຈາກແສງສະຫວ່າງຈະກະຕຸ້ນການເຮັດວຽກຂອງຕ່ອມໃຕ້ສະໝອງໃຫ້ສ້າງຮໍໂມນໄປກະຕຸ້ນການເຮັດວຽກຂອງຮັ່ງໄຂ່, ນົກກະທາຈະເລີ້ມໃຫ້ໄຂ່ເມື່ອອາຍຸ 7 ອາທິດ ແລະ ນົກຈະມີນໍ້າຫນັກໂຕປະມານ 120-140 ກລາມ, ໜ່ວຍໄຂ່ຈະມີນໍ້າໜັກ 9.6 - 10.4 ກລາມ, ນົກກະທາຈະໃຫ້ຜົນຜະລິດໄຂ່ສູງສຸດປະມານ 80-85% ເມື່ອອາຍຸປະມານ 12-24 ອາທິດ ຫລັງຈາກນັ້ນໄຂ່ຈະຫລຸດລົງເລື້ອຍໆ ຖ້າມີການລ້ຽງ ແລະ ການຈັດການທີ່ດີນົກກະທາບາງໂຕອາດຈະໃຫ້ໄຂ່ຫລາຍກວ່າ 260-300 ໜ່ວຍ/ປີ, ນົກກະທາຈະເລີ້ມວາງໄຂ່ໃນຕອນຄໍ່າປະມານ 16:00-19:00 ໂມງ ດັ່ງນັ້ນການເກັບໄຂ່ຈະເລີ້ມເກັບໄດ້ຕັ້ງແຕ່ເວລາ 19:30-20:30 ໂມງ ກ່ອນທີ່ຈະມອດໄຟໃນຕອນຄໍ່າ ແລະ ຄວນເກັບທຸກມື້ ຖ້າເປັນໄປໄດ້ຄວນເກັບວັນລະ 3- 4 ຄັ້ງ ແລ້ວຮີບຮ້ອນນຳໄປເກັບໄວ້ບ່ອນທີ່ອາກາດເຢັນເພື່ອຮັກສາຄຸນນະພາບຂອງໄຂ່.

ການລ້ຽງນົກກະທາຊີ້ນ.
ນົກກະທາຊີ້ນກໍ່ຄືນົກກະທາໂຕຜູ້ທີ່ເຫລືອຈາກການຄັດແຍກອອກຈາກນົກໂຕແມ່ ໃນຊ່ວງອາຍຸ 3 ອາທິດ ຫາ 1 ເດືອນ ຫລື ເປັນນົກທີ່ເຫລືອຈາກການຄັດເລືອກໄວ້ເຮັດພໍ່ພັນ ຫລື ອາດຈະເປັນນົກໂຕແມ່ທີ່ສຸດໄຂ່ແລ້ວ, ນົກເລົ່ານີ້ຈະຖືກນຳມາລ້ຽງໃຫ້ສົມບູນ ແລະ ໃຫ້ຊີ້ນຫລາຍຂຶ້ນ, ການໃຫ້ນໍ້າ ແລະ ອາຫານຈະຕ້ອງໃຫ້ນົກກິນເຕັມທີ່ຕາມຄວາມຕ້ອງການ ໂດຍອາດຈະໃຫ້ອາຫານມື້ລະ 2-3 ຄັ້ງ ແລະ ນໍ້າໃຫ້ 2 ຄັ້ງ(ເຊົ້າ-ແລງ).

    ຕາຕາະລາງສະແດງນໍ້າໜັກໂຕ, ການກິນອາຫານ ແລະ ອັດຕາການປ່ຽນອາຫານຂອງນົກກະທາຊີ້ນ

ອາຍຸ(ອາທິດ)

ນໍ້າໜັກໂຕ(ກລາມ)

ອາຫານກິນສະສົມ(ກລາມ/ໂຕ)

ອັດຕາການປ່ຽນອາຫານ

1

28

30

1,1

2

55

85

1,5

3

85

170

2,0

4

120

300

2,5

5

155

450

2,9

ການປະກອບສ່ວນ