ການຄັດເລືອກແນວພັນເປັດ
ຈຸດເລີ່ມຕົ້ນລ້ຽງເປັດ ສາມາດເຮັດໄດ້ຫຼາຍວິທີຄື:
1. ຊື້ໄຂ່ມາຟັກເອງ ລົງທຶນໜ້ອຍ, ແຕ່ຜູ້ລ້ຽງຈະຕ້ອງມີຄວາມຊໍານານໃນເຕັກນິກການຟັກໄຂ່ ແລະ ມີຕູ້ຟັກໄຂ່ທີ່ມີຄຸນນະພາບດີ ແລະ ຕ້ອງການລ້ຽງເປັດເປັນຈໍານວນຫຼາຍ
2. ຊື້ລູກເປັດນ້ອຍມາລ້ຽງ ເປັນການເລີ່ມຕົ້ນທີ່ສະດວກ ແລະ ລົງທຶນບໍ່ຫຼາຍ
3. ຊື້ເປັນຮາມມາລ້ຽງ ເປັນວິທີທີ່ນິຍົມຫຼາຍ ເພາະເປັນວິທີທີ່ສະດວກ ແລະ ໄດ້ຂາຍເປັດໄວ້.
ການຄັດເລືອກແນວພັນ
ເປັດທີ່ຈະນຳມາລ້ຽງມີຄວາມສຳຄັນຕໍ່ການລ້ຽງ ແລະ ໃຫ້ຜົນຜະລິດເປັນຢ່າງຍິງ ຈື່ງຈຳເປັນຢ່າງຍິງໃນການຄັດເລຶອກພັນທີ່ດີມາລ້ຽງ ເຊິ່ງມີວິທີການເລືອກດັ່ງນີ້:
1. ເປັນລູກເປັດທີ່ໄດ້ມາຈາກພໍ່ແມ່ເປັດທີ່ດີ ໃຫ້ຜົນຜະລິດສູງ
2. ຜະລິດຈາກແຫຼ່ງທີ່ມີມາດຕະຖານ ແລະ ເຊື່ອຖືໄດ້.
3. ມີລັກສະນະດີຕາມສາຍພັນ ແລະ ປະເພດຂອງເປັດ
4. ມີສຸຂະພາບແຂງແຮງ ແລະ ມີອັດຕາການຕາຍຈໍານວນໜ້ອຍ.

ການປະກອບສ່ວນ