ເປັດກາບ / Domestic Duck
APA 6th ed. ເປັດກາບ / Domestic Duck. (2022, October 13). Retrieved from https://www.phakhaolao.la/kb/0000989
MLA 8th ed. ເປັດກາບ / Domestic Duck. Pha Khao Lao, 13 October 2022, https://www.phakhaolao.la/kb/0000989.
Chicago 17th ed. Pha Khao Lao. 2022. "ເປັດກາບ / Domestic Duck." Published October 13, 2022. https://www.phakhaolao.la/kb/0000989.
ເປັດກາບສາຍພັນໄຂ່: ເປັນສາຍພັນເປັດກາບທີໃຫ້ຜົນຜະລິດໄຂ່ເປັນຫຼັກ ມີຂະໜາດ ແລະ ນ້ຳໜັກໂຕປານກາງ. ໂຕແມ່ຈະໜັກປະມານ 1.5-1.8 ກິໂລກຼາມ, ເປັນໄຂ່ທີ່ນິຍົມລ້ຽງມີດັ່ງນີ້:
- ເປັດກາບມົ່ນ (Khaki Campbell): ເປັນສາຍພັນເປັດນຳເຂົ້າແຕ່ຕ່າງປະເທດ, ເປັນເປັດໄຂ່ທີ່ໃຫ້ຜົນຜະລິດສູງ, ໂຕໜື່ງສາມາດຜະລິດໄຂ່ໄດ້ 280 ໜ່ວຍ/ປີ. ສ່ວນໂຕຜູ້ຈະມີຂົນສີນ້ຳຕານ, ຂົນໜ້າເອິກສີນ້ຳຕານເຂັ້ມກວ່າຂົນລຳໂຕ, ຫົວສີຂຽວ, ຂົນປາຍຫາງມ້ວນງໍ້, ມີວົງແຫວນສີນ້ຳຕານອ່ອນຮອບຄໍ, ປາກສີຂຽວແກມສີຟ້າ, ແຂ້ງ ແລະ ຕິນສີສົ້ມ. ໂຕແມ່ຂົນສີນ້ຳຕານທົ່ວລຳໂຕ, ຫົວສີນ້ຳຕານເຂັ້ມປາກສີດຳ, ແຂ້ງ ແລະ ຕິນສີນ້ຳຕານ. ແຕ່ເປັດສາຍພັນນີ້ແມ່ນລ້ຽງຍາກສຳຫຼັບເຂດອາກາດຮ້ອນ, ເພາະເປັນສາຍພັນທີ່ນ້ຳເຂົ້າຈາກເຂດເອິຣົບ, ແຕ່ເໝາະສຳລັບການລ້ຽງຢູ່ພາກເໜືອຂອງປະເທດລາວ, ເຂດທີ່ມີອຸນຫະພູມຕ່ຳ.
- ເປັນກາບພື້ນເມືອງ: ມີສອງສາຍພັນຄືເປັນກາບດຳ ແລະ ເປັດກາບລາຍກ່ານ. ເປັດກາບດຳເປັນສາຍພັນພື້ນເມືອງຂະໜາດນ້ອຍທີ່ມີຂະໜາດນ້ອຍ, ໃຫ້ໄຂ່ຫຼາຍ, ແຕ່ໄຂ່ໜ່ວຍນ້ອຍ. ໂຕແມ່ມີຂົນສີດຳຕະຫຼອດທົ່ວລຳໂຕ, ໜ້າເອິກສີຂາວ, ປາກ, ແຂ້ງ ແລະ ຕິນເປັນສີດຳ. ສ່ວນໂຕຜູ້ມີຫົວສີຂຽວເຂັ້ມເປັນມັນ, ສ່ວນອື່ນໆຄືກັບໂຕແມ່. ເປັດກາບລາຍກ່ານ ມີຂະໜາດໃຫຍ່ກວ່າເປັນກາບດຳ, ແຕ່ຜົນຜະລິດໄຂ່ຈຳນວນໜ້ອຍກວ່າ ແລະ ໄຂ່ຊ້າ, ແຕ່ໜ່ວຍໃຫຍ່. ໂຕແມ່ມີສີນ້ຳຕານລາຍກາບອ້ອຍ. ເພດຜູ້ຫົວມີສີຂຽວເຂັ້ມ, ຄໍຄວັ່ນເປັນວົງແຫວນສີຂາວ, ປາກສີເທົາ, ຕິນ ແລະ ແຂ້ງເປັນສີສົ້ມ.
ເປັນກາບສາຍພັນຊຶ້ນ: ເປັດສາຍພັນປາກກິ່ງ ມີຕົ້ນກຳເນິດມາຈາກປະເທດຈິນ ຮູບຮ່າງໃຫຍ່, ລຳໂຕກວ້າງ ແລະ ໜາ, ຂົນສີຂາວລ້ວນ, ປາກສີເຫຼືອງອົມສົ້ມ, ແຂ້ງ ແລະ ຕິນສີເຫຼືອງສົ້ມ, ຜິວໜ້າສີເຫຼືອງ, ລ້ຽງງ່າຍ, ບໍ່ຟັກໄຂ່, ໃຫ້ໄຂ່ດີພໍສົມຄວນປະມານ 160 ໜ່ວຍ/ປີ, ເປືອກໄຂ່ສີຂາວ, ເມື່ອໂຕເຕັມທີ່ຕົວຜູ້ໜັກປະມານ 4 ກິໂລກຼາມ. ໂຕແມ່ໜັກ 3,5 ກິໂລກຼາມ.