ສະຖານທີ່ ແລະ ການສ້າງຄອກເປັດ.
ການເລຶອກສະຖານທີ່ເພື່ອສ້າງເປັນຄອກເປັດເປັນປັດໄຈທີ່ສຳຄັນໃນການເລີ່ມຕົ້ນລ້ຽງເປັດ. ການຄັດເລືອກສະຖານທີ່ທີດີນັ້ນຈະຕ້ອງຄຳນືງເຖິງຜົນປະໂຫຍດຕໍ່ຜູ້ລ້ຽງ ຫຼື ເຈົ້າຂອງທຸລະກິດໃນການຂະຫຍາຍກິດຈະການ, ໃຫ້ສະດວກໃນການຈັດການ, ການຄວບຄຸມ, ປ້ອງກັນພະຍາດທີ່ຈະເກິດຂຶ້ນໄດ້ງ່າຍ ແລະ ປະຢັດຕົ້ນທຶນໃນການຜະລິດຫຼັກການສຳຄັນມີດັ່ງນີ້:
1. ຕັ້ງຄອກເປັດຕາມລວງຂອງທິດຕາເວັນຕົກ ແລະ ຕາເວັນອອກ ເພື່ອຫຼຸດອຸນຫະພູມຄວາມຮ້ອນຈາກດວງອາທິດ.
2. ຄອກແຕ່ລະຫຼັງຕ້ອງຫ່າງກັນຢ່າງໜ້ອຍ 30 ແມັດ ແລະ ຢູ່ຫ່າງຈາກຮົ້ວ 30 ແມັດ.
3. ຄອກເປັດຄວນຈັດວາງເປັນແຖວເປັນຖັນຢ່າງເປັນລະບຽບ ເພື່ອບໍ່ໃຫ້ບັງທິດທາງຂອງລົມ, ນອກຈາກນັ້ນຄວນມີທາງຊອຍເຂົ້າຫາແຕ່ລະຄອກເພື່ອສະດວກໃນການຂົນສົ່ງ.
4. ທາງເຂົ້າ-ອອກຄວນມີທາງດຽວ ເພື່ອປ້ອງກັນພະຍາດຕ້ອງສິດຢາຂ້າເຊື້ອຕະຫຼອດເວລາເຂົ້າອອກ.
5. ຕ້ອງມີຮົ້ວທີ່ແໜ້ນໜາສົມຄວນ ເພື່ອປ້ອງກັນສັດຕູ ແລະ ຄົນເຂົ້າມາລັກເປັດໄດ້.
6. ຕ້ອງແຍກເຮືອນ ຫຼື ບ່ອນພັກພາອາໄສສໍາລັບຜູ້ລ້ຽງຢູ່ນອກບໍລິເວນຄອກເປັດ ຫຼື ຫ່າງຈາກຄອກເປັດປະມານ 30 ແມັດ.
7. ຄວນມີບ່ອນອາບນໍ້າຢາຂ້າເຊື້ອສໍາຫຼັບຜູ້ລ້ຽງ ແລະ ຜູ້ທີ່ຈະເຂົ້າໄປໃນເຂດລ້ຽງເປັດຢູ່ຕິດບໍລິເວນທາງເຂົ້າ.
8. ສະຖານທີເກັບອາຫານ ແລະ ອຸປະກອນ ຄວນຢູ່ລະຫວ່າງເຂດເຮືອນພັກຂອງຜູ້ລ້ຽງກັບເຂດລ້ຽງເປັດ ເພື່ອສະດວກໃນການຂົນສົ່ງອາຫານ ແລະ ອຸປະກອນເຂົ້າໄປໃນຄອກເປັດ

ໂຮງເຮືອນທີ່ຈຳເປັນຕ້ອງມີໄດ້ແກ່:
1. ໂຮງເຮືອນຄອກເປັດ
2. ຫ້ອງ ຫຼື ສາງເກັບອາຫານ ແລະ ອຸປະກອນ
3. ຫ້ອງອາບນໍ້າຢາຂ້າເຊື້ອງສໍາຫຼັບຜູ້ລ້ຽງ ແລະ ຜູ້ທີ່ຈະເຂົ້າມາໃນເຂດລ້ຽງເປັດ
4. ໂຮງສິດຢາຂ້າເຊື້ອສໍາຫຼັບລົດຂົນຍ້າຍໃນເຂົ້າອອກ
5. ບ້ານພັກຜູ້ລ້ຽງຕ້ອງແຍກຈາກເຂດລ້ຽງເປັດ
6. ແທ້ງ ຫຼື ອ່າງສໍາຫຼັບສໍາຮອງນ້ໍ້າໄວ້ໃຊ້
7. ຫ້ອງບັນທຶກ ແລະ ເກັບກໍາຂໍ້ມູນກ່ຽວກັບການລ້ຽງເປັດ

ການສ້າງຄອກລ້ຽງເປັດ ແບບເປີດ
1. ຄວນສ້າງຄອບທີ່ມີຂະໜາດເໝາະສົມກັບຈໍານວນເປັດທີ່ລ້ຽງ
- ໄລຍະເປັດນ້ອຍອາຍຸແຕ່ເກີດເຖິງ 7 ອາທິດ ຈໍານວນ 6-7 ໂຕຕໍ່ຕາແມັດ.
- ໄລຍະເປັດນ້ອຍອາຍຸແຕ່ 8-20 ອາທິດ ຈໍານວນ 4-5 ໂຕຕໍ່ຕາແມັດ.
- ໄລຍະເປັດນ້ອຍອາຍຸແຕ່ 20 ອາທິດຂຶ້ນໄປ ຈໍານວນ 3-4 ໂຕຕໍ່ຕາແມັດ.
2. ຫຼັງຄາຈະຕ້ອງມີຊ່ອງລະບາຍອາກາດໄດ້ດີ, ຄວນເລືອກວັດສະດຸມັ້ງທີ່ໜັ້ນຄົນ ເພື່ອປະໂຫຍດການນໍາໃຊ້ແບບຍາວນານ, ຄວາມສູງຈາກພື້ນເຖິງຍອດຫຼັງຄາ 5 ແມັດ, ດ້ານຂ້າງແອ້ມດ້ວຍຕາໜ່າງເຫຼັກ, ເພື່ອປ້ອງກັນສັດຕູ ແລະ ສັດອື່ນເຂົ້າໄດ້.
3. ສໍາຫຼັບລ້ຽງເປັດໄຂ່ ຫຼື ເປັດກາບ ພາຍໃນຄວນແບ່ງອອກເປັນສອງສ່ວນ ໂດຍກັ້ນໃຫ້ສູງ 80-100 ຊັງຕິແມັດ.
4. ຮາງໃຫ້ນໍ້າກິນ ວາງ 10-15 ຊັງຕິແມັດ, ຍາວຕາມລວງຍາວຂອງຄອກ, ເຮັດເປັນຮອງຍາວໃຫ້ມີບ່ອນລະບາຍ ຫຼື ປິດ-ເປີດນໍ້າເປື້ອນໄດ້ສະດວກ.

ການປະກອບສ່ວນ