ຂີງດຳ / Black Ginger
APA 6th ed. ຂີງດຳ / Black Ginger. (2020, May 29). Retrieved from https://www.phakhaolao.la/kb/0000277
MLA 8th ed. ຂີງດຳ / Black Ginger. Pha Khao Lao, 29 May 2020, https://www.phakhaolao.la/kb/0000277.
Chicago 17th ed. Pha Khao Lao. 2020. "ຂີງດຳ / Black Ginger." Published May 29, 2020. https://www.phakhaolao.la/kb/0000277.
Stahlianthus rubromarginatus S.Q.Tong
Thai: krachai dum
ເປັນພືດທີ່ຫົວ ຫຼື ເຫງົ້າຢູ່ໃຕ້ດິນ, ມີສີມ່ວງເຂັ້ມ ຫຼື ເກືອບເປັນສີດຳ, ມີຮາກສະສົມອາຫານເປັນກະຈຸກກົມ, ລຳຕົ້ນເໜືອດີນສູງ 6-10 ຊັງຕິແມັດ. ໃບມີ 2-8 ໃບ, ຈັບຮຽງແບບລະນາບດຽວ, ກາບໃບຍາວ ທີ່ໂຄນຢູ່ຕິດໆກັນ, ແຜ່ນໃບຮູບໄຂ່ ຫຼື ຮູບຮີ, ກວ້າງ 4-7 ຊັງຕິແມັດ, ຍາວ 7-11 ຊັງຕິແມັດ, ປາຍແຫຼມ ຫຼື ມີຕີ່ງແຫຼມ, ໂຄນຮຽວແຫຼມ ຫຼື ເຄີ່ງຮູບຫົວໃຈ, ຂອບໃບລຽບ, ຜີວໃບດ້ານເທີງກ້ຽງ, ດ້ານລຸ່ມມີຂົນ, ກ້ານໃບຍາວປະມານ 15 ຊັງຕິແມັດ, ຫູໃບຮູບສາມຫຼ່ຽມ, ຍາວປະມານ 2 ມີນລີແມັດ. ລີ້ນໃບຮູບສາມຫ່ຼຽມ, ຍາວປະມານ 2 ມີນລີແມັດ. ຊໍ່ດອກກ້ານຊື່ດຽວໆ, ເກີດຈາກລະຫວ່າງຊອກໃບທັ້ງສອງ. ກ້ານຊໍ່ດອກຍາວ 4-7 ຊັງຕິແມັດ. ດອກສີຂາວປົນສີມ່ວງອ່ອນ. ກາບດອກຍາວ 1,8-2 ຊັງຕິແມັດ, ໂຄນເຊື່ອມຕິດກັນເປັນຫຼອດ ປາຍແຍກເປັນແສກເລີກດ້ານດຽວ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 3-3,2 ຊັງຕິແມັດ, ປາຍແຍກເປັນສາມແສກ ຮູບແຖບ, ກວ້າງປະມານ 2,5 ມີນລີແມັດ, ຍາວປະມານ 1,2 ຊັງຕິແມັດ, ປາຍມົນ. ກິບປາກສີຂາວ ແລະ ມີລາຍແຖບສີມ່ວງ ເກືອບທົ່ວກີບ, ຮູບໄຂ່ກັບກວ້າງ, ກວ້າງ 0,8-1 ຊັງຕິແມັດ, ຍາວ 1,2-1,6 ຊັງຕິແມັດ, ກິບຄູ່ຂ້າງທີ່ເກີດຈາກເກສອນຜູ້ທີ່ເປັນໜັນຮູບຂອບຂະໜານ ກວ້າງປະມານ 3 ມີນລີແມັດ, ຍາວ 1-1,3 ຊັງຕິແມັດ ມີສີຂາວ, ເກສອນຜູ້ຍາວປະມານ 3,5 ມີນລີແມັດ, ປາຍສຸດມີສັນຮູບກົມເປ້. ເຕົ້າໄຂ່ຍາວປະມານ 2 ມີນລີແມັດ, ໃບປະດັບຮູບຂອບຂະໜານ, ກວ້າງປະມານ 6 ມີນລີແມັດ ຍາວ 1,8-2,5 ຊັງຕິແມັດດ ປາຍມົນ, ໃບປະດັບຍ່ອຍຮູບແຖບ, ກວ້າງ 1-2 ມີນລີແມັດ, ຍາວ 0,6-1,2 ຊັງຕິແມັດ, ປາຍມົນ.
ເປັນພືດທີ່ມີສັບພະຄູນເປັນຢາສະໝູນໄພ ສານສະກັດຈາກຂີງດຳມີປະສິດທີພາບໃນການຕ້ານເຊື້ອມາເລເຣຍ, ເຊື້ອຣາ ແລະ ໄມໂຄແບັກເທີເຣຍ, ຕ້ານການເກີດພະຍາດພູມແທ້ ແລະ ກ້ານການເກີດບາດແຜໃນກະເພາະອາຫານ. ເອົາຫົວມາຜະລິດເປັນຢາຮັກສາພະຍາດ ແລະ ບຳລູງຮ່າງກາຍ ແລະ ເຄື່ອງດືມ ໂດຍສະເພາະໃນກຸ່ມຜະລິດຕະພັນໂອທອບ ເປັນພືດທີ່ນິຍົມນຳມາປູກຕາມຄວາມເຊື້ອຂອງຊາວບ້ານເຜົ້າມົ້ງຖືວ່າຂີງດຳເປັນສະໝູນໄພປະຈຳເຜົ່າ ເຂົາເຈົ້ານຳໃຫ້ຖົງຕິດຕົວຕະຫຼອດເວລາເມື່ອມີການເດີ່ນທາງໄປໄກບ້ານ. ເມື່ອດ້ານທາງຂື້ນພູ ຫຼື ໄປເຮັດວຽກເມື່ອຍເພື່ອເພີ່ມພະລັງງານ, ຂັບນ້ຳປັດສະວະ, ແກ້ພະຍາດກະເພາະ ແລະ ປວດທ້ອງ.
ສັບພະຄູນໃນການຮັກສາພະຍາດມີດັ່ງນີ້: 1. ຊ່ວຍບຳລຸງຮ່າງກາຍຕົ້ມໃສ່ໄກ່, 2. ແກ້ປວດເມື່ອຍ ແລະ ຮັກສາອາການເໜືອຍລ້າ, 3. ຊ່ວຍກະຕຸ້ນສະມັດຕະພາບທາງເພດ, 4. ຊ່ວຍຂັບລົມໃນກະເພາະອາຫານ, 5. ແກ້ຈຸກສຽກປວດທ້ອງ, 6. ຂັບນ້ຳປັດສະວະ, 7. ບ໋ອງເຫຼົ້າເພື່ອດື່ມແກ້ມົດລູກພີການ ຫຼື ມົດລູກຢ້ອນ, 8. ຕົ້ມດື່ມແກ້ພະຍາດຕາແດງ, 9. ກະຕຸ້ນລະບົບປະສາດ, 10. ຮັກສາສົມດຸນຄວາມດັນເລືອດ, 11. ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, 12. ພະຍາດເກົ້າ, 13. ຊ່ວຍຮັກສາພະຍາດກະເພາະອາຫານ, 14. ຊ່ວຍຮັກສາລະບົບການຍ່ອຍອາຫານໃຫ້ເກີດສົມດູນ, 15. ຮັກສາຜູ້ເປັນພະຍາດເບົາຫວານ ລົດລະດັບນ້ຳຕານໃນເລືອດ.