ໄຄ / River weed

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Spirogyra spp. / Zygnemataceae
ຊື່ພ້ອງ
Zygnema varians Hassall
ຊື່ອື່ນ
ໄຄ, ໄກ, ໄກຼ, ຊວ່າ
Eng: River weed
ບັນຍາຍລັກສະນະພືດສາດ

ໄຄຊະນິດນີ້ເປັນທີ່ຮູ້ຈັກກັນດີໃນສາຂາເທົາສີຂຽວ. ມັກເກີດລວມກັນເປັນກຸ່ມ, ອາດຈະເກີດຕາມແມ່ນ້ຳທີ່ມີກ້ອນຫິນ ຫຼື ຕາມແຄມນ້ຳ ທີ່ສະອາດ. ລັກສະນະເປັນ ເສັ້ນສາຍຍາວຄ້າຍ ເສັ້ນຜົມແຕ່ເປັນສີຂຽວສົດ, ເມື່ອສໍາຜັດຈະມີລັກສະນະ ມື່ນມື, ເນື່ອງຈາກມີເມືອກຫຸ້ມ ຢູ່ຊັ້ນນອກສຸດ, ຈຸລັງຈະມີຮູບຊົງກະບອກ, ເຊິ່ງມີຂະໜາດແຕ່ລວງຍາວເທົ່າກັບ ລວງກວ້າງ ແລະ ຍາວເຖິງ 1 ແມັດຂຶ້ນໄປ. ເຈັ້ຍຫຸ້ມຈຸລັງຈະມີ 3 ຊັ້ນຄື: ຊັ້ນໃນ ແລະ ຊັ້ນກາງຈະເປັນພວກເຊລລູໂລສ, ສ່ວນຊັ້ນນອກຈະເປັນພວກເພກໂຕສ (Pectose) ພາຍໃນ ຈຸລັງມີແວຄິວໂອລຢູ່ເຄີ່ງກາງເມັດໃຫຍ່ ມີນິວຄຽດແຂນລອຍຢູ່  ໂດຍມີສາຍໄຊໂຕພລາດຊືມ ເຊື່ອມໂຍງກັນ ແລະ ຍືດໄວ້ກັບເຈັ້ຍຫຸ້ມ ຈຸລັງ. Spirogyra ຊັ້ນຫຸ້ມຈຸລັງເປັນທາດເມືອກ (mucilaginous) 3 ຊັ້ນດ້ວຍກັນ ການທີ່ມີທາດເມືອກຫຸ້ມຢູ່ເຮັດ ໃຫ້ເຊື້ອໄຄ ຊະນິດອື່ນ ບໍ່ສາມາດຈະເລີນເຕິບໂຕໃນໄຄພວກນີ້ໄດ້. ບໍ່ມີການແຕກງ່າ. ການຂະຫຍາຍພັນໂດຍບໍ່ອາໄສເພດ ໂດຍມີເສັ້ນ ຕັດຂາດອອກຈາກກັນ ເປັນຫຼາຍໆເສັ້ນ. ໄຄເປັນພືດນ້ຳຊະນິດໜຶ່ງ ທີ່ມີສານ chlorophyll ເຊິ່ງເປັນສານທີ່ມີສີຂຽວເປັນອົງປະກອບ, ຈຶ່ງເປັນທີ່ມາຂອງຊື່ໄຄ ສີຂຽວ ຂອງພືດຊະນິດນີ້, ຂະໜາດຂອງໄຄມີແຕ່ໄມຄຣອນແມັດ (µm) ຫາຫຼາຍແມັດ (m) ຂຶ້ນຢູ່ກັບຕະກຸນ ແລະ  ມີ 3 ຊະນິດຄື: Cladophora, Microspora ແລະ Sirogyra. ສຳລັບພັນທີ່ເຫັນໃນທ້ອງຖິ່ນ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນ Spirogyra ເຊິ່ງມີລັກສະນະເສັ້ນສາຍກົງຄືກັນແຕ່ຈະຕ່າງກັນໃນການຈັດລຽງຂອງ Chloroplast ໂດຍໄຄສະກຸນ Spirogyra  ແມ່ນມີການຈັດລຽງຂອງ Chloroplast ລັກສະນະກ້ຽວວຽນ.

ບັນຍາຍການນຳໃຊ້

ອາຫານ:ໄຄເປັນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການສູງ ແລະ ປະຊາຊົນສາມາດຊອກຫາໄດ້ງ່າຍ. ປະຊາຊົນຫລາຍທ້ອງຖິ່ນ ເຄີຍມີພູມປັນຍາສຶບທອດກັນມາແຕ່ດົນນານໃນການປຸງແຕ່ງໄຄມາບໍລິໂພກເປັນອາຫານດ້ວຍຫລາຍວິທີ ແລະຫລາຍຮູບແບບ.
ສິນຄ້າ: ໄຄຢູ່ບາງທ້ອງຖິ່ນໄດ້ກາຍເປັນສິນຄ້າ ເຊຶ່ງປະຊາຊົນເອົາມາຈໍາໜ່າຍໃນຮູບແບບໄຄດິບ ແລະ ໄຄປຸງແຕ່ງ ໂດຍສະເພາະ ແມ່ນໄຄແຜ່ນທີ່ຕະຫລາດມີຄວາມຕ້ອງການສູງ. ຈາກການສໍາຫລວດໃນປີ 2015 ພົບວ່າ ການຜະລິດ ແລະ ຈໍາໜ່າຍໄຄແຜ່ນຕໍ່ ຄອບຄົວຕໍ່ລະດູການຜະລິດໃນ 25 ບ້ານຢູ່ ແຂວງຫຼວງພະບາງ ມີລາຍຮັບສະເລ່ຍ 6 ລ້ານກີບ (ສູງສຸດ 38 ລ້ານກີບ ແລະ ຕໍ່າສຸດ 1 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ)

ການປະກອບສ່ວນ