ຜູ້ເກັບຕ້ອງໄດ້ດໍາລົງໄປໃນນໍ້າທີ່ມີອຸນຫະພູມໜາວເຢັນ, ເຊິ່ງຜູ້ເກັບ ໃຊ້ມື ເກາະ,ດຶງ, ກວ້ານໄຄຂື້ນມາ ເປັນກ້ອນ. ການເກັບເອົາໄຄ ແມ່ນຕ້ອງໄດ້ເກັບເອົາໃນພື້ນທີ່ນໍ້າໄຫຼ ແລະ ໃສສະອາດ ຕາມ ໂງ້ນຫີນທີ່ຢູ່ໃນນໍ້າ.  ພາຍຫລັງທີ່ເກັບໄຄໄດ້ແລ້ວຈະເອົາໄຄມາໄຈ້ ແລະ ແຍກເອົາຂີ້ເຫຍື້ອ, ກ້ອນຫີນອອກຈາກໄຄ ແລ້ວລ້າງດ້ວຍນໍ້າສະອາດ. ການລ້າງໄຄໃຫ້ສະອາດແມ່ນໃຊ້ຄ້ອນທັບໄຄຢູ່ເທິງກ້ອນຫີນ ຫລື ພື້ນຊິມັງ ແລ້ວໄລເອົາສິິ່ງທີເປື້ອນອອກຫລາຍໆຄັ້ງ. ລະດູການເກັບກູ້: ກຸມພາ, ມີນາ, ເມສາ, ພືດສະພາ, ມິຖຸນາ

tabi
ການເກັບກູ້ໄຄຢູ່ແຂວງຫຼວງພະບາງ

 

ການປະກອບສ່ວນ