ໄຄ ແມ່ນສິນຄ້າທີ່ຂື້ນຊື່ ຂອງແຂວງຫຼວງພະບາງ ແລະ ແຂວງ ທາງພາກເໜືອລາວ. ໄຄແຜ່ນແມ່ນສິນຄ້າທີ່ຜະລິດ ແລະ ຈໍາໜ່າຍຢູ່ພາຍໃນປະເທດ. ຜູ້ຊື້ຫຼັກ ແມ່ນ: (1) ນັກທ່ອງທ່ຽວທີ່ມາຢ້ຽມຢາມຫຼວງພະບາງ ແລະ ຜູ້ບໍລິໂພກຢູ່ໃນທ້ອງຖິ່ນ ທີ່ຊື້ໄຄ ຈາກຕະຫຼາດ ແລະ ຮ້ານຄ້າຍ່ອຍ (ເປັນຂອງຝາກຂື້ນຊື່ປະຈຳແຂວງ ຫຼວງພະບາງ). (2) ໄຄຖືກນໍາໄປປຸງແຕ່ງ ເປັນ ລາຍການ ອາຫານຕາມຮ້ານອາຫານຕ່າງໆເຊັ່ນ: ໄຄແຜ່ນ, ໝົກໄຄ, ໄຄຝຸ່ນ. ສ່ວນລາຄາ ແມ່ນຂື້ບກັບສະພາບແຕ່ລະທ້ອງຖິ່ນ. ສ່ວນໃຫຍ່ແລ້ວໄຄ ແມ່ນຈະຂາຍໃນຮູບແບບເປັນຖົງ ໃນລາຄາ 30,000 - 50,000 ກີບ (ປັດຈຸບັນຍັງບໍ່ທັນມີຂໍ້ມູນຊັດເຈນ ການສົ່ງອອກຕ່າງປະເທດ ຫຼື ການສົ່ງອອກ ຕ່າງແຂວງ)

tabi
ຂາຍໄຄສົດໃນຕະຫຼາດທ້ອງຖີ່ນທີ່ ແຂວງຊຽງຂວາງ

 

ການປະກອບສ່ວນ